ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສໍາເລັດການຈັດຝຶກອົບຮົມຫົວຂໍ້: “ຄວາມຮູ້ພື້ນຖານການນຳໃຊ້ລະບົບໂປຣແກຣມດິດສະເປັກ (DSpace)” ຢ່າງຈົບງາມ. ການຝຶກອົບຮົມໄດ້ດຳເນີນໄປຕາມທິດຊີ້ນຳ ຂອງຄະນະພັກ-ຄະນະນຳ ສມປຊ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສມປຊ, ຊຶ່ງເປັນບາດກ້າວສຳຄັນໃນການຫັນເປັນທັນສະໄໝດ້ານວຽກງານບໍລິການຂໍ້ມູນຂ່າວສານ ແລະຕອບສະໜອງຄວາມຕ້ອງການໃນການຄົ້ນຄວ້າຮໍ່າຮຽນ ແລະການສິດສອນ ຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາ ພາຍໃນສະຖາບັນ.
ການຝຶກອົບຮົມຄັ້ງນີ້ ໄດ້ດຳເນີນ ເປັນເວລາ 5 ວັນ (27-31 ຕຸລາ 2025) ທີ່ຫໍສະໝຸດ ຕຶກສູນຂໍ້ມູນຂ່າວສານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ປທ ທະວີພອນ ສຸດທິວົງນໍລາດ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ເຊິ່ງມີຜູ້ເຂົ້າຮ່ວມຝຶກທັງໝົດ 16 ທ່ານ, ຍິງ 9 ທ່ານ. ໃນນັ້ນ, ມີພະນັກງານ, ຄູ-ອາຈານ ພາຍໃນສູນຂໍ້ມູນຂ່າວສານ ແລະພະນັກງານ, ຄູ-ອາຈານ ມາຈາກວິທະຍາ ຄານການເມືອງ, ກະຊວງປ້ອງກັນຄວາມສະຫງົບ ແລະມີວິທະຍາກອນຈາກມະຫາວິທະຍາໄລແຫ່ງຊາດ ທ່ານ ປທ ສັງຄອນ ນິຍົມ ມາບັນລະຍາຍຖ່າຍທອດບົດຮຽນ.

ການນຳໃຊ້ລະບົບໂປຣແກຣມ DSpace ຖືວ່າມີຄວາມສຳຄັນທີ່ສຸດຕໍ່ກັບການສ້າງ ຄັງຂໍ້ມູນດິຈີຕອນ (Digital Repository) ຂອງ ສມປຊ ທີ່ມີບົດບາດຫຼັກໃນການເກັບກຳ, ຈັດເກັບ, ຮັກສາ, ແລະເຜີຍແຜ່ຊັບພະຍາ ກອນດິຈີຕອນຂອງອົງກອນໃນໄລຍະຍາວ. ສະນັ້ນ, DSpace ຈຶ່ງກາຍເປັນສ່ວນໜຶ່ງທີ່ສຳຄັນ ຂອງວຽກງານຂໍ້ມູນຂ່າວສານ ຂອງສະຖາບັນ ໃນຍຸກແຫ່ງການຫັນເປັນດິຈີຕອນ.
ລະບົບ DSpace ເປັນເຄື່ອງມືທີ່ຮັບປະກັນການຄຸ້ມຄອງຄວາມຮູ້ຂອງອົງກອນຕາມຫຼັກການສາກົນ ຂອງຫໍສະໝຸດດິຈີຕອນ ແລະສູນເກັບມ້ຽນຂໍ້ມູນທາງວິຊາການ. ການຝຶກອົບຮົມໄດ້ສຸມໃສ່ເນື້ອໃນຫຼັກ ຄື:
1). ຄວາມຮູ້ພື້ນຖານກ່ຽວກັບ DSpace: ເຂົ້າໃຈແນວຄິດ, ໂຄງສ້າງ ແລະພາລະບົດບາດ ຂອງລະບົບໃນການເປັນຄັງເກັບມ້ຽນຂໍ້ມູນດິຈີຕອນ.
2). ການຕິດຕັ້ງ ແລະອອກແບບລະບົບ: ຮຽນຮູ້ຂັ້ນຕອນການຕິດຕັ້ງ, ການຕັ້ງຄ່າ ແລະການອອກແບບໂຄງສ້າງການຈັດເກັບຂໍ້ມູນ (ເຊັ່ນ: Communities, Collections) ໃຫ້ສອດຄ່ອງກັບໂຄງສ້າງວຽກງານ ຂອງ ສມປຊ.
3). ການຄຸ້ມຄອງ ແລະການນຳໃຊ້: ເຈາະເລິກໃນການຄຸ້ມຄອງເນື້ອໃນ, ການນຳເຂົ້າຂໍ້ມູນ (Submission), ການຈັດການ metadata ແລະການຄຸ້ມຄອງສິດນຳໃຊ້.



