ໃນຕອນເຊົ້າວັນ​ທີ 10 ກໍ​ລະ​ກົດ 2025 ໂຮງ​ຮຽນ​ການ​ເມືອງ​ ແລະ​ ການ​ປົກ​ຄອງ 6 ແຂວງ​ພາກ​  ເໜືອ ໄດ້ຈັດກອງ​ປະ​ຊຸມ​ຖອດ​ຖອນ​ບົດ​ຮຽນ​ການ​ຄຸ້ມ​ຄອງ​ການ​ຮຽນ-ການ​ສອນ​ ໂຮງ​ຮຽນ​ການ​ເມືອງ ​ແລະ​ ການ​ປົກ​ຄອງ 6 ແຂວງ​ພາກ​ເໜືອ ທີ່​ແຂວງ​ໄຊ​ຍະ​ບູ​ລີ ​ໂດຍ​ໃຫ້​ກຽດ​ເປັນ​ປະ​ທານ​ ຂອງ​ທ່ານ ຮ​ສ ພູ​ວົງ ​ອຸ່ນ​ຄຳ​ແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວ​ໜ້າ​ສະ​ຖາ​ບັນ​ການເມືອງ ແລະ ​ການ​ປົກ​ຄອງ​ແຫ່ງ​ຊາດ ແລະ ມີແຂກຖືກເຊີນຈາກພາກສ່ວນຕ່າງໆ ກໍໃຫ້ກຽດເຂົ້າຮ່ວມ.

    ໃນ​ກອງ​ປະຊຸມ​ດັ່ງ​ກ່າວ ​ທ່ານ ປອ ສີ​ສອນ​ພັນ ບຸນ​ສີ ຫົວ​ໜ້າ​ໂຮງ​ຮຽນ​ການ​ເມືອງ ​ແລະ ​ການ​ປົກ​ຄອງ​ ແຂວງໄຊ​ຍະ​ບູ​ລີ ​ກໍໄດ້​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ສະ​ພາບ​ຈຸດ​ພິ​ເສດບາງດ້ານ ຂອງ​ແຂວງ​ໄຊ​ຍະ​ບູ​ລີ ວ່າ: ໂຮງ​ຮຽນ​ການ​ເມືອງ ແລະ ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ​ເປັນ​ອົງ​ການ​ວິຊາ​ການ​ຂັ້ນ​ແຂວງ ມີ​ບົດ​ບາດ​ທຽບ​ເທົ່າ​ກັບ​ພະ​ແນກ​ການ​ຕ່າງໆ​ຂັ້ນ​ແຂວງ ​ເຊິ່ງ​ຢູ່​ພາຍ​ໃຕ້​ການ​ນຳ​ພາ-ຊີ້​ນຳ​ໂດຍ​ກົງ​ທາງ​ດ້ານ​ການ​ເມືອງ-​ແນວ​ຄິດ, ການ​ຈັດ​ຕັ້ງ ຂອງ​ຄະ​ນະ​ປະ​ຈຳ​ພັກ​ແຂວງ, ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຫ່ງ​ຊາດ.

