ຂອບເຂດສິດຂອງ ສມປຊ

ຂອບເຂດສິດ:

  1. ໄດ້ຮັບແຈ້ງການຂໍ້ມູນຂ່າວສານຈາກຂັ້ນເທິງສາຍພັກ ແລະ ສາຍລັດ; ຂໍຄໍາເຫັນຈາກຂັ້ນເທິງ ກ່ຽວກັບບັນຫາທີ່ມີຄວາມຈໍາເປັນຕ່າງໆ. ພ້ອມກັນນັ້ນ, ມີສິດໄດ້ຮັບສ່ອງແສງລາຍງານຂໍ້ມູນຂ່າວສານ ຈາກຂະແໜງການ, ທ້ອງຖິ່ນ ແລະ ອອກແຈ້ງການ, ແນະນໍາຕໍ່ທ້ອງຖິ່ນ, ຂະແໜງການການ ກ່ຽວກັບບັນຫາ ທີ່ມີສ່ວນກ່ຽວຂ້ອງກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
  2. ເຂົ້າຮ່ວມກອງປະຊຸມເປີດກວ້າງ ຂອງສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ຫຼື ກອງປະຊຸມ ທີ່ກ່ຽວຂ້ອງກັບໜ້າທີ່ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
  3. ກໍານົດຮູບແບບໃບຢັ້ງຢືນລະດັບທິດສະດີການເມືອງຂັ້ນຕົ້ນ, ຂັ້ນກາງ, ຂັ້ນສູງ ໃຫ້ເປັນເອກະພາບໃນທົ່ວປະເທດ; ມີສິດອອກໃບຢັ້ງຢືນໃຫ້ຜູ້ທີ່ຮຽນຈົບທິດສະດີການເມືອງ ຂັ້ນຕົ້ນ, ຂັ້ນກາງ ແລະ ຂັ້ນສູງ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
  4. ອອກໃບປະກາສະນີຍະບັດ ໃຫ້ແກ່ຜູ້ທີ່ຮຽນຈົບວິຊາສະເພາະການເມືອງ ແລະ ການປົກ ຄອງ ຊັ້ນປະລິນຍາໂທ ແລະ ປະລິນຍາເອກ ຕາມຫຼັກສູດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
  5. ເລືອກເຟັ້ນ, ຈັດບູລິມາສິດ ກ່ຽວກັບຫົວຂໍ້ໂຄງການຄົ້ນຄວ້າທິດສະດີ ແລະ ພຶດຕິກໍາ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອຮັບໃຊ້ການຮຽນ-ການສອນ; ພະນັກງານ, ຄູ-ອາຈານ ມີສິດຂຽນ ແລະ ພິມຈໍາໜ່າຍປຶ້ມ ເປັນຂອງຕົນເອງໂດຍຜ່ານການຮັບຮອງ ຂອງສະພາວິທະາສາດ ຂັ້ນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
  6. ຕົກລົງໃຫ້ຄູ-ອາຈານ ທີ່ເຮັດໜ້າທີ່ສິດສອນ-ຄົ້ນຄວ້າວິທະຍາສາດ ເຊິ່ງມີລະດັບການສຶກສາປະລິນຍາເອກ ແລະ ຜູ້ທີ່ໄດ້ຮັບຕໍາແໜ່ງວິຊາການຄູ ຂັ້ນຮອງສາດສະດາຈານຂຶ້ນໄປ ທີ່ຮອດກະ ສຽນບໍານານ ແຕ່ຜູ້ກ່ຽວມີຄວາມຮູ້, ປະສົບການສູງໃນການສິດສອນ, ຍັງມີສຸຂະພາບແຂງແຮງ, ການ ຈັດຕັ້ງມີຄວາມຕ້ອງການ ແລະ ຜູ້ກ່ຽວມີຄວາມສະໝັກໃຈສືບຕໍ່ປະກອບສ່ວນສິດສອນ ກໍສາມາດຕໍ່ອາຍຸລັດຖະກອນຄູໄດ້ ແຕ່ບໍ່ເກີນ 10 ປີ.
  7. ພົວພັນກັບອົງການຈັດຕັ້ງຂອງພັກ, ລັດ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ຕະຫຼອດບຸກຄົນນັກວິທະຍາສາດ, ອາຈານສອນ ເພື່ອເຮັດໜ້າທີ່ກໍ່ສ້າງ, ບໍາລຸງພະນັກງານ ແລະ ຄົ້ນຄວ້າວິທະຍາສາດ.
  8. ຄົ້ນຄວ້າ, ນໍາສະເໜີຕໍ່ຂັ້ນເທິງພິຈາລະນາຮັບຮອງຕໍາແໜ່ງວິຊາການຄູ ທິດສະດີການ ເມືອງ-ການປົກອງ ແລະ ຕໍາແໜ່ງວິຊາການຂອງລັດຖະກອນ.
  9. ພົວພັນ ແລະ ຮ່ວມມືກັບບັນດາປະເທດຕ່າງໆ ແລະ ບັນດາອົງການຈັດຕັ້ງສາກົນ ບົນພຶື້ນຖານແນວທາງການຕ່າງປະເທດຂອງພັກ ແລະ ລະບຽບການທີ່ລັດຖະບານກໍານົດອອກ.
  10.  ຄົ້ນຄວ້າ, ຕົກລົງບັນດາວຽກງານພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄື: ບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ໂຍກຍ້າຍ, ເລື່ອນຂັ້ນ ແລະ ປົດຕໍາແໜ່ງພະນັກງານ-ລັດຖະກອນ ຂັ້ນຮອງກົມລົງໄປ, ສ້າງຕັ້ງ ແລະ ຈັດວາງໜ່ວຍງານຕ່າງໆ, ວາງຂໍ້ກໍານົດ, ກົດລະບຽບຕ່າງໆ, ນໍາໃຊ້ງົບປະມານ, ຕິດຕາມ, ກວດກາ, ແກ້ໄຂຜົນການກວດກາ, ປະຕິບັດນະໂຍບາຍ ແລະ ອື່ນໆ.
  11. ໄດ້ຮັບນະໂຍບາຍດ້ານວັດຖຸ ແລະ ຈິດໃຈອື່ນໆ ຄືກັບຄະນະຕ່າງໆຂອງພັກ, ບັນດາກະຊວງ-ອົງການ.
  12. ປະຕິບັດຕາມສິດອື່ນໆ ທີ່ໄດ້ຮັບມອບໝາຍ ຈາກກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ.

(ມະຕິຕົກລົງຂອງກົມການເມືອງສູນກາງພັກ ເລກທີ 075/ກມສພ, ລົງວັນທີ 30/07/2019 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ສມປຊ)