ໃນຕອນບ່າຍ ຂອງວັນທີ 5 ທັນວາ 2025 ຜ່ານມານີ້, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດພິທີປິດການແຂ່ງຂັນກິລາຂະບວນການແຂ່ງຂັນກິລາ ຊິງຂັນ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ປະຈຳປີ 2025 ຢ່າງເປັນທາງການ, ພາຍຫຼັງທີ່ໄດ້ດໍາເນີນການແຂ່ງຂັນມາຢ່າງດຸເດືອດ ແລະ ຟົດຟື້ນ ເປັນເວລາ 1 ເດືອນກວ່າ (ເລີ່ມແຕ່ວັນທີ 1 ຕຸລາ 2025 ເປັນຕົ້ນມາ).
ພິທີປິດຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍຄະນະພັກ, ຄະນະນຳ, ຫົວໜ້າກົມ, ຮອງກົມ, ພະນັກງານ, ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ ເພື່ອຮ່ວມສະຫຼອງຜົນສຳເລັດ ແລະ ມອບລາງວັນໃຫ້ແກ່ທີມຊະນະເລີດ ຂອງກິລາແຕ່ລະປະເພດໃນການແຂ່ງຂັນ.
ການຈັດການແຂ່ງຂັນກິລາໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພາະເປັນກິດຈະກຳຫຼັກໃນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025). ນອກຈາກນີ້, ຍັງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ແນໃສ່ສ້າງຄວາມສາມັກຄີ, ອອກກໍາລັງກາຍ ໃຫ້ມີສຸຂະພາບທີ່ແຂງແຮງ, ຄວາມເບີກບານມ່ວນຊື່ນ ໃຫ້ແກ່ສະມາຊິກພັກ-ພະນັກງານ, ຄູອາຈານ ແລະ ນັກສຶກສາ ພາຍໃນສະຖາບັນ.
ໃນພິທີ, ທ່ານ ພູນສຸກ ສິດທິແສງ ຫົວໜ້າພະແນກພະນັກງານ, ກົມຈັດຕັ້ງ-ພະນັກງານ ຊຶ່ງຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ທີ່ເປັນເຈົ້າພາບ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວ. ການແຂ່ງຂັນຄັ້ງນີ້ ປະກອບມີ 6 ທີມເຂົ້າຮ່ວມ, ຜ່ານການປະເມີນເຫັນວ່າ ຈຸດດີແມ່ນທຸກພາກສ່ວນໃຫ້ຄວາມສຳຄັນ, ມີນ້ຳໃຈນັກກິລາ, ຮູ້ແພ້ຮູ້ຊະນະ ແລະ ມີຄວາມສາມັກຄີຮັກແພງກັນ, ຈາກການແຂ່ງຂັນທີ່ຜ່ານມາ ສາມາດສະຫຼຸບຜົນການແຂ່ງຂັນໄດ້ດັ່ງນີ້:

1. ກິລາບານເຕະຊາຍ.
+ ທິມຊະນະເລີດ (ປະເພດ 1) ຮາກຖານ ຫ້ອງການ
+ ທີມຮອງຊະນະເລີດ (ປະເພດ 2) ຮາກຖານ ກົມຈັດຕັ້ງ-ພະນັກງານ ແລະກົມກວດກາ
+ ທີມຮອງຊະນະເລີດ (ປະເພດ 3) ຮາກຖານກົມ ຄຮສ, ຄວສ, ບໍລິຫານສາດ





2. ກິລາບານສົ່ງຊາຍ.
+ ທີມຊະນະເລີດ (ປະເພດ 1) ຮາກຖານຫ້ອງການ
+ ທິມຮອງຊະນະເລີດ (ປະເພດ 2) ຮາກຖານກົມຈັດຕັ້ງ-ພະນັກງານ ແລະ ກົມກວດກາ
+ ທິມຮອງຊະນະເລີດ (ປະເພດ 3) ຮາກຖານຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງ ເສດຖະ ກິດ ແລະ ຄະນະລັດທິສັງຄົມນິຍົມວິທະຍາສາດ





3. ກິລາບານສົ່ງຍິງ.
+ ທິມຊະນະເລີດ (ປະເພດ 1) ຮາກຖານຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ແລະ ຄະນະລັດທິສັງຄົມນິຍົມວິທະຍາສາດ
+ ທີມຮອງຊະນະເລີດ (ປະເພດ 2) ຮາກຖານຄະນະປັດຊະຍາ ແລະ ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ.
+ ທິມຮອງຊະນະເລີດ (ປະເພດ 3) ຮາກຖານຫ້ອງການ






