ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມສ້າງຂະບວນການຢ່າງຟົດຟື້ນ ເພື່ອຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນຂອງຊາດ. ໃນຕອນເຊົ້າຂອງວັນທີ 11 ທັນວາ 2025, ທີ່ສະໂມສອນໃຫຍ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມທັງດຳເນີນກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026.




ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໃນພິທີໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ; ມີບັນດາທ່ານໃນຄະນະບໍລິຫານງານພັກ, ຄະນະນໍາ ສມປຊ, ພະນັກງານ, ຄູ-ອາຈານ, ນັກຄົ້ນຄວ້າ ແລະ ນັກສຶກສາທຸກລະບົບທົ່ວ ສມປຊ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີດັ່ງກ່າວ, ທ່ານ ປອ ນາງ ໄກສອນ ຈັນສີນາ ຫົວໜ້າຫ້ອງການ ສມປຊ ໄດ້ໜ້າໃຫ້ຄະນະຈັດຕັ້ງ ຂຶ້ນຜ່ານບົດສະຫຼຸບຫຍໍ້ ການເຄື່ອນໄຫວວຽກງານ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026. ບົດສະຫຼຸບໄດ້ຕີລາຄາຢ່າງເລິກເຊິ່ງວ່າ: ໃນປີ 2025 ຜ່ານມາ, ເຖິງແມ່ນວ່າສະພາບການຂອງໂລກ ແລະ ພາຍໃນປະເທດ ຈະພົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໄພເງິນເຟີ້ ແລະ ຄ່າຄອງຊີບສູງ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງພະນັກງານ ແລະ ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ, ແຕ່ພາຍໃຕ້ການນຳພາ-ຊີ້ນຳ ຢ່າງໃກ້ຊິດຕິດແທດ ຂອງຄະນະພັກ, ຄະນະນຳ ສມປຊ, ບວກກັບຄວາມບຸກບືນຜ່ານຜ່າ ຂອງຖັນແຖວພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຮັດໃຫ້ ສມປຊ ສາມາດຍາດໄດ້ຜົນງານອັນພົ້ນເດັ່ນຮອບດ້ານ ດັ່ງນີ້:



1). ດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ: ຄະນະພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຢ່າງເປັນປົກກະຕິ, ຈັດຕັ້ງປາຖະກະຖາ ແລະ ເຊື່ອມຊຶມເອກະສານສຳຄັນຂອງພັກ-ຂອງຊາດ ໄດ້ 21 ຄັ້ງ, ເຮັດໃຫ້ພະນັກງານ ແລະ ນັກສຶກສາ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ. ດ້ານການຈັດຕັ້ງ, ສມປຊ ປະກອບມີ 12 ກົມ ແລະ ທຽບເທົ່າ, ມີພະນັກງານທັງໝົດ 202 ທ່ານ (ຍິງ 93 ທ່ານ), ໃນນັ້ນມີລະດັບການສຶກສາ ປະລິນຍາເອກ 27 ທ່ານ, ປະລິນຍາໂທ 71 ທ່ານ ເຊິ່ງເປັນກຳລັງແຮງສຳຄັນໃນການຄົ້ນຄວ້າທິດສະດີ ແລະ ກໍ່ສ້າງພະນັກງານ.
2). ດ້ານວິຊາສະເພາະ ແລະ ການຮຽນ-ການສອນ: ການກໍ່ສ້າງ ແລະ ບຳລຸງພະນັກງານນຳພາ-ຄຸ້ມຄອງ ຍັງຄົງເປັນໜ້າທີ່ການເມືອງຕົ້ນຕໍ. ໃນສົກຮຽນ 2024-2025 ສາມາດຈັດຕັ້ງປະຕິບັດການຂຶ້ນຫ້ອງສອນ, ສໍາມະນາ ແລະ ປ້ອງກັນບົດໄດ້ 17,408 ຊົ່ວໂມງ. ໄດ້ສຳເລັດການສ້າງ ແລະ ປັບປຸງຫຼັກສູດຫຼາຍລະບົບ ທັງລະບົບກໍ່ສ້າງ ແລະ ບຳລຸງ, ເດັ່ນກວ່າໝູ່ແມ່ນການສຳເລັດຫຼັກສູດປະລິນຍາເອກ 4 ສາຂາ ແລະ ປະລິນຍາຕີ 4 ສາຂາ. ມີນັກສຶກສາ ແລະ ນັກຝຶກອົບຮົມທັງໝົດ 999 ທ່ານ, ຍິງ 269 ທ່ານ. ນອກຈາກນັ້ນ, ຍັງໄດ້ຄຸ້ມຄອງການຮຽນ-ການສອນ ຢູ່ບັນດາໂຮງຮຽນການເມືອງ-ການປົກຄອງແຂວງ ໄດ້ເຖິງ 68 ຊຸດ.
