ໃນລະຫວ່າງວັນທີ 24-27 ພະຈິກ ນີ້, ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງສ້າງຂະບວນການອອກແຮງງານລວມທົ່ວ ສມປຊ ຂຶ້ນຢ່າງເປັນຂະບວນການຟົດຟື້ນ. ການອອກແຮງງານໃນຄັ້ງນີ້ ມີຈຸດປະສົງຫຼັກ ແມ່ນເພື່ອກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຕ້ອນຮັບ ຄະນະການນຳຂັ້ນສູງ ຈາກ ສສ ຫວຽດ ນາມ ທີ່ຈະເດີນທາງມາພົບປະຢ້ຽມຢາມ ໃນມໍ່ໆນີ້.

         ບັນຍາກາດໃນການອອກແຮງງານ ເຕັມໄປດ້ວຍຄວາມຫ້າວຫັນ ແລະ ຄວາມສາມັກຄີ ເຊິ່ງກິດຈະກຳຫຼັກ ແມ່ນໄດ້ສຸມໃສ່ການປັບປຸງທັດສະນີຍະພາບ, ອະນາໄມສິ່ງແວດລ້ອມໃຫ້ມີຄວາມສວຍງາມ ແລະ ເປັນລະບຽບຮຽບຮ້ອຍ. ໜ້າວຽກຕົວຈິງປະກອບມີ: ການຕັດຫຍ້າຢູ່ບໍລິເວນເດີ່ນກິລາ, ການຕັດຫຍ້າ ແລະ ຕົບແຕ່ງກິ່ງໄມ້ໃນຂອບເຂດຮັບຜິດຊອບ ຂອງແຕ່ລະພາກສ່ວນພາຍໃນ ສມປຊ. ພ້ອມດຽວກັນນັ້ນ, ກໍໄດ້ມີການປັດກວາດອະນາໄມ ຕາມຂອບເຂດລຽບຕາມເສັ້ນທາງພາຍໃນ ສມປຊ ແລະ ຈຸດສຳຄັນທີ່ສຸດ ແມ່ນການອະນາໄມບໍລິເວນເດີ່ນໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ໃຫ້ມີຄວາມສະອາດຈົບງາມ ເພື່ອສະແດງເຖິງຄວາມເຄົາລົບ ແລະ ຕ້ອນຮັບຄະນະການນຳດັ່ງກ່າວ.

         ຂະບວນການດັ່ງກ່າວ ໄດ້ຮັບຄວາມຮ່ວມມື ແລະ ການມີສ່ວນຮ່ວມຢ່າງກວ້າງຂວາງ ຈາກທຸກພາກສ່ວນໃນສະຖາບັນ. ຜູ້ເຂົ້າຮ່ວມປະກອບມີ:​ ພະນັກງານ, ຄູ-ອາຈານ ຈາກແຕ່ລະຄະນະຕ່າງໆ, ແຕ່ລະກົມ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ຫ້ອງການ. ນອກຈາກນັ້ນ, ຍັງມີການເຂົ້າຮ່ວມຂອງ ສາມອົງການຈັດຕັ້ງມະຫາຊົນ ແລະ ນັກສຶກສາທຸກຮຸ່ນທຸກລະບົບ ທີ່ໄດ້ພ້ອມກັນເຮັດເປັນຂະບວນຟົດຟື້ນຫ້າວຫັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າ.

         ການສ້າງຂະບວນການອອກແຮງງານລວມຄັ້ງນີ້ ບໍ່ພຽງແຕ່ເປັນການອະນາໄມສະຖານທີ່ເທົ່ານັ້ນ, ແຕ່ຍັງເປັນການສະແດງອອກເຖິງນ້ຳໃຈມິດຕະພາບ, ຄວາມສາມັກຄີ ແລະ ການໃຫ້ຄວາມສຳຄັນຢ່າງຍິ່ງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະແມ່ນການຮ່ວມມື ລະຫວ່າງ ສະຖາບັນການເມືອງຂອງທັງສອງປະເທດ. ຜ່ານການຮ່ວມແຮງຮ່ວມໃຈຂອງອ້າຍນ້ອງພະນັກງານ ແລະ ນັກສຶກສາທຸກຄົນ ເຮັດໃຫ້ຂະບວນການຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ, ເຮັດໃຫ້ທົ່ວບໍລິເວນ ສມປຊ ມີໃບໜ້າໃໝ່ທີ່ຂຽວ, ສະອາດ ແລະ ຈົບງາມ ພ້ອມແລ້ວທີ່ຈະຕ້ອນຮັບຄະນະການນຳຂັ້ນສູງຈາກ ສສ ຫວຽດນາມ.

ຂ່າວ: ປທ ຕາອັອດ ແສນທະວີສຸກ
ຮູບພາບ: ທ່ານ ພາສິດ ສິງຫາວົງ ນສ ປຕ ຮຸ່ນທີ 26
ແລະສະມາຊິກໃນກຸ່ມອອກແຮງງານ ສມປຊ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