ໃນຕອນແລງ ຂອງວັນທີ 3 ທັນວາ 2025 ທີ່ຫ້ອງປະຊຸມຊັ້ນ 1 ຢູ່ໂຮງແຮມ ຈຳປາສັກແກຣນ ໄດ້ມີພິທີພົບປະປຶກສາຫາລືຢ່າງເປັນທາງການ ໄດ້ຈັດຂຶ້ນພາຍໃຕ້ບັນຍາກາດອັນອົບອຸ່ນ ແລະ ມີຄວາມໝາຍສຳຄັນ ໂດຍມີຄະນະນຳຝ່າຍສະຖາບັນການເມືອງ-ການປົກຄອງແຫ່ງຊາດລາວ (ສມປຊ) ນຳໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ຊຶ່ງທ່ານໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ແລະ ໄດ້ກ່າວເນັ້ນເຖິງສາຍພົວພັນການຮ່ວມມືແບບພິເສດ ລະຫວ່າງສອງພັກ, ສອງລັດ, ສອງຊາດ ທີ່ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ຝ່າຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ນຳໂດຍ ທ່ານ ສຈ ປອ ຫງວຽນ ຊວນ ຖັງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ.

         ໃນພິທີ, ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ລາຍງານສະພາບການເຄື່ອນໄຫວ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄລຍະທີ່ຜ່ານມາ ພົ້ນເດັ່ນແມ່ນ ຄວາມສຳເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ທີ່ໄດ້ມີການເລືອກຕັ້ງຄະນະພັກ-ຄະນະນຳຊຸດໃໝ່ສຳເລັດ ຊຶ່ງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ໄດ້ຮັບການເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ; ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ໄດ້ຮັບການເລືອກຕັ້ງເປັນເປັນຮອງເລຂາຄະນະພັກ ພ້ອມທັງໄດ້ຮັບຕຳແໜ່ງວິຊາການ ຮອງສາດສະດາຈານ ແລະ ທ່ານ ປອ ນ. ລຳພູນ ດວນສຸວັນ ຄະນະບໍລິຫານງານພັກ ໄດ້ຮັບຕຳແໜ່ງວິຊາການ ຮອງສາດສະດາຈານ.

         ຝ່າຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໃນຄຳເຫັນ ຂອງ ທ່ານ ສຈ ປອ ຫງວຽນ ຊວນ ຖັງ ທ່ານໄດ້ສະແດງຄວາມຂອບໃຈ ແລະ ພາກພູມໃຈທີ່ໄດ້ມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມພິທີວາງສິລາລຶກໂຄງການກໍ່ສ້າງສະຖາບັນ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຜົນສຳເລັດທີ່ໄດ້ຮັບ. ທ່ານກ່າວວ່າ: ​ເຖິງແມ່ນວ່າຈະມີການປ່ຽນແປງດ້ານບຸກຄະລາກອນ ແຕ່ເນື້ອໃນການພົວພັນຮ່ວມມືແບບພິເສດ ລະຫວ່າງສອງສະຖາບັນ ແມ່ນຈະບໍ່ປ່ຽນແປງ ແລະ ຈະໄດ້ຮັບການສືບຕໍ່ຢ່າງແໜ້ນແຟ້ນ. ພ້ອມນັ້ນ ທ່ານໄດ້ສະເໜີ 4 ຈຸດສຳຄັນໃນທິດທາງການຮ່ວມມືໃນ 2 ປີຂ້າງໜ້າ ເພື່ອບັນລຸຕາມຂໍ້ກຳນົດ ຂອງກົມການເມືອງສູນກາງພັກ:

