ປະຫວັດມູນເຊື້ອຄວາມເປັນມາ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ

     ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ມີມູນເຊື້ອປະຫວັດຄວາມເປັນມາຍາວນານ ເຊິ່ງມີການເຕີບໃຫຍ່ຂະຫຍາຍຕົວຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວ ຂອງການປະຕິວັດລາວ. ພາຍຫຼັງພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22/03/1955, ພັກໄດ້ສືບຕໍ່ອອກແຮງນຳພາປະຊາຊົນລາວບັນດາເຜົ່າ ເວົ້າລວມ, ນໍາພາກຳລັງແຮງຕົ້ນຕໍ ຂອງການປະຕິວັດລາວ ດຳເນີນການຕໍ່ສູ້ກັບຈັກກະພັດຜູ້ຮຸກຮານ ແລະພວກລູກແຫຼ້ງຕີນມື ຂອງພວກເຂົາ, ສາມາດຍາດໄດ້ໄຊຊະນະເປັນກ້າວໆ ແຕ່ນ້ອຍຫາໃຫຍ່ ແລະກ້າວໄປເຖິງການປົດປ່ອຍປະຊາຊົນ ອອກຈາກການກົດຂີ່ຂົ່ມເຫັງ ຂອງສັກດີນາພາຍໃນ ແລະປົດປ່ອຍປະເທດຊາດອອກຈາກການຄອບຄອງ ຂອງອິດທິກຳລັງຈັກກະພັດຕ່າງດ້າວໄດ້ຢ່າງສົມບູນ ແລະສ້າງຕັ້ງ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975. ການບັນລຸເຖິງໄຊຊະນະຄືດັ່ງກ່າວ ແມ່ນເກີດຈາກຫຼາຍສາເຫດທີ່ສຳຄັນ, ໜຶ່ງໃນນັ້ນແມ່ນຍ້ອນພັກເຮົາໄດ້ມີກຳລັງ ແລະນຳໃຊ້ກຳລັງຢ່າງພຽງພໍ ແລະສອດຄ່ອງກັບແຕ່ລະສະຖານະການຕົວຈິງ. ກໍາລັງແຮງດັ່ງກ່າວນີ້ ແມ່ນໄດ້ຮັບການກໍ່ສ້າງ-ທະນຸບຳລຸງຢ່າງເລິກເຊິ່ງ ແລະໜັກແໜ້ນຈາກພັກປະຊາຊົນປະຕິວັດລາວ, ເຖິງວ່າໃນໄລຍະເວລານັ້ນ ບໍ່ທັນໄດ້ສ້າງຕັ້ງໂຮງຮຽນຂອງພັກຂຶ້ນ ແລະບໍ່ທັນມີການຈັດຕັ້ງການຮຽນ-ການສອນ ຢ່າງເປັນລະບົບຄົບຊຸດກໍ່ຕາມ, ແຕ່ກໍ່ໄດ້ມີການຈັດຕັ້ງຮໍ່າຮຽນ, ສຶກສາອົບຮົມພະນັກງານ ຢ່າງເປັນປົກກະຕິດ້ວຍຫຼາຍເນື້ອໃນ, ຫຼາຍວິທີການ, ຫຼາຍຮູບການ ຈົນສາມາດສ້າງໄດ້ພະນັກງານ ທີ່ເປັນກຳລັງແຮງຂອງພັກ, ຂອງການປະຕິວັດນີ້ ກາຍເປັນຜູ້ທີ່ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະຕໍ່ປະຊາຊົນ ສາມາດເຮັດຫຼ້ອນໜ້າທີ່ ທີ່ໄດ້ຮັບມອບໝາຍນັ້ນເປັນຢ່າງດີ. ພາຍຫຼັງໄດ້ມີການສ້າງຕັ້ງໂຮງຮຽນ ຂອງພັກຂຶ້ນແລ້ວ ຍິ່ງເຮັດໃຫ້ການກໍ່ສ້າງ-ບຳລຸງພະນັກງານຂອງພັກ ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະເປັນລະບົບຄົບຊຸດຫຼາຍຂຶ້ນ. ສະນັ້ນ, ໂຮງຮຽນຂອງພັກ ໃນຖານະທີ່ເປັນບ່ອນກໍ່ສ້າງ, ບໍາລຸງພະນັກງານທີ່ເປັນກຳລັງ ຂອງການປະຕິວັດລາວນັ້ນ ແມ່ນໄດ້ມີປະຫວັດມູນເຊື້ອ ຄວາມເປັນມາຢ່າງຍາວນານຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວ ຂອງການປະຕິວັດລາວດັ່ງນີ້

1. ໄລຍະທີ ໜຶ່ງ: ໄລຍະສ້າງຕັ້ງ ໂຮງຮຽນສາມັກຄີແລະມີທີ່ຕັ້ງຢູ່ດິນແດນ ຂອງ ສສ ຫວຽດນາມ ແຕ່ເດືອນ 3 ປີ 1964 ເຖິງ ເດືອນ 7 ປີ 1966.

    1). ວັນ​ທີ 22/03/1964 ໂຮງຮຽນຂອງ​ພັກ ​ໄດ້ຮັບການສ້າງຕັ້ງຂຶ້ນ​ຢ່າງ​ເປັນ​ທາງ​ການ ໂດຍໃສ່ຊື່ວ່າ: “​ໂຮງ​ຮຽນສາມັກຄີ” (ໝາຍເຖິງຄວາມສາມັກຄີ ລະຫວ່າງ ສູນກາງພັກປະຊາຊົນລາວ ກັບພັກຄົນງານຫວຽດນາມ ໃນໄລຍະນັ້ນ) ເຊິ່ງມີທີ່​​ຕັ້ງ​ຢູ່​ດິນ​ແດນ​ ຂອງ ສສ ຫວຽດນາມ (ບາງ​ແຫຼ່ງຂໍ້​ມູນ​ວ່າສ້າງ​ຕັ້ງ​ຢູ່​ເຂດ​ແດນ​ ຂອງ​ແຂວງ ​ແທ່ງ​ຮວງ, ບາງ​ແຫຼ່ງຂໍ້​ມູນ​ວ່າ​ສ້າງຕັ້ງ​ຢູ່ ​ແຂວງ ຕຽນກວ່າ​ງ) ​ເຊິ່ງມີ​ ທ່ານ ​ໂຮ່ສີ​ເຕືອງ (ເປັນຄົນ​ຫວຽດນາມ), ທ່ານ ສີສົມພອນ ລໍວັນໄຊ ປະກອບ​ເປັນ​ຄະນະ​ອຳນວຍ​ການ​ໂຮງຮຽນ. ໃນເວລາສ້າງຂຶ້ນທຳອິດ ບໍ່ທັນໄດ້ມີນິຕິກຳ ເພື່ອກຳນົດພາລະບົດບາດ, ໜ້າທີ່, ຂອບເຂດສິດຢ່າງລະອຽດ, ມີແຕ່ສູນກາງພັກ ໄດ້ມອບໜາຍໜ້າທີ່ໃຫ້ເຮັດ ແລະຂຶ້ນກັບການຊີ້ນຳ-ນຳພາ ຂອງສູນກາງພັກໂດຍກົງ.

