ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຫຼັກສູດຝຶກອົບຮົມທິດສະດີການເມືອງຂັ້ນສູງລະບົບເລັ່ງລັດ 45 ວັນ ຊຸດທີ I ແລະ ລະບົບປະລິນຍາເອກ ການເມືອງ-ການປົກຄອງ ຮຸ່ນທີ I ຊຶ່ງໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໃນຕອນເຊົ້າ ຂອງວັນທີ 8 ທັນວາ 2025. ພິທີດັ່ງກ່າວ ໄດ້ຮັບກຽດເປັນປະທານ ຈາກ ທ່ານ ນາງ ສີໃສ ລືເດດມູນສອນ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍ ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ, ມີຕາງໜ້າແຂກ ຈາກກະຊວງສຶກສາທິການ ແລະ ກິລາ, ຈາກຄະນະຈັດຕັ້ງສູນກາງພັກ, ມະຫາວິທະຍາໄລແຫ່ງຊາດ, ຫົວໜ້າກົມ, ຫົວໜ້າຫ້ອງການ, ສູນ, ຄະນະ ພ້ອມດ້ວຍພະນັກງານ, ຄູອາຈານ ແລະນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

         ໃນພິທີ, ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານແຜນການຮຽນ-ການສອນ ຕໍ່ກັບ 2 ລະບົບດັ່ງກ່າວວ່າ: ໂຄງສ້າງຫຼັກສູດທັງສອງລະບົບ ແມ່ນເນັ້ນໜັກໃສ່ການເສີມສ້າງຄວາມຮູ້ດ້ານທິດສະດີ ແລະ ວິທະຍາສາດການເມືອງ-ການປົກຄອງ ຢ່າງເລິກເຊິ່ງ ດັ່ງນີ້:

          1). ລະບົບບຳລຸງທິດສະດີການເມືອງຂັ້ນສູງ 45 ວັນ ມີ 28 ທ່ານ, ຍິງ 2 ທ່ານ, ຫຼັກສູດປະກອບມີ 10 ວິຊາຫຼັກ ທີ່ເປັນພື້ນຖານຂອງການນຳພາ-ຄຸ້ມຄອງຂອງພັກ-ລັດ, ລວມມີ 263 ຊົ່ວໂມງ.

         2. ລະບົບປະລິນຍາເອກ ການເມືອງ ແລະ ການປົກຄອງ ຈຳນວນ 8 ທ່ານ, ຍິງ 2 ທ່ານ, ເປັນຫຼັກສູດ 3 ປີ ລວມ 64 ໜ່ວຍກິດ. ເປີດສອນໃນ 2 ສາຂາ ຄື: ສາຂາປັດຊະຍາ ແລະ ສາຂາເສດຖະສາດການເມືອງ. ຫຼັກສູດນີ້ ມີຈຸດປະສົງສ້າງບຸກຄະລາກອນຄົ້ນຄວ້າທີ່ມີຄຸນນະພາບສູງ ເພື່ອຮັບໃຊ້ການວາງແນວທາງນະໂຍບາຍຂອງພັກ ແລະ ລັດໃນຕໍ່ໜ້າ. ການເປີດຊຸດຮຽນໃນຄັ້ງນີ້ ຖືເປັນຊຸດຮຽນປະຫວັດສາດ ທີ່ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງແມ່ນຊຸດຮຽນທຳອິດ ໂດຍສະເພາະແມ່ນການກໍ່ສ້າງລະບົບປະລິນຍາເອກ ສາຂາວິຊາທີ່ຕິດພັນກັບທິດສະດີ ມາກ-ເລນິນ.

