ວັນທີ 18 ກັນຍາ 2025, ນັກສຶກສາລະບົບ 3 ເດືອນຂັ້ນຕົ້ນ ຮຸ່ນທີ VI ໄປທັດສະນະສຶກສາຢູ່ເຂດເສດ ຖະກິດພິເສດບໍ່ເຕັ່ນແດນງາມ ໂດຍການນໍາພາ ຂອງທ່ານ ແສງ ເຊືອຍສົມບັດ ຮອງເລຂາໜ່ວຍພັກໂຮງຮຽນການ ເມືອງ, ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ພ້ອມດ້ວຍພະນັກງານ, ຄູ – ອາຈານ ແລະ ນັກ ສຶກສາລະບົບ 3 ເດືອນຂັ້ນຕົ້ນຈໍານວນ 45 ຄົນ, ຍິງ 16 ຄົນ ເຂົ້າຮ່ວມເດີນທາງ, ໂອກາດນີ້ກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ ສິງທະລາທອງ ສາຍຫຍ້າທອງ ຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕັ່ນ, ພ້ອມດ້ວຍຫົວໜ້າ ຕມ ຄຸ້ມຄອງດ່ານສາກົນບໍເຕັ່ນ, ຫົວໜ້າກັກກັນພຶດ, ສັດ ແລະ ພະນັກງານພາຍໃນຂົງເຂດເສດຖະກິດພິ ເສດບໍ່ເຕັ່ນແດນງາມ.
      ໂອກາດນີ້ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບ ປະຫວັດຄວາມເປັນມາໃນການນໍາພາ-ຊີ້ນຳ ຂອງຄະນະພັກຄຸ້ມຄອງດ່ານສາກົນບໍ່ເຕັ່ນ ແລະໄດ້ຍົກໃຫ້ເຫັນວຽກງານການຕ້ານການຄ້າມະນຸດ, ການເກັບກໍາຄົນເຂົ້້າ-ອອກເມືອງໃຫ້ຖືກຕ້ອງຕາມລະບຽບການ, ການກະກຽມເອກະສານເຮັດປື້ມຜ່ານແດນ ແລະ ວຽກງານກັກກັນພຶດຊະນິດທີ່ສາ ມາດນໍາເຂົ້າ, ຫ້າມນໍາເຂົ້າ-ສົ່ງອອກພ້ອມທັງສັດລ້ຽງໃຫ້ຖືກຕ້ອງສອດຄ່ອງຕາມລະບຽບການຢ່າງເຄັ່ງຄັດ ແລະ ຊັດເຈນ.
      ພ້ອມນີ້ທາງຄະນະ ແລະ ທີມງານຍັງໄດ້ໄປທ່ຽວຊົມເບີ່ງໂຮງງານຜະລິດສາຍແອວ ແລະ ໂຮງງານຜະລິດກະເປົາ ທີ່ມິຄຸນນະພາບ ແລະ ມາດຕະຖານສູງ ຕັ້ງຢູ່ເຂດເສດຖະກິດພິເສດບໍເຕັ່ນແດນງາມຕື່ມອີກ

      ທັງນີ້ ກໍ່ເພື່ອເປັນການປະຕິບັດຕາມໂຄງການຫຼັກສູດ ທິດສະດີການເມືອງ-ການປົກຄອງລະບົບ 3 ເດືອນຂັ້ນຕົ້ນໃຫ້ພະນັກງານຫຼັກແຫຼ່ງຂອງແຂວງຫຼວງນ້ຳທາ. ພາຍຫຼັງທີ່ນັກສຶກສາລະບົບຂັ້ນຕົ້ນຮຸ່ນທີ VI ໄດ້ສຶກສາຮໍ່າຮຽນພາກທິດສະດີແລ້ວ ທາງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ນຳພານັກສຶກສາໄປທັດສະນະແລກປ່ຽນຖອດຖອນບົດຮຽນ ແລະ ເບີ່ງພຶດຕິກຳຕົວຈິງ ຢູ່ທີ່ເຂດເສດຖະກິດພິເສດບໍເຕັ່ນແດນງາມ ການລົງໄປທັດສະນະສຶກສາຄັ້ງນີ້ນັກສຶກສາສາມາດຮັບຮູ້-ເຂົ້າໃຈບາງຂໍ້ມູນພຶ້ນຖານກ່ຽວກັບເສດຖະກິດເຂດພິເສດບໍເຕັ່ນດັ່ງນີ້:

1). ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບການພັດທະນາດ້ານເຂດເສດຖະກິດເຂດພິເສດບໍເຕັ່ນ;

2). ຮຽນຮູ້ ແລະ ເຂົ້າໃຈກ່ຽວການພັດທະນາເສດຖະກິດ-ສັງຄົມ ຢູ່ເຂດບໍເຕັ່ນ.

3). ຮັບຮູ້ກ່ຽວກັບການຄ້າມະນຸດ, ການເກັບກໍາຄົນເຂົ້້າ-ອອກເມືອງໃຫ້ຖືກຕ້ອງຕາມລະບຽບການ, ວຽກງານກັກກັນພຶດຊະນິດ ແລະນໍາເຂົ້າ-ສົ່ງອອກ.

ນັກສຶກສາສາມາດນໍາເອົາຄວາມຮູ້ ແລະ ປະສົບການຄັ້ງນີ້ນໍາໄປເປັນແບບຢ່າງ ຫຼື ບົດຮຽນເຂົ້າໃນການພັດທະນາການດໍາລົງຊີວິດ, ການສ້າງເສດຖະກິດຄອບຕົວ ແລະ ສັງຄົມໃຫ້ໄດ້ຮັບການພັດທະນາດີຂື້ນເທື່ອລະກ້າວ.

ຂ່າວ:  ອາຈານ ໄຊຍະເດດ ບູນພະມາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

                                                 

ຂ່າວອື່ນໆ