ທ່ານ ສີສົມພອນ ລໍວັນໄຊ

    2). ໄລຍະ “ໂຮງຮຽນສາມັກຄີ” ຍ້າຍທີ່ຕັ້ງຈາກດິນແດນ ຂອງ ສສ ຫວຽດນາມ ມາຕັ້ງຢູ່ເຂດປົດປ່ອຍ ຂອງລາວ ແຕ່ເດືອນ 8 ປີ 1966 ເຖິງ ເດືອນ 6 ປີ 1976.

    – ເດືອນ 8 ປີ 1966 “ໂຮງຮຽນສາມັກຄີ” ໄດ້ຍ້າຍຈາກ ດິນແດນ ຂອງ ສສ ຫວຽດນາມ ມາຕັ້ງຢູ່ເຂດປົດປ່ອຍຄືຕັ້ງຢູ່ບ້ານບັກ, ເຂດນາໄກ ເມືອງວຽງໄຊ, ແຂວງຫົວພັນ ແລະໄດ້ປ່ຽນຊື່ເປັນ “ໂຮງຮຽນການ ເມືອງ ຂອງສູນກາງພັກ ປະຊາຊົນລາວ” ຕາມມະຕິຕົກລົງ ຂອງເລຂາທິການສູນກາງພັກ, ໄລຍະນີ້ໂຮງຮຽນກໍ່ບໍ່ທັນໄດ້ມີນິຕິກຳ ເພື່ອກຳນົດພາລະບົດບາດ, ໜ້າທີ່, ຂອບເຂດສິດຢ່າງລະອຽດ, ມີແຕ່ສູນກາງພັກໄດ້ມອບໜາຍໜ້າທີ່ໃຫ້ເຮັດ ແລະຂຶ້ນກັບການຊີ້ນຳ-ນຳພາ ຂອງສູນກາງພັກໂດຍກົງ.

    ຜູ້ອຳນວຍການໂຮງຮຽນເວລານີ້ແມ່ນ ທ່ານ ຈັນມີ ດວງບຸດດີ, ເວລານີ້ຈະມີ ຫຼື ບໍ່ມີຮອງຫົວໜ້າໂຮງຮຽນນັ້ນ ແມ່ນບໍ່ທັນມີຂໍ້ມູນ ກ່ຽວກັບບຸກຄະລາກອນ ທີ່ປະກອບເປັນຄະນະອຳນວຍການໂຮງຮຽນເທື່ອ.

ທ່ານ ຈັນມີ ດວງບຸດດີ

2. ໄລຍະທີ ສອງ: ໄລຍະ ໂຮງຮຽນການເມືອງ ຂອງສູນກາງພັກປະຊາຊົນລາວ ຍ້າຍທີ່ຕັ້ງຈາກເຂດທີ່ໝັ້ນ ຂອງການປະຕິວັດ ມາຢູ່ນະຄອນຫຼວງວຽງຈັນ ແຕ່ເດືອນ 6 ປີ 1976 ເຖິງ ເດືອນ 6 ປີ 1987.

     ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍໃນຂອບເຂດທົ່ວປະເທດ ຢ່າງສົມບູນ ແລະສ້າງຕັ້ງເປັນປະເທດ ສປປ ລາວ ຂຶ້ນ ໃນວັນທີ 2 ທັນວາ ປີ 1975, ອົງການນຳ ຂອງສູນກາງພັກ ແລະລັດໄດ້ມີການເຄື່ອນຍ້າຍສຳນັກງານ-ອົງການ, ສະຖານທີ່ເຮັດວຽກ ຂອງຂັ້ນສູນກາງ ຈາກຖານທີ່ໝັ້ນ ຂອງການປະຕິວັດ (ເມືອງວຽງໄຊ ແຂວງຫົວພັນ) ມາຢູ່ນະຄອນຫຼວງວຽງຈັນ, ໃນນີ້ກໍ່ມີ  “ໂຮງຮຽນການເມືອງຂອງສູນກາງພັກ” ກໍ່ໄດ້ຖືກຍົກຍ້າຍເຊັ່ນດຽວກັນ.

       ເດືອນ 6 ປີ 1976 ເຖິງ ເດືອນ 5 ປີ 1978  “ໂຮງຮຽນການເມືອງ ຂອງສູນກາງພັກ” ໄດ້ຍ້າຍຈາກບ້ານບັກ ເຂດນາໄກ ເມືອງວຽງໄຊ ແຂວງຫົວພັນ ເຊິ່ງເປັນຖານທີ່ໝັ້ນ ຂອງການປະຕິວັດລາວ ມາຢູ່ນະຄອນຫຼວງວຽງຈັນ ໂດຍໂຮມເຂົ້າເປັນກົງຈັກການຈັດຕັ້ງໜຶ່ງ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ຄະນະໂຄສະນາອົບຮົມສູນກາງພັກ ໃນເວລານີ້ ມີທີ່ຕັ້ງສຳນັກງານເຮັດວຽກ ຂອງຕົນແຈກຢາຍຢູ່ຫຼາຍບ່ອນເຊັ່ນ: ເຂດທາດຫຼວງ, ສະພັງໝໍ້, ໜອງບອນ ແລະໂພນສະອາດ; ສຳລັບ “ໂຮງຮຽນການເມືອງ ຂອງສູນກາງພັກ” ແມ່ນຕັ້ງຢູ່ກັບສຳນັກງານໃຫຍ່ ຂອງຄະນະໂຄສະນາອົບຮົມສູນກາງພັກ ຢູ່ເຂດໜອງບອນ ເພາະເປັນສະຖານທີ່ທີ່ມີອາຄານກວ້າງຂວາງເໝາະສຳລັບຈັດຕັ້ງການຮຽນ-ການສອນ ແລະການຝືກອົບຮົມຕ່າງໆ.
    ໄລຍະເວລານີ້ ກໍ່ບໍ່ທັນສາມາດຄົ້ນຄວ້າຊອກເຫັນນິຕິກຳທີ່ກໍານົດພາລະບົດບາດ, ໜ້າທີ່, ຂອບເຂດສິດຢ່າງລະອຽດ ຂອງໂຮງຮຽນ, ມີແຕ່ສູນກາງພັກ ໄດ້ສືບຕໍ່ມອບໜາຍໜ້າທີ່ໃຫ້ເຮັດ ໂດຍຂຶ້ນກັບການນຳພາຂອງຄະນະໂຄສະນາອົບຮົບສູນກາງພັກ ພາຍໃຕ້ການຊີ້ນຳ ຂອງສູນກາງພັກ.