    ດ້ານ​ວຽກ​ງານ​ຄຸ້ມ​ຄອງ​ການ​ຮຽນ​-ການ​ສອນ ໃນ​ໄລ​ຍະ​ຜ່ານ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ຜູ້​ບໍ​ລິ​ຫານ​ໂຮງ​ຮຽນ​​ປະ​ຈຳ​ແຕ່​ລະ​ປີ​ ກ່ຽວ​ກັບ​ຫຼັກ​ສູດ​ການ​ຮຽນ-​ການ​ສອນ ລະ​ບົບ​ທິດ​ສະ​ດີ​ການ​ເມືອງ​ຂັ້ນ​ຕົ້ນ ແລະ ຂັ້ນ​ກາງ ແລະ ລະ​ບົບ 10 ວັນ​ໃຫ້​ເລ​ຂາ​ພັກ​ບ້ານ ແລະ ​ຄະ​ນະ​ພັກ​ບ້ານ, ມີ​ທັງ​ໝົດ 3 ຊຸດ ຮຽນ, ມີ​ຜູ້ເຂົ້າ​ຮຽນ​ທັງ​ໝົດ 149 ຄົນ, ຍິງ 31 ຄົນ ​ລາຍ​ລະ​ອຽດມີ​ດັ່ງ​ນີ້: ລະ​ບົບ​ທິດ​ສະ​ດີ​ການ​ເມືອງ​ຂັ້ນ​ຕົ້ນ​: ມີ 2 ຊຸດ, ​ມີ​ຜູ້​ເຂົ້າ​ຮຽນ​ທັງ​ໝົດ 98 ຄົນ, ຍິງ 18 ຄົນ; ​ລະ​ບົບ​ທິດ​ສະ​ດີ​ການ​ເມືອງ​ຂັ້ນ​ກາງ​ ມີ 1 ຊຸດ,​ມີ​ຜູ້​ເຂົ້າ​ຮຽນ​ທັງ​ໝົດ 51 ຄົນ, ​ຍິງ 13 ຄົນ. ປັດ​ຈຸບັນ ​ພວມ​ກະ​ກຽມ​ສືບ​ຕໍ່​ເປີດ​ຊຸດ​ຮຽນ​ທິດ​ສະ​ດີ​ການ​ເມືອງ​ຂັ້ນ​ຕົ້ນ​ຮຸ່ນ​ທີ VI ແລະ ​ຂັ້ນ​ກາງ​ຮຸ່ນ​ທີ IV ພາຍ​ໃນ​ເດືອນ​ກໍ​ລະ​ກົດ ​ປີ 2025 ແລະ ​ກະ​ກຽມ​ເປີດ​ຊຸດ​ບຳ​ລຸງ 10 ວັນ ເລ​ຂາ​ພັກ​ບ້ານ, ນາຍ​ບ້ານ ເມືອງ​ໄຊ​ຍະ​ບູ​ລີ ຊຸດ​ທີ IV ແລະ ເມືອງ​ພຽງ​ ຊຸດ​ທີ III ຕິດ​ຕາມກວດ​ກາ​ປະ​ຕິ​ບັດ​ລະ​ບຽບ​ຕ່າງໆ​ ກ່ຽວ​ກັບ​ການ​ຮຽນ-​ການ​ສອນ​ ໃນ​ທຸກ​ລະ​ບົບ ແລະ ຄຸມ​ຄອງ​ການ​ເກັບ​ກຳ​ສະ​ຖິ​ຕິ ຊີ​ວະ​ປະ​ຫວັດ ແລະ ຂຶ້ນ​ທະ​ບຽນ​ຂອງ​ນັກ​ສຶກ​ສາ​ລະ​ບົບ​ທິດ​ສະ​ດີ​ການ​ເມືອງ​ຂັ້ນ​ຕົ້ນ ແລະ ​ຂັ້ນ​ກາງ ແລະ​ ລະ​ບົບ 10 ວັນ.

    ໃນຕອນທ້າຍກອງປະຊຸມ ທ່ານປະທານໄດ້ສະຫຼຸບຄືນກອງປະຊຸມ ພ້ອມທັງໂອ້ລົມຮຽກຮ້ອງມາຍັງພະນັກພະນັກງານ, ຄູ-ອາຈານ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຢ່າງເປັນປົກກະຕິ, ຖືເອົາການຄົ້ນຄວ້າເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບ ແລະ ກົດໝາຍຂອງລັດ ເພື່ອຮັບຮູ້ເຂົ້າໃຈໃຫ້ເລິກເຊິ່ງ ສ້າງຄວາມຮູ້ໃຫ້ພະນັກງານ, ຄູ-ອາຈານ ຕ້ອງເປັນເອກະພາບໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ວຽກອື່ນໆທີ່ຕິດພັນກັບການຮຽນ-ການສອນ.

ຂ່າວ/ພາບ​: ວັດ​ທະ​ນາ ພັນ​ລັກ

                                                  ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