ກອງປະຊຸມສໍາມະນາວິທະຍາສາດທີ່ຍິ່ງໃຫຍ່ ພາຍໃຕ້ຫົວຂໍ້ “50 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ-ບົດຮຽນ ຂອງບັນດາແຂວງ, ນະຄອນຫຼວງວຽງຈັນ” ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍບັນຍາກາດອັນຟົດຟື້ນ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ ໃນວັນທີ 29 ຕຸລາ 2025. ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນທັງດ້ານທິດສະດີ ແລະ ພຶດຕິກຳສູງ, ຈັດຂຶ້ນໃນທ່າມກາງທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນບັນດາເຜົ່າ ພວມສຸມໃສ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນທ້າຍສະໄໝ ແລະ ສຸມໃສ່ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກຂອງຕົນຢ່າງຕັ້ງໜ້າ.

ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ໃຫ້ກຽດເປັນປະທານກອງປະຊຸມ. ທ່ານໄດ້ສະແດງຄວາມປິຕິຊົມຊື່ນ ແລະ ເປັນກຽດຢ່າງຍິ່ງ ທີ່ໄດ້ຕາງໜ້າຄະນະບໍລິຫານງານພັກ ເຂົ້າຮ່ວມເປັນປະທານໃນຄັ້ງນີ້. ຜູ້ເຂົ້າຮ່ວມມີ ຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຕ່າງໆ ແລະຕາງໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ.


ກອງປະຊຸມສຳມະນາວິທະຍາສາດຄັ້ງນີ້ ປະກອບມີ 18 ຫົວຂໍ້ຍ່ອຍ, ເຊິ່ງໄດ້ມອບໃຫ້ແຕ່ລະໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າໃນການຄົ້ນຄວ້າລົງເລິກບັນຫາທີ່ຕິດພັນສະເພາະກັບຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາຢູ່ທ້ອງຖິ່ນຕົນ. ໃນພິທີ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກ່າວຈຸດປະສົງກອງປະຊຸມ ແລະ ການກ່າວບົດນຳ. ຫຼັງຈາກນັ້ນ, ມີການນຳສະເໜີຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາ ຈາກນັກວິທະຍາສາດ ຈາກໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ໂດຍມີການປະກອບຄໍາເຫັນ, ເຈາະຈີ້ມ ແລະ ຖາມຕອບ ຈຸດສຸມການຄົ້ນຄວ້າ-ການວິເຄາະວິໄຈ, ໄຈ້ແຍກບັນຫາທີ່ເປັນຫຼັກການທາງດ້ານທິດສະດີ ແລະ ພຶດຕິກຳ, ຄົ້ນຄວ້າລົງເລິກເຖິງຜົນສຳເລັດ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ກຳນົດທັດສະນະທີ່ມີລັກສະນະເປັນທິດທາງໃນການແກ້ໄຂບັນຫາທີ່ຕັ້ງຂຶ້ນຢູ່ທ້ອງຖິ່ນ.












ປະທານກອງປະຊຸມໄດ້ຊີ້ໃຫ້ເຫັນເຖິງຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ຍັງມີຢູ່ ເຊັ່ນ: ລະດັບການພັດທະນາລະຫວ່າງຕົວເມືອງ ແລະ ຊົນນະບົດ ຍັງບໍ່ທັນບັນລຸໄດ້ຕາມເປົ້າໝາຍ, ຄວາມເປັນເຈົ້າຕົນເອງດ້ານເສດຖະກິດຂອງປະຊາຊົນຍັງບໍ່ທັນເຂັ້ມແຂງ, ເອື່ອຍອີງໃສ່ແຕ່ການກູ້ຢືມ ແລະ ການຊ່ວຍເຫຼືອລ້າຈາກລັດຖະບານ ແລະອົງການຈັດຕັ້ງ ສາກົນ. ສັງຄົມລາວຍັງມີລັກສະນະເປັນສັງຄົມບໍລິໂພກຟຸມເຟືອຍ ແລະ ຄ່ານິຍົມຊົມໃຊ້ສິນຄ້າຈາກຕ່າງປະເທດ ແລະທ່ານໄດ້ຮຽກຮ້ອງມາຍັງບັນດານັກວິທະຍາສາດ, ຄູ-ອາຈານ ແລະ ແຂກທີ່ເຂົ້າຮ່ວມ ຈົ່ງຍົກສູງຄວາມຮັບຜິດຊອບ, ຄົ້ນຄວ້າໃຫ້ເລິກເຊິ່ງ ແລະ ຊອກໃຫ້ເຫັນແກ່ນແທ້ຂອງບັນຫາ. ພ້ອມທັງສະເໜີໃຫ້: ນັກວິທະຍາສາດ ເອົາໃຈໃສ່ໃນການຄົ້ນຄວ້າ, ວິເຄາະ, ວິໄຈ ແລະ ຕີລາຄາບັນດາເນື້ອໃນແຕ່ລະຫົວຂໍ້ ໃຫ້ແທດກັບຄວາມເປັນຈິງ, ຊີ້ແຈງໃຫ້ເຫັນດ້ານຕັ້ງໜ້າ ແລະ ຂໍ້ຈໍາກັດ, ຜູ້ຮັບຜິດຊອບຫົວຂໍ້ ຮັບຟັງການປະກອບຄຳຄິດເຫັນຂອງຄະນະກຳມະການ ແລະ ພາກສ່ວນຕ່າງໆ ເພື່ອນຳໄປປັບປຸງບົດໃຫ້ຮັບປະກັນລັກສະນະວິທະຍາສາດ ແລະ ສາມາດໝູນໃຊ້ໃນພາກປະຕິບັດຕົວຈິງໄດ້.








ປະທານກອງປະຊຸມໄດ້ສະແດງຄວາມເຊື່ອໝັ້ນວ່າ: ການສໍາມະນາວິທະຍາສາດຄັ້ງນີ້ ຈະເປັນການຄົ້ນຄວ້າບັນຫາສໍາຄັນກ່ຽວກັບການປົກປັກຮັກສາ ແລະ ສ້າງສາພັດທະນາຂອງບັນດາແຂວງ ແລະ ນະຄອນຫຼວງ, ເພື່ອແນໃສ່ສົ່ງເສີມ ແລະ ປັບປຸງແບບແຜນ, ວິທີການທີ່ເປັນລະບົບ ແລະ ມີປະສິດທິຜົນໃນການພັດທະນາເຂດແຄວ້ນຂອງຕົນ. ທັງໝົດນີ້ ກໍເພື່ອເປັນພື້ນຖານໃນການສ້າງຄວາມມີສະຖຽນລະພາບ ແລະ ຄວາມເຂັ້ມແຂງໃນລະບົບການເມືອງ, ຮັກສາໄດ້ຄວາມສະຫງົບປອດໄພທາງສັງຄົມ ແລະ ເສດຖະກິດ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ເຮັດໃຫ້ປະຊາຊົນໄດ້ກາຍເປັນເຈົ້າປະເທດຊາດຢ່າງແທ້ຈິງ.

ກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ການເປັນປະທານຂອງ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ອວຍພອນໄຊ ແລະ ຈະເປັນກອງປະຊຸມທີ່ມີຄວາມໝາຍສຳຄັນ ແລະ ເປັນປະໂຫຍດຢ່າງໃຫຍ່ຫຼວງ ຕໍ່ກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຕໍ່ໜ້າ ແລະກ່າວປິດ ລົງໃນວັນດຽວກັນເວລາ 16:00 ໂມງ.

ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