    ຜູ້ອໍານວຍການເວລານີ້ກໍຍັງແມ່ນ ທ່ານ ສົມລັດ ຈັນທະມາດ ແຕ່ຍັງບໍ່ທັນມີຂໍ້ມູນ ກ່ຽວກັບຜູ້ເປັນຮອງຫົວໜ້າອຳນວຍການເທື່ອ.

ທ່ານ ສົມລັດ ຈັນທະມາດ

3. ໄລຍະທີ ສາມ: ໄລຍະທີ່ໂຮງຮຽນການເມືອງ ຂອງສູນກາງພັກໄດ້ມີການປ່ຽນເປັນຊື່ຕ່າງໆ ແຕ່ເດືອນ 6 ປີ 1978 ເຖິງ ເດືອນ 12 ປີ 1985.

    1). ເດືອນ 6 ປີ 1978 ເຖິງເດືອນ 8 ປີ 1982 ໂຮງຮຽນໄດ້ຍ້າຍຈາກ ໜອງບອນ ເຊິ່ງເປັນເຂດໃຈກາງ ຂອງນະຄອນຫຼວງວຽງຈັນ ອອກໄປຕັ້ງຢູ່ເຂດທ່າງ່ອນ ເມືອງໄຊທານີ ກຳແພງນະຄອນວຽງຈັນ ແລະປ່ຽນຊື່ຈາກ “ໂຮງຮຽນການເມືອງ ຂອງສູນກາງພັກ” ເປັນ “ໂຮງຮຽນທິດສະດີຊັ້ນສູງ-ຊັ້ນກາງ ຂອງສູນກາງພັກ”, ເວລານີ້ ເຖິງວ່າຈະມີການປ່ຽນຊື່ກໍ່ຕາມ ແຕ່ກົງຈັກການຈັດຕັ້ງ, ຊີວິດການເມືອງ, ວຽກການເງິນ-ງົບປະມານ, ບຸກຄະລາກອນ… ຂອງໂຮງຮຽນ ແມ່ນຍັງຂຶ້ນກັບການຊີ້ນໍາ-ນໍາພາໂດຍກົງ ແລະຮອບດ້ານ ຂອງຄະນະໂຄສະນາອົບຮົມສູນກາງພັກ.

    ຜູ້ອຳນວຍການໂຮງຮຽນໄລຍະນີ້ກໍ່ຍັງແມ່ນທ່ານ ຈັນມີ ດວງບຸດດີ ຄະນະອໍານວຍການປະກອບມີ ທ່ານ ລາດສະວັງ ວົງພະຈັນ.

ທ່ານ ຈັນມີ ດວງບຸດດີ 

ທ່ານ ລາດສະວັງ ວົງພະຈັນ

    2). ເດືອນ 9 ປີ 1982 ເຖິງເດືອນ 12 ປີ 1985 ໂຮງຮຽນໄດ້ປ່ຽນຊື່​ຈາກ “ໂຮງຮຽນທິດ​ສະ​ດີ​ຊັ້ນ​ສູງ-ຊັ້ນກາງ ​ຂອງ​ສູນ​ກາງ​ພັກ” ​ເປັນ “ໂຮງຮຽນພັກ​ຊັ້ນ​ສູງ ຂອງ​ສູນ​ກາງ​ພັກ” ແລະມີທີ່ຕັ້ງ​ຢູ່​ເຂດ​ທ່າ​ງ່ອນ ເມືອງໄຊທານີ ກຳແພງນະຄອນວຽງຈັນ ຄືເກົ່າ, ເວລານີ້ໜ້າທີ່​ຕົ້ນຕໍ ຂອງໂຮງຮຽນມີຄື: ສືບຕໍ່ຈັດ​ຕັ້ງການ​ຮຽນບຳລຸງຍົກລະດັບວັດທະນາ​ທຳ ລະດັບຊັ້ນມັດທະຍົມ (ຫ້ອງ 7), ຈັດຕັ້ງການຮຽນທິດ​ສະ​ດີ​ມາກ-​ເລ​ນິນ,​ ແນວທາງນະ​ໂຍບາຍ​ຂອງ​ພັກ ​ໃຫ້ພະນັກງານຫຼັກແຫຼ່ງໃນຂອບເຂດທົ່ວປະເທດ ເຊິ່ງໃຊ້ເວລາຮຽນ 2 ປີ ພ້ອມທັງຈັດຕັ້ງການ​ຮຽນປັບປຸງປົວ​ແປງ​ພາຍ​ໃນ​ພັກ​ ໄລຍະ 2 ​ເດືອນຕໍ່ 1 ຊຸດ ໄປພ້ອມໆກັນ.

    ຄະນະ​ອຳນວຍການ ໄລຍະນີ້​ປະກອບ​ມີ: ທ່ານ ສົມລັດ ຈັນທະ​ມາດ ​ເປັນ​ຫົວໜ້າ, ໃນ​ຄະນະ​ມີ: ທ່ານ ສີ​ເຫຼືອ ບຸນ​ຄ້ຳ ​ແລະທ່ານ ຈະ​ເລີ​ນ ​ເຢຍປາວ​ເຮີ.

