ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ (ຮມປຂ) ໄດ້ດຳເນີນເປັນມື້ທີ 2 ຢ່າງມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍເນື້ອໃນສຳຄັນ ໂດຍພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ການປະກອບຄຳຄິດຄຳເຫັນ ແລະ ຕັ້ງຄຳຖາມເຈາະຈີ້ມ, ແລກປ່ຽນບົດຮຽນໃນວຽກງານການນຳພາ-ຄຸ້ມຄອງ, ການຮຽນ-ການສອນ ແລະ ການຕິດພັນກັບການພັດທະນາເສດຖະກິດ-ສັງຄົມໃນຕົວຈິງ.

         ໃນຕອນເຊົ້າຂອງມື້ທີ 2 (ວັນທີ 28 ຕຸລາ 2025) ທີ່ສະໂມສອນ ຫ້ອງວ່າການແຂວງຈຳປາສັກ, ບັນດາຜູ້ແທນທີ່ມາຈາກ ຮມປຂ, ທົ່ວປະເທດ ໄດ້ຂຶ້ນລາຍງານສະພາບການເຄື່ອນໄຫວວຽກງານຕົວຈິງຂອງຕົນຢ່າງລະອຽດ. ການລາຍງານໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນຂອງ ຮມປຂ  ທົ່ວປະເທດ ໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງ ເປັນຕົ້ນ: ການບັນລຸເປົ້າໝາຍການກໍ່ສ້າງພະນັກງານ ທີ່ໂຮງຮຽນສາມາດຈັດຕັ້ງການຮຽນ ແລະ ການສອນ ໄດ້ຢ່າງຕໍ່ເນື່ອງໃນທຸກລະບົບ ຫຼັກສູດບຳລຸງໃຫ້ແກ່ພະນັກງານ-ນຳພາຄຸ້ມຄອງຂັ້ນຮາກຖານ, ຊຶ່ງເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການກໍ່ສ້າງພະນັກງານທີ່ມີຄຸນນະພາບໃຫ້ແກ່ທ້ອງຖິ່ນ.

         ຊຶ່ງໃນນັ້ນ, ຄະນະຜູ້ແທນກອງປະຊຸມ ຍັງໄດ້ລາຍງານການສ້າງຄວາມເຂັ້ມແຂງໃຫ້ຄະນະພັກ ຕໍ່ວຽກງານກໍ່ສ້າງພັກພະນັກງານໄດ້ຮັບຄວາມເອົາໃຈໃສ່ຢ່າງຕັ້ງໜ້າ, ເຮັດໃຫ້ອົງຄະນະພັກພາຍໃນໂຮງຮຽນມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນເຮັດໃຫ້ກົງຈັກການຈັດຕັ້ງ ຮັບປະກັນການບໍລິຫານ ແລະ ການຮຽນ-ການສອນໃຫ້ດຳເນີນໄປຕາມລະບົບຢ່າງມີປະສິດທິຜົນ, ຕິດພັນກັບການພັດທະນາເສດຖະກິດ-ສັງຄົມຕົວຈິງຂອງແຂວງ ມາປະກອບໃສ່ໃນການສິດສອນ ເພື່ອເຮັດໃຫ້ນັກສຶກສາເຂົ້າໃຈຢ່າງເລິກເຊິ່ງຕໍ່ໜ້າທີ່ການເມືອງຂອງຕົນ.

         ສຳລັບການຕອບຄຳຖາມເຈາະຈີ້ມ ແລະ ການແລກປ່ຽນບົດຮຽນ ລະຫວ່າງ ສມປຊ ແລະ ຮມປຂ ກໍໄດ້ເລີ່ມຕົ້ນຂຶ້ນການປະກອບຄຳຄິດ, ຄຳເຫັນ ແລະ ຕອບຄຳຖາມເຈາະຈີ້ມຢ່າງກົງໄປກົງມາ ໂດຍສະເພາະແມ່ນຕາງໜ້າຈາກບັນດາກົມ, ຄະນະຕ່າງໆ ແລະ ສູນຕ່າງໆ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຂຶ້ນຊີ້ແຈງຕໍ່ກັບຄຳຖາມເຈາະຈີ້ມຂອງ ຮມປຂ ແລະ ແລກປ່ຽນປະສົບການຢ່າງລະອຽດ. ເປັນຕົ້ນການແກ້ໄຂບັນຫາໃນວຽກງານວິຊາການ ສຸມໃສ່ການໃຫ້ຄຳອະທິບາຍ ແລະ ຄຳແນະນຳຢ່າງຈະແຈ້ງ ຕໍ່ກັບບັນຫາທີ່ຄົງຄ້າງຂອງ ຮມປຂ, ເປັນຕົ້ນແມ່ນດ້ານວິຊາການ, ການຄຸ້ມຄອງຫຼັກສູດ, ການຈັດຕັ້ງຫ້ອງຮຽນ ແລະ ການນຳໃຊ້ເອກະສານການສິດສອນ, ເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດການຮຽນ-ການສອນ ທົ່ວປະເທດ.