  1. ປ່ຽນແປງໃໝ່ເນື້ອໃນຫຼັກສູດ: ຈາກໂຄງການຝຶກອົບຮົມວິທະຍາສາດການເມືອງ, ຈະເພີ່ມໂຄງການ ກ່ຽວກັບ ວິທະຍາສາດການນຳພາ ແລະ ການຄຸ້ມຄອງ ເຂົ້າຕື່ມ ເພື່ອຊ່ວຍສອງປະເທດພັດທະນາຕາມທິດສະໄໝໃໝ່.
  2. ການຮ່ວມມືດ້ານຍຸດທະສາດ ແລະ ວິຊາການ: ຄົ້ນຄິດເຖິງຄຸນນະພາບໃໝ່ບົນພື້ນຖານ ຂອງຍຸກດີຈິຕອນ ໃນວຽກງານກໍ່ສ້າງ-ບຳລຸງພະນັກງານ.
  3. ສ້າງຖານຂໍ້ມູນຮ່ວມກັນ: ຈະປະສານງານກັບຄະນະຈັດຕັ້ງສູນກາງ ຂອງທັງສອງປະເທດ ເພື່ອສ້າງຖານຂໍ້ມູນກ່ຽວກັບການເຕີບໂຕ ຂອງພະນັກງານລາວ ທີ່ສຳເລັດການສຶກສາຢູ່ຫວຽດນາມ ແລະ ຫັນບົດວິທະຍານິພົນ/ບົດຈົບຊັ້ນເປັນລະບົບດີຈິຕອນ ເພື່ອຫຼີກລ່ຽງການຊ້ຳຊ້ອນ.
  4. ການກໍ່ສ້າງບຳລຸງທາງໄກ: ຊອກຫາວິທີການຮ່ວມມື ກ່ຽວກັບວຽກງານກໍ່ສ້າງ-ບຳລຸງພະນັກງານ ຜ່ານລະບົບສື່ສານທາງໄກ ເພື່ອໃຫ້ພະນັກງານຢູ່ທ້ອງຖິ່ນຫ່າງໄກສາມາດເຂົ້າຮ່ວມໄດ້.

         ນອກຈາກນີ້, ທ່ານຍັງໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການພັດທະນາຫຼັກສູດໃໝ່ ທີ່ເນັ້ນໃສ່ການກະກຽມຄວາມຮູ້ໃໝ່, ວິທີການໃໝ່, ທັກສະໃໝ່ ແລະ ສີມືໃໝ່ໃຫ້ກັບທີມງານຜູ້ບໍລິຫານ-ຜູ້ຈັດການ ເພື່ອແກ້ໄຂສະຖານະການໃນຍຸກປັດຈຸບັນ. ການແບ່ງປັນຂໍ້ມູນຂ່າວສານ, ສະພາບຕົວຈິງ ແລະ ທິດສະດີ ລະຫວ່າງ ສອງຝ່າຍ ຈຶ່ງເປັນສິ່ງສຳຄັນທີ່ສຸດໃນການຮ່ວມກັນສ້າງແຜນການຫຼັກສູດ.

         ທ່ານ ຮສ ພູວົງ ອຸ່ນຄໍາແສນ ໄດ້ສະແດງຄວາມເຫັນດີນຳຢ່າງຮອບດ້ານ ແລະ ເລິກເຊິ່ງ ຂອງຄຳສະເໜີ ຂອງທ່ານ ສຈ ປອ ຫງວຽນ ຊວນ ຖັງ ພ້ອມທັງຈະໃຫ້ການຮ່ວມມືການຈັດຕັ້ງປະຕິບັດ ຈະມອບໃຫ້ກົມກອງເປັນພາກສ່ວນປະສານງານ ແລະ ຄະນະຮັບຜິດຊອບລະອຽດ ເພື່ອຮັບປະກັນການຊີ້ນຳ ຂອງການນຳທັງສອງປະເທດ ແລະຈະເປັນບົດບາດເສນາທິການ ຂອງສອງຝ່າຍຈະສືບຕໍ່ຄົ້ນຄວ້າ ແລະ ເປັນເສນາທິການຍຸດທະສາດ ໃຫ້ແກ່ພັກ-ລັດ ໃນການພົວພັນຮ່ວມມືດ້ານການກໍ່ສ້າງ-ບຳລຸງພະນັກງານ ແລະ ເປີດກວ້າງກົນໄກການພົວພັນຮ່ວມມືໃນຂົງເຂດເສດຖະກິດ ແລະໂຄງການກໍ່ສ້າງ ຝ່າຍລາວໃຫ້ຄຳໝັ້ນສັນຍາວ່າ ຈະພະຍາຍາມຢ່າງສຸດຂີດ ເພື່ອຈັດຕັ້ງປະຕິບັດໂຄງການຕາມຄວາມຮັບຜິດຊອບ ຂອງຄະນະຄຸ້ມຄອງໂຄງການ ແລະ ຈະປະສານງານກັບເລຂາພັກແຂວງຈຳປາສັກ ເພື່ອຮັບປະກັນຄວາມປອດໄພຂອງເຂດໂຄງການ. ການພົບປະຄັ້ງນີ້ໄດ້ສິ້ນສຸດລົງດ້ວຍຄວາມເຂົ້າໃຈອັນເລິກເຊິ່ງ ແລະ ໄດ້ເປັນການຢັ້ງຢືນເຖິງການສືບຕໍ່ພົວພັນຮ່ວມມືອັນຍາວນານ ແລະ ມີໝາກຜົນຢ່າງຈົບງາມ ຂອງສອງສະຖາບັນໃນຕໍ່ໜ້າ.

                                           ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ

                                           ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