ທ່ານ ສົມລັດ ຈັນທະ​ມາດ

ທ່ານ ສີເຫຼືອ ບຸນຄໍ້າ

ທ່ານ ຈະ​ເລີ​ນ ​ເຢຍປາວ​ເຮີ

4. ໄລຍະທີ ສີ່: ໄລຍະທີ່ໂຮງຮຽນແຍກຕົວອອກຈາກລະບົບກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມສູນກາງພັກ ອອກເປັນອົງການເອກະລາດ ຂຶ້ນກັບການຊີ້ນຳ-ນຳພາໂດຍກົງ ແລະຮອບດ້ານ ຂອງສູນກາງພັກ ແລະລັດຖະບານ ແຕ່ເດືອນ 1 ປີ 1986 ເຖິງ ເດືອນ 2 ປີ 1995.

    1).​ ​ເດືອນ 1 ປີ 1986 ເຖິງເດືອນ 2 ປີ 1995 ໂຮງຮຽນໄດ້ປ່ຽນຊື່​ຈາກ​ “ໂຮງຮຽນພັກ​ຊັ້ນ​ສູງ​ ຂອງ​ສູນ​ກາງ​ພັກ​” ເປັນ ​“ໂຮງຮຽນຊັ້ນ​ສູງ​ພັກ-ລັດ ຂອງ​ສູນ​ກາງ​ພັກ”, ​ໄລຍະ​ນີ້ກົງຈັກ​ການຈັດ​ຕັ້ງ, ບຸກຄະລາກອນ ​ແລະວຽກງານການເງິນ-ງົບປະມານ ​ໄດ້​ແຍກ​ອອກ​ຈາກ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ສ້າງເປັນອົງການໜຶ່ງທີ່ມີ​ຫົວໜ່ວຍງົບປະມານ​ຂັ້ນໜຶ່ງ ທີ່​ເປັນ​ເອກະລາດ.

    ຄະນະ​ອຳນວຍ​ການໂຮງຮຽນ​ປະກອບ​ມີ: ທ່ານ ສີ​ເຫຼືອ ບຸນຄ້ຳ ​ເປັນ​ຫົວໜ້າ, ທ່ານ ຄຳ​ນິນ ສີສະ​ມັກ ແລະທ່ານ ອຸດ​ທາ​ ພົມມະຈັນ ເປັນຮອງ (ຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະຮອງຫົວໜ້າອຳນວຍໂຮງຮຽນທິດສະດີຊັ້ນສູງ ຂອງສູນກາງພັກ, ສະບັບເລກທີ 25/ກມສພ, ລົງວັນທີ 20/09/1989).

ທ່ານ ສີເຫຼືອ ບຸນຄໍ້າ

ທ່ານ ຄຳ​ນິນ ສີສະ​ມັກ

ທ່ານ ອຸດ​ທາ​ ພົມມະຈັນ

     2). ເນື່ອງຈາກວ່າ ການສ້າງຕັ້ງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແມ່ນການໂຮມເອົາ “ໂຮງຮຽນຊັ້ນສູງພັກ-ລັດ ຂອງສູນກາງພັກ” ກັບ “ໂຮງຮຽນການປົກຄອງ ແລະຄຸ້ມຄອງແຫ່ງຊາດ” ເຂົ້າກັນ. ສະນັ້ນ, ຈຶ່ງໄດ້ນໍາສະເໜີໃຫ້ເຫັນປະຫວັດຄວາມເປັນມາໂດຍສັງເຂບ ຂອງໂຮງຮຽນການປົກຄອງ ແລະຄຸ້ມຄອງແຫ່ງຊາດ ຄືດັ່ງນີ້:

    ໂຮງຮຽນການປົກຄອງ ແລະຄຸ້ມຄອງແຫ່ງຊາດ ໄດ້ຮັບການສ້າງຂຶ້ນຕາມດຳລັດຂອງສະພາລັດຖະມົນຕີສະບັບເລກທີ 59/ປສລ, ລົງວັນທີ 08/07/1991 ວ່າດ້ວຍການສ້າງຕັ້ງໂຮງຮຽນການປົກຄອງ ແລະຄຸ້ມຄອງແຫ່ງຊາດ “ເຊິ່ງມີຖານະທຽບເທົ່າກັບມະຫາວິທະຍາໄລ…, ຂຶ້ນໂດຍກົງກັບສະພາລັດຖະມົນຕີ, ໂດຍມີພາລະບົດບາດ ແລະໜ້າທີ່ຕົ້ນຕໍແມ່ນ: ກໍ່ສ້າງ ແລະບໍາລຸງຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີ ແລະພຶດຕິກຳ ກ່ຽວກັບກົດໝາຍ, ການຄຸ້ມຄອງ, ການປົກຄອງ ແລະຄຸນສົມບັດໃຫ້ພະນັກງານນຳພາໃນຂະແໜງການປົກຄອງ, ຂະແໜງການຄຸ້ມຄອງທຸລະກິດ ແລະຂະແໜງຂຸນສານ ແລະອື່ນໆ” ທັງ “ປະຕິບັດໜ້າທີ່ການສຶກສາຕາມໂຄງການ, ຫຼັກສູດການປົກຄອງ ແລະຄຸ້ມຄອງ ຢ່າງເປັນລະບົບຄົບຊຸດ ເຊິ່ງປະກອບດ້ວຍ 2 ລະບົບຄື: ລະບົບບໍາລຸງ ແລະລະບົບກໍ່ສ້າງ:

    + ລະບົບບໍາລຸງໄລຍະສັ້ນແຕ່ 1 ອາທິດ ຫາ 3 ເດືອນ ໂດຍແນໃສ່ບໍາລຸງພະນັກງານນໍາພາທີ່ພວມປະຕິບັດໜ້າທີ່ການປົກຄອງ ແລະຄຸ້ມຄອງຂັ້ນຕ່າງໆ ໃນປັດຈຸບັນ, ເຊິ່ງມີການເລືອກເຟັ້ນຫົວຂໍ້ ແລະເນື້ອໃນບຳລຸງທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ໃນແຕ່ລະໄລຍະ.