         ເພື່ອເປັນການຍ້ອງຍໍ ໂຮງຮຽນການເມືອງ-ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ເປັນໂຮງຮຽນ ສອນດີ, ສອນເກັ່ງປະເພດ 1 ມີ  3 ໂຮງຮຽນ, ປະພດ 2 ມີ 13 ໂຮງຮຽນ ແລະ ປະເພດ 3 ມີ 2 ໂຮງຮຽນ.

ປະເພດ 1

ປະເພດ 2

ປະເພດ 3

ວາລະທ້າຍກອງປະຊຸມ ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ສະຫຼຸບກອງປະຊຸມດ້ວຍການຮຽກຮ້ອງໃຫ້ຜັນຂະຫຍາຍບົດຮຽນສູ່ການປະຕິບັດຕົວຈິງ ແລະສະຫຼຸບກອງປະຊຸມດ້ວຍການຕີລາຄາສູງຕໍ່ຜົນສຳເລັດ ແລະ ໄດ້ເນັ້ນໜັກເຖິງທິດທາງໃນການຈັດຕັ້ງປະຕິບັດໜ້າທີ່ໃນຕໍ່ໜ້າ.

         1). ເພີ່ມທະວີຄວາມເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານສະມາຊິກພັກ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ຢ່າງເປັນປົກກະຕິ, ຖືເອົາການຄົ້ນຄວ້າເຊື່ອມຊຶມ ບັນດາມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບ ແລະ ກົດໝາຍຂອງລັດ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈໃຫ້ ເລິກເຊິ່ງ.

         2). ເພີ່ມທະວີຄວາມຮັບຜິດຊອບໃນການນໍາພາ-ຊີ້ນໍາ ຂອງຄະນະພັກ, ຄະນະນໍາໂຮງຮຽນ ທຸກຂັ້ນ ຢ່າງໃກ້ຊິດຕິດແທດ, ປະສານກັບຄະນະຈັດຕັ້ງແຂວງ ໃນການຄັດເລືອກສິ້ນເຂົ້າ ຂອງນັກ ສຶກສາ ໃຫ້ຖືກຕ້ອງກັບມາດຕະຖານເງື່ອນໄຂ. ພ້ອມກັນນັ້ນ, ກໍປະສານກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ໂລ່ງລ່ຽນ.

         3). ເພີ່ມທະວີໃນການຈັດຕັ້ງຄຸ້ມຄອງ-ບໍລິຫານການຮຽນ-ການສອນ, ປະຕິບັດຕາມຫຼັກສູດ ຢ່າງເຄັ່ງຄັດ, ຖືກຕ້ອງຕາມລະບຽບຫຼັກການ, ມີການນໍາພາ-ຊີ້ນໍາຢ່າງເປັນລະບົບ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບ, ສ້າງແຜນການເຄື່ອນໄຫວໃນແຕ່ລະໄລຍະ, ຕິດຕາມ, ກວດກາ ແລະ ປັບປຸງແຜນການເຄື່ອນໄຫວແຕ່ລະໄລຍະ ໃຫ້ສອດຄ່ອງກັບກັບສະພາບ, ປະຕິບັດລະບອບປະຊຸມ ສ່ອງແສງລາຍງານ ໃຫ້ສາຍຕັ້ງ ແລະ ສາຍຂວາງ ຢ່າງເປັນປົກກະຕິ.

         4). ຖືສໍາຄັນໃນການພັດທະນາພະນັກງານ, ຄູ- ອາຈານ ໂດຍສະພາະ ສ້າງແຜນກຳນົດໃນ ການສົ່ງພະນັກງານໄປກໍ່ສ້າງ-ບຳລຸງຢ່າງເປັນປົກກະຕິ ຕໍ່ເນື່ອງ, ສ້າງແຜນກຳນົດພະນັກງານ ໃຫ້ຖືກຕ້ອງ, ສ້າງພະນັກງານສືບທອດປ່ຽນແທນຢ່າງເປັນລະບົບ, ສ້າງມາແລ້ວ ຕ້ອງຈັດວາງສັບຊ້ອນ, ນໍາ ໃຊ້, ພ້ອມທັງຕິດຕາມ, ກວດກາປະເມີນຜົນ ແລະ ປະຕິບັດນະໂຍບາຍຕໍ່ເຂົາເຈົ້າຢ່າງເໝາະສົມ.

         ສັງລວມແລ້ວ ການສະຫຼຸບໃນວາລະທ້າຍຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ແມ່ນໄດ້ເປັນການສົ່ງທ້າຍທີ່ເຕັມໄປດ້ວຍກຳລັງໃຈ ແລະ ເປັນການກຳນົດທິດທາງອັນຊັດເຈນໃຫ້ແກ່ບັນດາຜູ້ບໍລິຫານຄຸ້ມຄອງ ຮມປຂ ທົ່ວປະເທດ ໃນການສືບຕໍ່ປະຕິບັດໜ້າທີ່ອັນມີກຽດຂອງຕົນ ໃນການກໍ່ສ້າງພະນັກງານການເມືອງຫຼັກແຫຼ່ງໃຫ້ແກ່ພັກ-ລັດ.

ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