4. ກິລາເປຕັງຊາຍ.
+ ທິມຊະນະເລີດ (ປະເພດ 1) ຮາກຖານກົມ ຄຮສ-ຄວສ, ບໍລິຫານສາດ ທິມ 2
+ ທິມຮອງຊະນະເລີດ (ປະເພດ 2) ຮາກຖານຫ້ອງການ ທິມ 1
+ ທິມຮອງຊະນະເລີດ (ປະເພດ 3) ຮາກຖານກົມຈັດຕັ້ງ ແລະ ກົມກວດກາ ທິມ 2
5. ກິລາເປຕັງຍິງ.
ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 12 ທີມ, ຜົນການແຂ່ງຂັນມີດັ່ງນີ້:
+ ທີມຊະນະເລີດ (ປະເພດ 1) ຮາກຖານ ປັດຊະຍາ-ກໍ່ສ້າງພັກ ແລະ ປະຫວັດສາດພັກ ທີມ 1
+ ທິມຮອງຊະນະເລີດ (ປະເພດ 2) ຮາກຖານກົມຈັດຕັ້ງ-ພະນັກງານ ແລະ ກົມກວດກາ ທີມ 2
+ ທິມຮອງຊະນະເລີດ (ປະເພດ 3) ຮາກຖານຫ້ອງການ ທິມ 1
6. ກິລາດຶງເຊືອກປະສົມ ຊາຍ-ຍິງ.
+ ທິມຊະນະເລີດ (ປະເພດ 1) ຮາກຖານສູນຂໍ້ມູນຂ່າວສານ ແລະສູນຄົ້ນຄວ້າແນວຄິດໄກສອນ
+ ທິມຮອງຊະນະເລີດ (ປະເພດ 2) ຮາກຖານ ຄຮສ, ຄວສ, ບໍລິຫານສາດ
+ ທີມຮອງຊະນະເລີດ (ປະເພດ 3) ຮາກຖານຫ້ອງການ
ພາຍຫຼັງສຳເລັດການມອບລາງວັນ, ອີກໜຶ່ງເຫດການສຳຄັນຄື: ພິທີມອບ-ຮັບ ທຸງເຈົ້າພາບ ສຳລັບການຈັດການແຂ່ງຂັນກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ 5 ປະຈຳປີ 2026. ເຈົ້າພາບ ຄື: ຮາກຖານ ຄວສ-ຄຮສ ແລະ ຄະນະບໍລິຫານສາດ ເພື່ອຮັບໜ້າທີ່ເປັນເຈົ້າພາບຈັດງານໃນປີຖັດໄປ ຢ່າງເປັນທາງການ.
ໃນຕອນທ້າຍຂອງພິທີ, ທ່ານ ປອ ສາຍຄຳ ມູນມະນີວົງ ຄະນະບໍລິຫານງານພັກ, ຫົວໜ້າຄະນະປັດຊະຍາ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ໄດ້ໃຫ້ກຽດກ່າວບົດໂອ້ລົມ ແລະ ກ່າວປິດງານ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ, ນັກກິລາ ແລະ ກອງເຊຍທຸກພາກສ່ວນ ທີ່ໄດ້ຮ່ວມແຮງຮ່ວມໃຈກັນ ເຮັດໃຫ້ງານຄັ້ງນີ້ສຳເລັດລົງດ້ວຍດີ ຕາມຄາດໝາຍ. ພ້ອມນັ້ນ ທ່ານກໍໄດ້ເນັ້ນໜັກວ່າ: ໄຊຊະນະທີ່ແທ້ຈິງ ບໍ່ແມ່ນພຽງແຕ່ຜົນການແຂ່ງຂັນ ແຕ່ແມ່ນ “ມິດຕະພາບ, ຄວາມສາມັກຄີ ແລະ ສຸຂະພາບທີ່ແຂງແຮງ” ຂອງສະມາຊິກພັກ-ພະນັກງານທຸກຄົນ. ທ່ານຍັງໄດ້ຮຽກຮ້ອງໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມນີ້ໄວ້ ແລະ ກຽມພ້ອມສຳລັບການແຂ່ງຂັນໃນປີ 2026 ທີ່ຈະມາເຖິງ.
ພິທີໄດ້ປິດລົງດ້ວຍບັນຍາກາດແຫ່ງຄວາມປິຕິຊົມຊື່ນ, ເຕັມໄປດ້ວຍຮອຍຍິ້ມ ແລະ ຄວາມສາມັກຄີ ເປັນນິມິດໝາຍອັນດີງາມ ຂອງການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢ່າງສຸດອົກສຸດໃຈ.




ຂ່າວ/ພາບ: ທ່ານ ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