    + ລະບົບກໍ່ສ້າງມີແບບເລັ່ງລັດ ແລະແບບຍາວນານ ເຊິ່ງໃຊ້ເວລາຮຽນ ແລະເຝິກງານທັງໝົດແຕ່ 1-2 ປີ. ແນໃສ່ພະນັກງານນໍາພາຊາວໜຸ່ມ ນັກສຶກສາທີ່ຮຽນຈົບມະຫາວິທະຍາໄລພາຍໃນ ຫຼື ຕ່າງປະເທດ, ໂດຍມີການເລືອກເຟັ້ນເອົາຜູ້ທີ່ດີ, ຮຽນເກັ່ງ, ມີພອນສະຫວັນໃນວຽກດ້ານນີ້ ແລະເປັນຜູ້ທີ່ມີສຸຂະພາບສົມບູນ. ສຳລັບພະນັກງານນຳພາທີ່ບໍ່ທັນຈົບມະຫາວິທະຍາໄລ ມີລະດັບທຽບເທົ່າຊັ້ນສູງ ຈະຕ້ອງໄດ້ເສັງຜ່ານປີກຽມກ່ອນ ຈຶ່ງສາມາດເສັງເຂົ້າລະບົບກໍ່ສ້າງໄດ້” (ດໍາລັດ ຂອງສະພາລັດຖະມົນຕີສະບັບເລກທີ 59/ປສລ, ລົງວັນທີ 8 ກໍລະກົດ 1991 ວ່າດ້ວຍການສ້າງຕັ້ງໂຮງຮຽນການປົກຄອງ ແລະຄຸ້ມຄອງແຫ່ງຊາດ).

    ຄະນະອໍານວຍການໂຮງຮຽນປະກອບມີ: 1. ທ່ານ ປອ ກຸແກ້ວ ອັກຄະມົນຕີ ເປັນຫົວໜ້າ. 2. ທ່ານ ບຸນມີ ສີຈັນ ເປັນຮອງ. 3. ທ່ານ ເຊືອດ ສຸລິຍະເດດ ເປັນຮອງ.

ທ່ານ ປອ ກຸແກ້ວ ອັກຄະມົນຕີ 

ທ່ານ ບຸນມີ ສີຈັນ 

ທ່ານ ເຊືອດ ສຸລິຍະເດດ

ໂຮງຮຽນການປົກຄອງ ແລະ ຄຸ້ມຄອງແຫ່ງຊາດ

5. ໄລຍະທີ ຫ້າ: ໄລຍະສ້າງຕັ້ງເປັນສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ.

     1). ເດືອນ 3 ປີ 1995 ໂດຍປະຕິບັດຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 09/ກມສພ, ລົງວັນທີ 27 ກຸມພາ 1995 ແລະດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 59/ນຍ, ລົງວັນທີ 29 ກໍລະກົດ 1995 ວ່າດ້ວຍການສ້າງຕັ້ງ “ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ” ເປັນສູນກໍ່ສ້າງ ແລະບໍາລຸງພະນັກງານທີ່ພວມດຳລົງຕຳແໜ່ງ ແລະກຽມຈະດຳລົງຕຳແໜ່ງຂັ້ນກາງ ແລະຂັ້ນສູງຂອງພັກ-ລັດ ແລະອົງການຈັດຕັ້ງມະຫາຊົນ. ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຂຶ້ນໂດຍກົງກັບສູນກາງພັກ ແລະລັດຖະບານ, ມີພາລະບົດບາດສຶກສາອົບຮົມທິດສະດີ ແລະພຶດຕິກໍາ ກ່ຽວກັບການເມືອງ, ສັງຄົມ, ການປົກຄອງ ແລະການຄຸ້ມຄອງ; ຄົ້ນຄວ້າວິທະຍາສາດ-ພຶດຕິກຳ ເພື່ອຮັບໃຊ້ໃຫ້ແກ່ວຽກງານ ຂອງສະຖາບັນ ແລະປະກອບສ່ວນເຂົ້າໃນການຄົ້ນຄວ້າລວມຂອງພັກ ແລະລັດ (ມະຕິຕົກລົງເລກທີ 09/ກມສພ ຂອງກົມການເມືອງສູນກາງພັກ, ລົງວັນທີ 27 ກຸມພາ 1995 ວ່າດ້ວຍການສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ). ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ສ້າງຂຶ້ນດ້ວຍການໂຮມເອົາໂຮງຮຽນຊັ້ນສູງພັກ-ລັດ ຂອງສູນກາງພັກ ແລະໂຮງຮຽນການປົກຄອງ ແລະຄຸ້ມຄອງແຫ່ງຊາດ ເຂົ້າກັນ.

     ໄລຍະນີ້ ທ່ານ ສີເຫຼືອ ບຸນຄໍ້າ ກຳມະການສູນກາງພັກ ເປັນຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແຕ່ບໍ່ທັນແຕ່ງຕັ້ງຜູ້ຮອງເທື່ອ, ຕໍ່ມາເຖິງເດືອນ 9 ປີ 1996 ກົມການເມືອງສູນກາງພັກໄດ້ອອກມະຕິຕົກລົງສະບັບເລກທີ 55/ກມສພ, ລົງວັນທີ 10 ເດືອນ 9 ປີ 1996 ວ່າດ້ວຍການແຕ່ງຕັ້ງຮອງຜູ້ອຳນວຍການສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ປະກອບດ້ວຍ:

1. ທ່ານ ຄໍາພັນ ພົມມະທັດ, ຫົວໜ້າຄະນະອໍານວຍການໂຮງຮຽນການເມືອງແຫ່ງຊາດ ເປັນຮອງຜູ້ອຳນວຍການສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ.

2. ທ່ານ ປອ ກຸແກ້ວ ອັກຄະມົນຕີ ຫົວໜ້າຄະນະອໍານວຍການໂຮງຮຽນການປົກຄອງ ແລະຄຸ້ມຄອງແຫ່ງຊາດ ເປັນຮອງຜູ້ອຳນວຍການສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ.

3. ທ່ານ ປອ ກິແກ້ວ ໄຂຄໍາພິທູນ ຫົວໜ້າວິຊາການ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ເປັນຮອງຜູ້ອຳນວຍການສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ.

ທ່ານ ສີເຫຼືອ ບຸນຄໍ້າ

ທ່ານ ຄໍາພັນ ພົມມະທັດ    

ທ່ານ ປອ ກຸແກ້ວ ອັກຄະມົນຕີ  

ທ່ານ ປອ ກິແກ້ວ ໄຂຄຳພິທູນ

     2). ເດືອນ 3 ປີ 1998 ກົມການເມືອງສູນກາງພັກ ອອກມະຕິຕົກລົງ ເລກທີ 018/ກມສພ, ລົງວັນທີ 4/3/1998 ວ່າດ້ວຍການຍົກຍ້າຍ ແລະແຕ່ງຕັ້ງຫົວໜ້າ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໂດຍຍົກຍ້າຍ ທ່ານ ສີເຫຼືອ ບຸນຄໍ້າ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າ ສມປຊ ໄປຮັບໜ້າທີ່ໃໝ່ ແລະແຕ່ງຕັ້ງ ທ່ານ ພັນດວງຈິດ ວົງສາ, ກຳມະການສູນກາງພັກ ເປັນຫົວໜ້າ ສມປຊ.

