Month: October 2025

ກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “50 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ-ບົດຮຽນ ຂອງບັນດາແຂວງ, ນະຄອນຫຼວງວຽງຈັນ”

         ກອງປະຊຸມສໍາມະນາວິທະຍາສາດທີ່ຍິ່ງໃຫຍ່ ພາຍໃຕ້ຫົວຂໍ້ “50 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ-ບົດຮຽນ ຂອງບັນດາແຂວງ, ນະຄອນຫຼວງວຽງຈັນ” ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍບັນຍາກາດອັນຟົດຟື້ນ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ ໃນວັນທີ 29 ຕຸລາ 2025. ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນທັງດ້ານທິດສະດີ ແລະ ພຶດຕິກຳສູງ, ຈັດຂຶ້ນໃນທ່າມກາງທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນບັນດາເຜົ່າ ພວມສຸມໃສ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນທ້າຍສະໄໝ ແລະ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດແລກປ່ຽນບົດຮຽນໃນວຽກງານການນຳພາຄຸ້ມຄອງ, ການຮຽນ-ການສອນ ຕໍ່ກອງປະຊຸມຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ

         ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ (ຮມປຂ) ໄດ້ດຳເນີນເປັນມື້ທີ 2 ຢ່າງມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍເນື້ອໃນສຳຄັນ ໂດຍພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ການປະກອບຄຳຄິດຄຳເຫັນ ແລະ ຕັ້ງຄຳຖາມເຈາະຈີ້ມ, ແລກປ່ຽນບົດຮຽນໃນວຽກງານການນຳພາ-ຄຸ້ມຄອງ, ການຮຽນ-ການສອນ ແລະ ການຕິດພັນກັບການພັດທະນາເສດຖະກິດ-ສັງຄົມໃນຕົວຈິງ.…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ. ທີ່ແຂວງຈຳປາສັກ

ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ສົກປີ  2024-2025 ແລະວາງທິດທາງແຜນການສົກປີ 2025-2026. ກອງປະຊຸມຄັ້ງນີ້ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະ ເປັນກຽດ ປະທານຮ່ວມຂອງ ທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ.…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຍົກລະດັບຄວາມຮູ້ພື້ນຖານວຽກງານຂ່າວສານ  ໃຫ້ພະນັກງານ, ຄູ-ອາຈານ

ເພື່ອເປັນການສ້າງຄວາມຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງຕໍ່ຂະບວນການສ້າງໃບໜ້າໃໝ່ໃຫ້ແກ່ວຽກງານຂ່າວສານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດຝຶກອົບຮົມວຽກງານຂ່າວສານ ຫົວຂໍ້: “ເຕັກນິກການຂຽນຂ່າວ, ບັນນາທິການຂ່າວ ແລະການຖ່າຍຮູບພາບ” ໃນຕອນເຊົ້າ ຂອງວັນທີ 21 ຕຸລາ 2025; ການຝຶກອົບຮົມໄດ້ຈັດຂຶ້ນເປັນເວລາ 2 ວັນ ຄື: ໃນວັນທີ 21-22 ຕຸລາ 2025 ແລະໄດ້ມີພິທີປິດຝຶກອົບຮົມຄັ້ງນີ້ ໃນຕອນບ່າຍ ຂອງວັນທີ 22 ຕຸລາ…

ຂ່າວອື່ນໆ