3). ດ້ານການຄົ້ນຄວ້າວິທະຍາສາດ ແລະ ການຮ່ວມມືສາກົນ: ວຽກງານຄົ້ນຄວ້າວິທະຍາສາດ ມີບາດກ້າວຂະຫຍາຍຕົວທີ່ແຂງແຮງ, ສາມາດຈັດກອງປະຊຸມສຳມະນາວິທະຍາສາດໄດ້ 9 ຫົວຂໍ້ໃຫຍ່ ແລະ ພິມປຶ້ມຮັບໃຊ້ການຮຽນ-ການສອນໄດ້ 11 ວິຊາ. ວຽກງານຄົ້ນຄວ້າ ແນວຄິດໄກສອນ ພົມວິຫານ ໄດ້ມີຜົນສຳເລັດໃນການລົງເກັບກຳຂໍ້ມູນ ແລະ ຈັດພິມນິພົນຄົບຊຸດ ເພື່ອສ້າງເປັນຄັງສາງທິດສະດີຂອງພັກ. ດ້ານພົວພັນຕ່າງປະເທດ, ໄດ້ສືບຕໍ່ຮັດແໜ້ນການຮ່ວມມືກັບ ສສ ຫວຽດນາມ, ສປ ຈີນ ແລະ ສ ກູບາ ໃນການແລກປ່ຽນບົດຮຽນ, ການກໍ່ສ້າງບຸກຄະລາກອນ ແລະ ການຄົ້ນຄວ້າວິທະຍາສາດຮ່ວມກັນ ຢ່າງມີປະສິດທິຜົນ.
ສຳລັບທິດທາງແຜນການ ປີ 2026, ສມປຊ ໄດ້ວາງ 6 ທິດທາງລວມ ແລະ 8 ຄາດໝາຍສູ້ຊົນ , ໂດຍເນັ້ນໃສ່ການສືບຕໍ່ສ້າງໃຫ້ສະຖາບັນ ກາຍເປັນສູນກາງແຫ່ງການຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ແນວທາງນະໂຍບາຍຂອງພັກ; ຍົກສູງຄຸນນະພາບການຮຽນ-ການສອນ ແລະ ການຄົ້ນຄວ້າວິທະຍາສາດ ໃຫ້ທັນສະໄໝ; ພ້ອມທັງສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານການເມືອງ-ແນວຄິດ ແລະ ການບໍລິຫານຄຸ້ມຄອງ.
ໃນວາລະທີ່ມີຄວາມໝາຍຄວາມສຳຄັນນີ້, ທີ່ປະຊຸມໄດ້ຮັບຟັງການປາຖະກະຖາເລົ່າມູນເຊື້ອ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງມູນເຊື້ອແຫ່ງການຕໍ່ສູ້ກູ້ຊາດອັນພິລະອາດຫານ, ຄວາມສະຫຼາດສ່ອງໃສໃນການນຳພາ ຂອງພັກປະຊາຊົນ ປະຕິວັດລາວ ທີ່ສາມາດຍາດເອົາເອກະ ລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ປະຊາຊົນລາວບັນດາເຜົ່າ. ພ້ອມດຽວກັນນັ້ນ, ກໍໄດ້ຫວນຄືນມູນເຊື້ອ, ຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ, ວິລະບູລຸດແຫ່ງຊາດ ທີ່ໄດ້ອຸທິດຕະຫຼອດຊີວິດ ເພື່ອພາລະກິດປະຕິວັດ, ເປັນແບບຢ່າງອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ຄົນຮຸ່ນຫຼັງໄດ້ຮໍ່າຮຽນເອົາເປັນແບບຢ່າງ.

ຈາກຜົນງານອັນດີເດັ່ນດັ່ງກ່າວ, ໃນພິທີໄດ້ມີການຍ້ອງຍໍ ແລະ ມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ມີຈຳນວນ 143 ທ່ານ, ຍິງ 60 ທ່ານ ແລະ ຍ້ອງຍໍຍ້ອງຍໍພະນັກງານດີເດັ່ນ ປະຈໍາປີ 2025 ລາຍລະ ອຽດມີດັ່ງນີ້:
– ຍ້ອງຍໍພະນັກງານດີເດັ່ນ:
1. ພະນັກງານດີເດັ່ນ ປະເພດ I: 85 ທ່ານ, ຍິງ 39 ທ່ານ.
2. ພະນັກງານດີເດັ່ນ ປະເພດ II: 10 ທ່ານ, ຍິງ 10 ທ່ານ.
3. ພະນັກງານດີເດັ່ນ ປະເພດ III: 04 ທ່ານ, ຍິງ 01 ທ່ານ.