ພິທີມອບ-ຮັບໜ້າທີ່ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ລະຫວ່າງ ທ່ານ ສີເຫຼືອ ບຸນຄໍ້າ (ຜູ້ເກົ່າ) ແລະທ່ານ ພັນດວງຈິດ ວົງສາ (ຜູ້ໃໝ່)

         ໃນໄລຍະທີ່ ທ່ານ ພັນດວງຈິດ ວົງສາ, ກຳມະການສູນກາງພັກ ເປັນຫົວໜ້າ ສມປຊ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງ ສມປຊ ເປັນໄປດ້ວຍຄວາມຖືກຕ້ອງ ແລະມີຜົນສຳເລັດດ້ວຍຄຸນນະພາບນັ້ນ, ກົມການເມືອງສູນກາງພັກໄດ້ອອກມະຕິຕົກລົງ ເລກທີ 08/ກມສພ, ລົງວັນທີ 23/3/1999 ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໂດຍໄດ້ຢືນຢັນຄືນທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິິດ ຂອງ ສມປຊ ໃຫ້ລະອຽດຈະແຈ້ງຂຶ້ນຕື່ມ. ພ້ອມນີ້ກໍ່ໄດ້ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມສອດຄ່ອງຫຼາຍຂຶ້ນ ເຊິ່ງໄດ້ສ້າງຕັ້ງໜ່ວຍງານຂັ້ນກົມ ແລະທຽບເທົ່າຂຶ້ນປ່ຽນແທນກົງຈັກການຈັດຕັ້ງເດີມທີ່ມີແຕ່ 4 ໜ່ວຍງານຂັ້ນກົມ ແລະທຽບເທົ່າເປັນ 9 ໜ່ວຍງານຂັ້ນກົມ ແລະທຽບເທົ່າ.

     ໄລຍະທີ່ ທ່ານ ພັນດວງຈິດ ວົງສາ, ກຳມະການສູນກາງພັກ ເປັນຫົວໜ້າ ສມປຊ ປະກອບມີຮອງຫົວໜ້າ ສມປຊ 3 ທ່ານຄື:

          1. ທ່ານ ຄໍາພັນ ພົມມະທັດ.

          2. ທ່ານ ປອ ກຸແກ້ວ ອັກຄະມົນຕີ.

          3. ທ່ານ ປອ ກິແກ້ວ ໄຂຄໍາພິທູນ.

     ໃນຊວງໄລຍະນີ້ກົມການເມືອງສູນກາງພັກ ໄດ້ອອກມະຕິຕົກລົງ ເລກທີ 26/ກມສພ, ລົງວັນທີ 20/03/1998 ວ່າດ້ວຍການແຕ່ງຕັ້ງສະຫາຍ ໂອສະກັນ ທໍາມະເທວາ ກໍາມະການກົມການເມືອງສູນກາງພັກ ເປັນຜູ້ຊີ້ນໍາ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ. 

ທ່ານ ພັນດວງຈິດ ວົງສາ

     3). ເດືອນ 1 ປີ 2001 ໂດຍປະຕິບັດຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 06/ກມສພ, ລົງວັນທີ 23/1/2001 ວ່າດ້ວຍການຍົກຍ້າຍ ທ່ານ ພັນດວງຈິດ ວົງສາ, ກຳມະການສູນກາງພັກ, ຫົວໜ້າ ສມປຊ ໄປຮັບໜ້າທີ່ໃໝ່ຢູ່ກະຊວງຖະແຫຼງຂ່າວ ແລະວັດທະນະທຳ ແລະປະຕິບັດຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 05/ກມສພ, ລົງວັນທີ 23/1/2001 ວ່າດ້ວຍການຍົກ ຍ້າຍ ແລະແຕ່ງຕັ້ງ ທ່ານ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເປັນຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແລະໄດ້ຈັດຕັ້ງການມອບ-ໜ້າທີ່ຢ່າງເປັນທາງການ ລະຫ່ວາງສອງທ່ານນີ້ ໃນວັນທີ 12/2/2001. ໃນໄລຍະເວລາທີ່ ທ່ານ ຈະເລີນ ເຢຍປາວເຮີ ເປັນຫົວໜ້າ ສມປຊ (ແຕ່ເດືອນ 2 ປີ 2001 ເຖິງ ເດືອນ 6 ປີ 2006) ສມປຊ ປະກອບມີຮອງຫົວໜ້າ ສມປຊ 1 ທ່ານ ຄື: ທ່ານ ປອ ກິແກ້ວ ໄຂຄຳພິທູນ.

     ໃນໄລຍະນີ້ ກົມການເມືອງສູນກາງພັກ ໄດ້ອອກມະຕິຕົກລົງເລກທີ 65/ກມສພ, ລົງວັນທີ 21/07/ 2003 ວ່າດ້ວຍການໂອນຄວາມຮັບຜິຊອບ ແລະການຊີ້ນໍາບັນດາໂຮງຮຽນການເມືອງ-ການປົກຄອງແຂວງ, ນະຄອນຫຼວງ ແລະເຂດພິເສດ ໃນທົ່ວປະເທດ ຂຶ້ນກັບສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ.

ພິທີມອບ-ຮັບໜ້າທີ່ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລະຫວ່າງ ທ່ານ ພັນດວງຈິດ ວົງສາ (ຜູ້ເກົ່າ) ແລະທ່ານ ຈະເລີນ ເຢຍປາວເຮີ (ຜູ້ໃໝ່)

     4). ເດືອນ 6 ປີ 2006 ກົມການເມືອງສູນກາງພັກ ໄດ້ອອກມະຕິຕົກສະບັບເລກທີ 76/ກມສພ, ລົງວັນທີ 09/06/2006 ວ່າດ້ວຍການຍົກຍ້າຍ ທ່ານ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າ ສມປຊ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງຍຸຕິທຳ ແລະອອກມະຕິຕົກລົງ ສະບັບເລກທີ 84/ກມສພ ລົງວັນທີ 09 ມິຖຸນາ 2006 ແຕ່ງຕັ້ງ ທ່ານ ປອ ກິແກ້ວ ໄຂຄຳພິທູນ ກຳມະການສູນກາງພັກ ເປັນເລຂາຄະນະພັກ ທັງເປັນເປັນຫົວໜ້າ ສມປຊ ແລະໄດ້ຈັດຕັ້ງປະຕິບັດການມອບ-ຮັບໜ້າທີ່ກັນຢ່າງເປັນທາງການ ໃນວັນທີ 15 ມິຖຸນາ 2006.

