ຄະນະບໍລິຫານງານພັກແຂວງຫຼວງພະບາງ ຕ້ອນຮັບຄະນະເລຂາທິການສູນກາງພັກ
ໃນວັນທີ 23 ຕຸລາ 2026 ຢູ່ຫ້ອງຮັບແຂກ ຫ້ອງວ່າການແຂວງຫຼວງພະບາງ, ສະຫາຍ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າພົບ ຂອງສະຫາຍ ປອ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມຄະນະ.ໃນໂອກາດນີ້ ສະຫາຍ ຄຳຫຼ້າ ລຽນປະດິດ ໄດ້ກ່າວຕ້ອນຮັບຄະນະຢ່າງອົບອຸ່ນ ພ້ອມລາຍງານສະ ພາບລວມຂອງແຂວງ, ຈຸດພິເສດດ້ານພູມສັນຖານ, ວັດທະນະທຳ, ຮີດຄອງປະເພນີ…
