ຂ່າວຫຼ້າສຸດ

ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມທັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະວາງທິດທາງແຜນການ ປີ 2026 ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ກອງ​​ປະ​ຊຸມກຳ​ມະ​ບານ​ຮາກ​ຖານ​ໂຮງ​ຮຽນ​ການ​ເມືອງແລະ ​ການ​ປົກ​ຄອງ ​ແຂວງໄຊຍະບູລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງຂັ້ນສູງ ລະບົບເລັ່ງລັດ 45 ວັນ ຊຸດທີ I ແລະ ລະບົບປະລິນຍາເອກ ການເມືອງ-ການປົກຄອງ ຮຸ່ນທີ I ພິທີປິດ ຂະບວນການກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມປຶກສາຫາລື ວຽກງານການພົວພັນຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ

ຄະນະວິຊາການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມເວທີປາໄສ ຈຸນອີ້ ຄັ້ງທີ 4 ຢູ່ໂຮງຮຽນພັກ (ສະຖາບັນການປົກຄອງ) ເມືອງຈຸນອີ້, ແຂວງ ກຸ້ຍໂຈ, ສປ ຈີນ

ໃນທ່າມກາງການພົວພັນແບບຄູ່ຮ່ວມຍຸດທະສາດທີ່ໝັ້ນຄົງ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ (ສມປຊ) ໄດ້ສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານການເມືອງ-ການປົກຄອງ ຜ່ານການເຂົ້າຮ່ວມກອງປະຊຸມວິຊາການລະດັບສາກົນ. ໃນລະຫວ່າງວັນທີ 14 ຫາ 16 ຕຸລາ 2025, ຄະນະພະນັກງານ, ຄູ-ອາຈານ ຈາກ ສມປຊ, ນຳໂດຍ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ, ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ,…

ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງຍົກລະດັບຂີດຄວາມສາມາດໃນການສ້າງຄັງຂໍ້ມູນດິຈີຕອນດ້ວຍລະບົບ Dspace

ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສໍາເລັດການຈັດຝຶກອົບຮົມຫົວຂໍ້: “ຄວາມຮູ້ພື້ນຖານການນຳໃຊ້ລະບົບໂປຣແກຣມດິດສະເປັກ (DSpace)” ຢ່າງຈົບງາມ. ການຝຶກອົບຮົມໄດ້ດຳເນີນໄປຕາມທິດຊີ້ນຳ ຂອງຄະນະພັກ-ຄະນະນຳ ສມປຊ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສມປຊ, ຊຶ່ງເປັນບາດກ້າວສຳຄັນໃນການຫັນເປັນທັນສະໄໝດ້ານວຽກງານບໍລິການຂໍ້ມູນຂ່າວສານ ແລະຕອບສະໜອງຄວາມຕ້ອງການໃນການຄົ້ນຄວ້າຮໍ່າຮຽນ ແລະການສິດສອນ ຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາ ພາຍໃນສະຖາບັນ. ການຝຶກອົບຮົມຄັ້ງນີ້ ໄດ້ດຳເນີນ ເປັນເວລາ 5 ວັນ…

ກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “50 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ-ບົດຮຽນ ຂອງບັນດາແຂວງ, ນະຄອນຫຼວງວຽງຈັນ”

         ກອງປະຊຸມສໍາມະນາວິທະຍາສາດທີ່ຍິ່ງໃຫຍ່ ພາຍໃຕ້ຫົວຂໍ້ “50 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ-ບົດຮຽນ ຂອງບັນດາແຂວງ, ນະຄອນຫຼວງວຽງຈັນ” ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍບັນຍາກາດອັນຟົດຟື້ນ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ ໃນວັນທີ 29 ຕຸລາ 2025. ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນທັງດ້ານທິດສະດີ ແລະ ພຶດຕິກຳສູງ, ຈັດຂຶ້ນໃນທ່າມກາງທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນບັນດາເຜົ່າ ພວມສຸມໃສ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນທ້າຍສະໄໝ ແລະ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດແລກປ່ຽນບົດຮຽນໃນວຽກງານການນຳພາຄຸ້ມຄອງ, ການຮຽນ-ການສອນ ຕໍ່ກອງປະຊຸມຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ

         ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ (ຮມປຂ) ໄດ້ດຳເນີນເປັນມື້ທີ 2 ຢ່າງມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍເນື້ອໃນສຳຄັນ ໂດຍພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ການປະກອບຄຳຄິດຄຳເຫັນ ແລະ ຕັ້ງຄຳຖາມເຈາະຈີ້ມ, ແລກປ່ຽນບົດຮຽນໃນວຽກງານການນຳພາ-ຄຸ້ມຄອງ, ການຮຽນ-ການສອນ ແລະ ການຕິດພັນກັບການພັດທະນາເສດຖະກິດ-ສັງຄົມໃນຕົວຈິງ.…

ຂ່າວອື່ນໆ