ພິທີມອບ-ຮັບໜ້າທີ່ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລະຫວ່າງ ທ່ານ ຈະເລີນ ເຢຍປາວເຮີ (ຜູ້ເກົ່າ) ແລະ ທ່ານ ປອ ກິແກ້ວ ໄຂຄຳພິທູນ (ຜູ້ໃໝ່)

     ໄລຍະທີ່ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ ເປັນຫົວໜ້າ ສມປຊ ນັ້ນ, ຄະນະເລຂາທິການສູນກາງພັກ ໄດ້ອອກມະຕິຕົກລົງສະບັບເລກທີ 117/ກມສພ, ລົງວັນທີ 23/11/2006 ວ່າດ້ວຍການແຕ່ງຕັ້ງ ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ ເປັນຮອງຫົວໜ້າ ສມປຊ, ຈາກນັ້ນມາ ຈິ່ງມີຮອງຫົວໜ້າ ສມປຊ 1 ທ່ານ.

ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ

ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ

     ເດືອນ 7 ປີ 2012 ກົມການເມືອງສູນກາງພັກ ໄດ້ອອກມະຕິຕົກລົງສະບັບເລກທີ 88/ກມສພ, ລົງວັນທີ 6/7/2012 ຍົກຍ້າຍທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ ໄປເປັນຜູ້ຮັກສາການ ປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ໄລຍະນີ້ ສມປຊ ບໍ່ມີຮອງຫົວໜ້າ ສມປຊ, ການບໍລິຫານວຽກງານ ແມ່ນຫົວໜ້າ ສມປຊ ຊີ້ນຳໂດຍກົງຕໍ່ທຸກໜ່ວຍງານຂັ້ນກົມ ແລະທຽບເທົ່າ ໂດຍຜ່ານການປຶກສາຫາລື ແລະຕົກລົງເຫັນດີ ຂອງຄະນະພັກ ສມປຊ.

     ເດືອນ 9 ປີ 2012 ຄະນະເລຂາທິການສູນກາງພັກ ໄດ້ອອກມະຕິຕົກລົງແຕ່ງຕັ້ງບັນດາຮອງຫົວໜ້າ ສມປຊ ຄື:

– ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ເລກທີ 112/ຄລສພ, ລົງວັນທີ 13/09/2012 ແຕ່ງຕັ້ງ ສະຫາຍ ຮສ ປອ ບຸນຄົງ ຫຼ້າຄໍາສາຍ ເປັນຮອງຫົວໜ້າ ສມປຊ. ສະນັ້ນ, ໃນໄລຍະນີ້ ສມປຊ ມີຮອງຫົວໜ້າ ສມປຊ 4 ທ່ານ.

– ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ເລກທີ 110/ຄລສພ, ລົງວັນທີ 13/09/2012ແຕ່ງຕັ້ງສະຫາຍ ຮສ ພູວົງ ອຸ່ນຄໍາແສນ ເປັນຮອງຫົວໜ້າ ສມປຊ.

– ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ເລກທີ 111/ຄລສພ, ລົງວັນທີ 13/09/2012 ແຕ່ງຕັ້ງ ສະຫາຍ ຮສ ສະໝຸດທອງ ສົມພານິດ ເປັນຮອງຫົວໜ້າ ສມປຊ.

– ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ເລກທີ 109/ຄລສພ, ລົງວັນທີ 13/09/2012ແຕ່ງຕັ້ງ ສະຫາຍ ປທ ອຸບົນ ມະຫາໄຊ ເປັນຮອງຫົວໜ້າ ສມປຊ.

ທ່ານ ຮສ ປອ ບຸນຄົງ ຫຼ້າຄໍາສາຍ

ທ່ານ ຮສ ພູວົງ ອຸ່ນຄໍາແສນ

ທ່ານ ຮສ ສະໝຸດທອງ ສົມພານິດ

ທ່ານ ປທ ອຸບົນ ມະຫາໄຊ

     5). ເດືອນ 7 ປີ 2014 ສມປຊ ໄດ້ມີການປັບປ່ຽນຫົວໜ້າ ສມປຊ ເຊິ່ງກົມການເມືອງສູນກາງພັກໄດ້ອອກມະຕິຕົກລົງສະບັບເລກທີ 14/ກມສພ, ລົງວັນທີ 03/7/2014 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ຮສ ປອ ທອງສະລິດ ມັງໜໍ່ເມກ ເປັນເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແລະກົມການເມືອງສູນກາງພັກ ໄດ້ອອກມະຕິຕົກລົງສະບັບເລກທີ 10/ກມສພ, ລົງວັນທີ 3/ 8/2014 ວ່າດ້ວຍການຍົກຍ້າຍທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າ ສມປຊ ໄປເປັນຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ພິທີມອບ-ຮັບໜ້າທີ່ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ລະຫວ່າງ ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ (ຜູ້ເກົ່າ) ແລະ ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ(ຜູ້ໃໝ່)

