Month: December 2025

ພິທີປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດໃຫ້ແກ່ເລຂາພັກເມືອງ ຊຸດທີ VIII

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໄດ້ປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະໃຫ້ແກ່ເລຂາພັກເມືອງ, ເຈົ້າເມືອງ-ເຈົ້ານະຄອນ ໃນຂອບເຂດທົ່ວປະເທດ ຊຸດທີ VIII ຢ່າງເປັນທາງການໃນຕອນແລງຂອງວັນທີ 30 ທັນວາ 2025, ທີ່ຫ້ອງປະຊຸມ ຕຶກ H ຊັ້ນ 3. ພິທີດັ່ງກ່າວ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຮສ ພູວົງ ອຸ່ນຄຳແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຈັດຕັ້ງພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ກຳລັງສ້າງຂະບວນການຂຳນັບຮັບຕ້ອນ 3 ວັນປະຫວັດສາດສຳຄັນຂອງຊາດ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ; ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ເຊິ່ງເປັນສູນກາງແຫ່ງການຄົ້ນຄວ້າທິດສະດີ ແລະ ກໍ່ສ້າງພະນັກງານນຳພາ-ຄຸ້ມຄອງຂັ້ນຍຸດທະສາດຂອງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (09 ທັນວາ 2003 – 09 ທັນວາ 2025) ໃນຕອນເຊົ້າຂອງວັນທີ 30…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ໂຮງຮຽນພັກສູນກາງພັກກອມມູນິດຈີນ ເພີ່ມທະວີການຮ່ວມມືແລກປ່ຽນທິດສະດີ ແລະການບໍາລຸງສ້າງພະນັກງານ

ໃນທ່າມກາງບັນຍາກາດແຫ່ງການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມຊະຕາກໍາລາວ-ຈີນ, ໃນຕອນບ່າຍ ຂອງວັນທີ 24 ທັນວາ 2025 ເວລາ 16:40 ໂມງ, ທີ່ ຫ້ອງປະຊຸມ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ, ໄດ້ມີການຈັດກອງປະຊຸມພົບປະແລກປ່ຽນບົດຮຽນລະດັບສູງ ລະຫວ່າງ ຄະນະຜູ້ແທນຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະ ຄະນະຜູ້ແທນຈາກ ໂຮງຮຽນສູນກາງພັກກອມມູນິດຈີນ.          ກອງປະຊຸມຄັ້ງນີ້ ດໍາເນີນໄປພາຍໃຕ້ການເປັນປະທານຂອງ ສະຫາຍ…

ພິທີເປີດຂະບວນການແຂ່ງຂັນກິລາ-ສິລະປະວັນນະຄະດີ ຊີງຂັນຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງທີ XV

ໃນຕອນບ່າຍ ຂອງວັນທີ 25 ທັນວາ 2025 ຢູ່ທີ່ເດີ່ນກິລາ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີພິທີເປີດຂະບວນການແຂ່ງຂັນກິລາ-ສິລະປະວັນນະຄະດີ ຊີງຂັນຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງທີ XV ຂຶ້ນຢ່າງເປັນຂະບວນຟົດຟື້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍຄະນະພັກ, ຄະນະນຳ, ພະນັກງານ,…