ການຝຶກອົບຮົມນີ້ ແມ່ນການລົງທຶນໃສ່ການຍົກສູງບົດບາດ ຂອງສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໃຫ້ເປັນແຫຼ່ງບໍລິການຄວາມຮູ້ທີ່ທັນສະໄໝ, ເພື່ອເປັນການສະໜອງຂໍ້ມູນຂ່າວສານທີ່ມີຫຼາກຫຼາຍວິທີເພີ່ມຂຶ້ນ. ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ແມ່ນບັນດາພະນັກງານ-ຄູອາຈານພາຍໃນສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະຈາກພາກສ່ວນອື່ນໆ ທີ່ກ່ຽວຂ້ອງ. ຊຶ່ງໃນລະຫວ່າງການຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ເຊີດຊູຄວາມຮັບຜິດ ຊອບ ແລະເປັນເຈົ້າການເຂົ້າຮ່ວມຝຶກອົບຮົມຢ່າງສະເໝີຕົ້ນສະເໝີປາຍ, ມີການແລກປ່ຽນບົດຮຽນຢ່າງກົງໄປ-ກົງມາ ແລະມີການປະຕິບັດໂມງເວລາໄດ້ດີສົມຄວນ ແລະຜ່ານການນຳສະເໜີ ຂອງນັກວິທະຍາກອນ ແລະການຮັບຮູ້ ຂອງຜູ້ເຂົ້າຝຶກອົບຮົມ, ເຫັນວ່າມີຄວາມເຂົ້າໃຈໃນລະດັບດີ. ຫຼັງຈາກສຳເລັດການຝຶກອົບຮົມ, ຜູ້ເຂົ້າຮ່ວມມີຄວາມສາມາດນຳໃຊ້ລະບົບເຂົ້າໃນວຽກງານຕົວຈິງໄດ້.
ດັ່ງນັ້ນ, ເພື່ອໃຫ້ວຽກງານນີ້ມີຄວາມຕໍ່ເນື່ອງ ແລະເກີດປະສິດທິຜົນສູງສຸດ, ພາກສ່ວນກ່ຽວຂ້ອງໄດ້ມີຂໍ້ສະເໜີວ່າ:
1). ການຝຶກອົບຮົມຄວນຈັດຕັ້ງໃຫ້ຕໍ່ເນື່ອງ ເພື່ອຕິດຕາມ, ຖອດຖອນບົດຮຽນ ແລະຍົກລະດັບຄວາມຮູ້ໃຫ້ແກ່ພະນັກງານຢ່າງສະໝໍ່າສະເໝີ.
2). ເປີດກວ້າງໃຫ້ຫຼາຍພາກສ່ວນເຂົ້າຮ່ວມ ໂດຍສະເພາະແມ່ນພາກສ່ວນທີ່ກ່ຽວຂ້ອງໃນ ສມປຊ ແລະບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງອື່ນໆ ໃຫ້ໄດ້ເຂົ້າຮ່ວມນຳດ້ວຍ.

ການຈັດຕັ້ງປະຕິບັດຕາມຂໍ້ສະເໜີດັ່ງກ່າວຈະເປັນການຮັບປະກັນວ່າລະບົບ DSpace ຈະຖືກນຳໃຊ້ຢ່າງກວ້າງຂວາງ ແລະສ້າງປະໂຫຍດສູງສຸດໃນການພັດທະນາວຽກງານຂໍ້ມູນຂ່າວສານ ຂອງສະຖາບັນໃຫ້ກ້າວໄປສູ່ຄວາມທັນສະໄໝຕາມແນວທາງ ຂອງພັກ ແລະລັດຖະບານ.
ທ່ານ ປທ ທະວີພອນ ສຸດທິວົງນໍລາດ ໄດ້ສະແດງຄວາມຊົມເຊີຍ ແລະໃຫ້ທິດຊີ້ນຳຕໍ່ກັບການຝຶກອົບຮົມຄັ້ງນີ້ ວ່າ: ການຝຶກອົບຮົມຄັ້ງນີ້ ເປັນຈຸດເລີ່ມຕົ້ນທີ່ສຳຄັນໃນການສ້າງພື້ນຖານໂຄງລ່າງດິຈີຕອນໃຫ້ແກ່ ສມປຊ ເພື່ອຄຸ້ມຄອງ ແລະອະນຸລັກຊັບພະຍາກອນດິຈີຕອນ ຂອງສະຖາບັນໃນໄລຍະຍາວ ຊຶ່ງວ່າການມີຄັງເກັບມ້ຽນດິຈີຕອນແບບ DSpace ຈະຊ່ວຍເພີ່ມປະສິດທິພາບໃນການຄຸ້ມຄອງເອກະສານ, ວາລະສານ, ບົດຄົ້ນຄວ້າ, ແລະສື່ການຮຽນການສອນຕ່າງໆ ຂອງສະຖາບັນໃຫ້ເປັນລະບົບ, ສາມາດຄົ້ນຫາ ແລະນຳໃຊ້ຄືນໄດ້ງ່າຍຂຶ້ນ.
ຂ່າວ: ປທ ຕາອັອດ ແສນທະວີສຸກ
ຮູບພາບ: ປທ ແກ້ວອຸດອນ ພັນດານຸວົງ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