         ໃນບົດກ່າວໂອ້ລົມອັນມີຄວາມໝາຍ ຂອງ ທ່ານ ນາງ ສີໃສ ລືເດດມູນສອນ, ທ່ານໄດ້ຍົກໃຫ້ເຫັນເຖິງພາລະບົດບາດອັນສຳຄັນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕະຫຼອດໄລຍະ 30 ປີ ທີ່ໄດ້ກາຍເປັນເບົ້າຫຼໍ່ແຫ່ງການກໍ່ສ້າງ ແລະ ບໍາລຸງທິດສະດີການເມືອງ-ການປົກຄອງ ໃຫ້ແກ່ຖັນແຖວພະນັກງານນໍາພາ-ຄຸ້ມຄອງ ຂອງພັກ-ລັດ ໂດຍຊີ້ໃຫ້ເຫັນວ່າ: ການເປີດຊຸດບໍາລຸງ ທິດສະດີການເມືອງ ຕິດພັນກັບແຜນການສ້າງພະນັກງານນໍາພາຄຸ້ມຄອງ ຂອງພັກລັດ. ການກໍ່ສ້າງລະດັບປະລິນຍາເອກ ເພື່ອສ້າງບຸກຄະລາກອນ ໃຫ້ມີຄວາມຮູ້-ຄວາມສາມາດ ໃນການຄົ້ນຄວ້າ ເພື່ອປະກອບສ່ວນອັນສໍາຄັນ ເຂົ້າໃນການປະຕິບັດໂຄງການການເມືອງ ຂອງພັກເຮົາ ທີ່ຈະຮັບຮອງເອົາໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ທັງເປັນການຍົກຂີດຄວາມສາມາດ ເປັນເສນາທິການສ້າງຄວາມຮັບຮູ້ ຄວາມສາມາດ ໃນການຄົ້ນຄວ້າ ຄາດຄະເນ ຕີລາຄາສະພາບການ ໃຫ້ແກ່ພະນັກງານສະມາຊິກພັກ ທີ່ມີຄວາມໝາຍສໍາຄັນ ແລະ ເລິກເຊິ່ງ; ພ້ອມນັ້ນ, ທ່ານຍັງເນັ້ນໜັກວ່າ: ບັນດາທ່ານເປັນພະນັກງານນໍາພາ-ຄຸ້ມຄອງ ສູງຂຶ້ນເທົ່າໃດ ໄດ້ຮັບຄວາມຮັບຜິດຊອບ ການເມືອງຫຼາຍເທົ່າໃດ ຍິ່ງຕ້ອງຄົ້ນຄວ້າຮໍ່າຮຽນຫຼາຍຂຶ້ນເທົ່ານັ້ນ ໂດຍສະເພາະ ການຄົ້ນຄວ້າຮໍ່າຮຽນດ້ານທິດສະດີ,  ຮຽນຈາກແນວທາງນະໂຍບາຍ ຂອງພັກ, ຮຽນນໍາລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ດັ່ງທ່ານ ເລນິນ ເຄີຍເວົ້າວ່າ: “ບໍ່ມີທິດສະດີປະຕິວັດ ກໍບໍ່ມີຂະບວນການປະຕິວັດ”, “ພັກການເມືອງໃດ ຫາກມີທິດສະດີກ້າວໜ້າ ເຍືອງທາງ ຈຶ່ງສາມາດເຮັດລ້ອນພາລະບົດບາດ ເປັນນັກຮົບນໍາໜ້າ”, ດ້ວຍບົດບາດ ແລະ ຄວາມສໍາຄັນ ຂອງທິດສະດີ ມາກ-ເລນິນ ຄືດັ່ງກ່າວນັ້ນ, ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງພວກເຮົາ ຈຶ່ງໄດ້ສັ່ງສອນໄວ້ວ່າ: “ນັກຮົບຜູ້ໜຶ່ງ ຖ້າຫາກມີອາວຸດດີ ການສູ້ຮົບຂອງເຂົາ ຈະໄດ້ຮັບຜົນກວ່າ ແລະ ດີກວ່າ”. “ພະນັກງານຂັ້ນສູງ ຂອງພັກ-ລັດ ຖ້າຫາກມີວິທີວິທະຍາຖືກຕ້ອງ ກໍມີຄວາມສາມາດນໍາພາມະຫາຊົນ ເຮັດສໍາເລັດທຸກໜ້າທີ່ ທີ່ພັກ ແລະ ລັດ ມອບໝາຍໃຫ້ໄດ້ເປັນຢ່າງດີ”.

         ສະນັ້ນ, ຊຸດຮຽນທິດສະດີການເມືອງ ຂັ້ນສູງ ລະບົບເລັ່ງລັດ ໄລຍະເວລາ 45 ວັນ ແລະ ການຄົ້ນຄວ້າ ຮັບຮອງເອົາວິທະຍານິພົນປະລິນຍາເອກ ການເມືອງ-ການປົກຄອງ ຮຸ່ນທໍາອິດ ຈະເປັນບົດຮຽນໃຫ້ແກ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເວົ້າສະເພາະ, ເວົ້າລວມ ໃຫ້ແກ່ສູນກາງພັກ ຂອງພວກເຮົາ ເພື່ອສືບຕໍ່ປະຕິບັດຫຼັກສູດແບບນີ້ ຕໍ່ໄປ ແລະ ພິທີເປີດຊຸດຮຽນໃນຄັ້ງນີ້ ແມ່ນການຈັດຕັ້ງປະຕິບັດມະຕິ ຂອງສູນກາງພັກ ຢ່າງເຂັ້ມງວດ, ເປັນການປັບປຸງກໍ່ສ້າງພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຂອງພັກ-ລັດ ໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານທິດສະດີວິທະຍາສາດການເມືອງຢ່າງເລິກເຊິ່ງ; ພ້ອມນັ້ນ, ປະທານຍັງໄດ້ຮຽກຮ້ອງໃຫ້ສໍາມະນາກອນທັງໝົດ (ລະບົບ 45 ວັນ) ແລະ ນັກຄົ້ນຄວ້າປະລິນຍາເອກທັງໝົດ ຈົ່ງບຸກບືນຄົ້ນຄວ້າຮໍ່າຮຽນ, ສູ້ຊົນຜ່ານຜ່າອຸປະສັກ ແລະ ນຳເອົາຄວາມຮູ້ທາງດ້ານທິດສະດີ ໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ ເພື່ອໃຫ້ສາມາດຕີລາຄາ, ວິເຄາະ, ໄຈ້ແຍກບັນຫາຕ່າງໆ ທີ່ເກີດຂຶ້ນໄດ້ຢ່າງຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍ ຂອງພັກ ແລະ ລັດ ແລະ ຮັບປະກັນການຈັດຕັ້ງປະຕິບັດໜ້າທີ່ການເມືອງໃຫ້ມີປະສິດທິຜົນສູງສຸດ.

                                           ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ

                                           ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