      ໄລຍະທີ່ ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ ເປັນຫົວໜ້າ ສມປຊ ປະກອບມີ ຮອງຫົວໜ້າ ສມປຊ 4 ທ່ານ, ຕໍ່ມາເຖິງເດືອນ 8 ປີ 2016 ຄະນະເລຂາທິການສູນກາງພັກ ໄດ້ອອກມະຕິຕົກລົງສະບັບເລກທີ 101/ຄລສພ ລົງວັນທີ 16/8/2016 ວ່າດ້ວຍການອະນຸມັດໃຫ້ ທ່ານ ຮສ ປອ ບຸນຄົງ ຫຼ້າຄຳສາຍ ຮອງຫົວໜ້າ ສມປຊ ອອກພັກຜ່ອນ-ຮັບເບັ້ຍບຳນານ, ຕໍ່ມາເຖິງເດືອນ 1 ປີ 2017 ທ່ານ ຮສ ປອ ບຸນຄົງ ຫຼ້າຄຳສາຍ ຮອງຫົວໜ້າ ສມປຊ ຈິ່ງໄດ້ອອກພັກຜ່ອນ-ຮັບເບັ້ຍບຳນານຕົວຈິງຕາມລະບຽບການ. ເວລານີ້ ສມປຊ ມີຮອງຫົວໜ້າ 3 ທ່ານຄື: ໜຶ່ງ: ທ່ານ ຮສ ພູວົງ ອຸ່ນຄຳແສນ, ສອງ: ທ່ານ ຮສ ສະໝຸດທອງ ສົມພານິດ ແລະສາມ: ທ່ານ ປທ ອຸບົນ ມະຫາໄຊ. ເພື່ອເປັນການທົດແທນບຸກຄະລາກອນການນຳຂັ້ນສູງ ຂອງ ສມປຊ, ຄະນະເລຂາທິການສູນກາງພັກໄດ້ອອກມະຕິຕົກລົງ ສະບັບເລກທີ 111/ຄລສພ, ລົງວັນທີ 27/05/2019 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ປທ ນາງ ບຸນມີ ຈຸນລະຈັກ ເປັນຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ເວລານີ້ ສມປຊ ມີຮອງຫົວໜ້າ ສມປຊ 04 ທ່ານ, ຍິງ 1 ທ່ານ.

ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າ ສມປຊ (ຜູ້ໃໝ່)

     ດ້ວຍຄວາມຮຽກຮ້ອງຕ້ອງການອັນຈໍາເປັນ ຂອງໜ້າທີ່ວຽກງານ, ກົມການເມືອງສູນກາງພັກໄດ້ອອກ ຄໍາສັ່ງເລກທີ 081/ກມສພ, ລົງວັນທີ 13/9/2019 ຍົກຍ້າຍ ສະຫາຍ ຮສ ປອ ທອງສະລິດ ມັງໜໍ່ເມກ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ. ກົມການເມືອງໄດ້ອອກມະຕິຕົກລົງ ເລກທີ 085/ກມສພ, ລົງວັນທີ 13/9/2019 ແຕ່ງຕັ້ງສະຫາຍ ຮສ ພູວົງ ອຸ່ນຄໍາແສນ ເປັນຜູ້ຮັກສາການເລຂາຄະນະບໍລິຫານງານພັກ, ຜູ້ຮັກສາການຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແລະໄດ້ຈັດຕັ້ງພິທີມອບຮັບຕໍາແໜ່ງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ລະຫວ່າງຜູ້ເກົ່າ-ໃໝ່ຂຶ້ນໃນວັນທີ 25/10/2019.

ພິທີມອບ-ຮັບໜ້າທີ່ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ລະຫວ່າງ ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ (ຜູ້ເກົ່າ) ແລະທ່ານ ຮສ ພູວົງ ອຸ່ນຄຳແສນ (ຜູ້ໃໝ່)

     ຕະຫຼອດໄລຍະການເຄື່ອນໄຫວ ຂອງ ສມປຊ ຜ່ານມາ ແມ່ນໄດ້ມີການປັບປຸງກົງຈັກການຈັດຕັ້ງ, ແຕ່ງຕັ້ງເພີ່ມເຕີມບຸກຄະລາກອນຂັ້ນຄະນະອຳນວຍການ ຂອງ ສມປຊ ຫຼາຍຄັ້ງ ພ້ອມທັງມີການປັບປ່ຽນ ແລະ ເພີ່ມເຕີມພະນັກງານນຳພາ-ຄຸ້ມຄອງຂັ້ນກົມ, ຂັ້ນພະແນກ ແລະທຽບເທົ່າ, ທັງພະນັກງານວິຊາການໃນແຕ່ລະຕຳແໜ່ງງານ ເພື່ອຮອງຮັບການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ຂອງ ສມປຊ ໃນແຕ່ລະໄລຍະ. ປະຕິບັດຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ເລກທີ 075/ກມສພ, ລົງວັນທີ 30/7/2019 ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ສມປຊ ໄດ້ມີໂຄງປະກອບການຈັດຕັ້ງ ແລະບຸກຄະລາກອນ ດັ່ງນີ້:

ໜຶ່ງ; ໂຄງປະກອບກົງຈັກການຈັດຕັ້ງປະກອບມີ: ຂັ້ນກົມມີ 12 ກົມ ຫຼື ທຽບເທົ່າ ແລະຂັ້ນພະແນກ 44 ພະແນກ ຫຼື ທຽບເທົ່າ.

ສອງ; ຊັ້ນຕໍາແໜ່ງບໍລິຫານປະກອບມີ:                       

– ຫົວໜ້າ ສມປຊ 1 ທ່ານ.

– ຮອງຫົວໜ້າ ສມປຊ 4 ທ່ານ, ຍິງ 1 ທ່ານ.

– ຫົວໜ້າກົມ ແລະທຽບເທົ່າ 10 ທ່ານ, ຍິງ 3 ທ່ານ.

– ຮອງຫົວໜ້າກົມ ແລະທຽບເທົ່າ 21 ທ່ານ, ຍິງ 5 ທ່ານ.

– ຫົວໜ້າພະແນກ ແລະທຽບເທົ່າ 25 ທ່ານ, ຍິງ 12 ທ່ານ.

– ຮອງຫົວໜ້າພະແນກ ແລະທຽບເທົ່າ 27 ທ່ານ, ຍິງ 9 ທ່ານ.

– ພະນັກງານ-ລັດຖະກອນວິຊາການທີ່ບັນຈຸເຂົ້າໃສ່ຕຳແໜ່ງງານຕ່າງໆ 165 ທ່ານ, ຍິງ 73 ທ່ານ.

ໃນຈຳນວນພະນັກງານ-ລັດຖະກອນທັງໝົດ 243 ທ່ານ, ຍິງ 103 ທ່ານນີ້ ມີຜູ້ເຮັດໜ້າທີ່ສິດສອນທັງໝົດ 142 ທ່ານ, ຍິງ 54 ທ່ານ, ເປັນພະນັກງານ-ລັດຖະກອນ ຂົງເຂດວິຊາການ ແລະບໍລິຫານ-ບໍລິການ 101 ຄົນ, ຍິງ 49 ຄົນ (ກ່ອນນີ້ ສມປຊ ມີ ສາດສະດາຈານ 02 ທ່ານ, ຮອງສາດສະດາຈານ 15 ທ່ານ).