– ຍ້ອງຍໍກົມກອງດີເດັ່ນ
1. ກົມກອງດີເດັ່ນ ປະເພດ I: ຈໍານວນ 5 ກົມກອງ.
2. ກົມກອງດີເດັ່ນ ປະເພດ II: ຈໍານວນ 7 ກົມກອງ.
– ຍ້ອງຍໍນັກສຶກສາຮຽນເກັ່ງ-ມີວິໄນ ປະຈໍາປີ 2024 ນັກສຶກສາປະລິນຍາໂທ ຮຸ່ນທີ XX
1. ປະເພດ I: 94 ທ່ານ, ຍິງ 31 ທ່ານ.
2. ປະເພດ II: 35 ທ່ານ, ຍິງ 03 ທ່ານ.
3. ປະເພດ III: 9 ທ່ານ.
– ຍ້ອງຍໍຄະນະພັກ, ຄະນະຫ້ອງດີເດັ່ນໃນການນໍາພາ-ຊີ້ນໍາຫ້ອງຮຽນ ປະຈໍາປີ 2025 ນັກສຶກສາປະລິນຍາໂທ ຮຸ່ນທີ XX (ຫ້ອງ ກໍ ແລະຂໍ)
1. ຫ້ອງຮຽນນັກສຶກສາປະລິນຍາໂທ ຮຸ່ນທີ XX ຫ້ອງ ກໍ ຈໍານວນ 05 ທ່ານ, ຍິງ 01 ທ່ານ.
2. ຫ້ອງຮຽນນັກສຶກສາປະລິນຍາໂທ ຮຸ່ນທີ XX ຫ້ອງ ຂໍ ຈໍານວນ 05 ທ່ານ, ຍິງ 02 ທ່ານ
– ຍ້ອງຍໍຫ້ອງຮຽນດີເດັ່ນ ປະເພດ I ປະຈໍາປີ 2025 ແມ່ນນັກສຶກສາປະລິນຍາໂທ ຮຸ່ນທີ XX ຫ້ອງ ກໍ ແລະ ຂໍ.







ໃນຕອນທ້າຍຂອງພິທີ, ທ່ານ ຮສ ພູວົງ ອຸ່ນຄໍາແສນ ປະທານໃນພິທີ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ເພື່ອເປັນເຂັມທິດເຍືອງທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໂດຍທ່ານໄດ້ເນັ້ນໜັກ 5 ບັນຫາສຳຄັນ ຄື:
- ໃຫ້ຄະນະພັກ-ຄະນະນຳ ທຸກຂັ້ນ ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ.
- ເອົາໃຈໃສ່ຍົກລະດັບວຽກງານວິຊາສະເພາະ ໂດຍສະເພາະແມ່ນການຄຸ້ມຄອງ ແລະ ພັດທະນາຫຼັກສູດການຮຽນ-ການສອນ ໃຫ້ມີຄຸນນະພາບ, ຮັບປະກັນລັກສະນະວິທະຍາສາດ ແລະ ຕິດພັນກັບພຶດຕິກຳຕົວຈິງ.
- ໃຫ້ບັນດາກົມ, ສູນ ແລະ ຄະນະຕ່າງໆ ເປັນເຈົ້າການໃນການສະໜອງເອກະສານ, ຂໍ້ມູນຂ່າວສານ ແລະ ຜະລິດປຶ້ມຕຳລາ ຮັບໃຊ້ການຮຽນ-ການສອນ ໃຫ້ທັນຕາມກຳນົດເວລາ ແລະ ພຽງພໍກັບຄວາມຕ້ອງການ.
- ຊຸກຍູ້ສົ່ງເສີມວຽກງານຄົ້ນຄວ້າວິທະຍາສາດ ໃຫ້ກາຍເປັນປາຍແຫຼມ, ຕິດພັນກັບການກໍ່ສ້າງພັກ-ພະນັກງານ ແລະ ການກະກຽມເນື້ອໃນ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຂັ້ນຕ່າງໆ ຂອງ ສມປຊ ແລະ ຂອງພັກ.
- ຮຽກຮ້ອງໃຫ້ນັກສຶກສາທຸກຮຸ່ນ, ທຸກລະບົບ ຈົ່ງເພີ່ມທະວີຄວາມເປັນເຈົ້າການໃນການຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ ເພື່ອກາຍເປັນພະນັກງານນຳພາ-ຄຸ້ມຄອງ ທີ່ດີຂອງພັກ ແລະ ຂອງຊາດ ໃນອະນາຄົດ.
ພິທີປາຖະກະຖາຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ, ເບີກບານມ່ວນຊື່ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ, ເປັນນິມິດໝາຍອັນດີ ໃຫ້ແກ່ການສືບຕໍ່ບຸກທະລຸ ແລະ ສ້າງຜົນງານໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ ໃນປີ 2026.
ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
