ໃນວັນ​ທີ 09 ກໍລະກົດ 2020, ທີ່ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ທ່ານ ຮສ ພູວົງ ອຸ່ນຄໍາແສນ ຮັກສາການຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ປອ ປີເຕີ ເຮມອນ (Peter M. Haymond), ເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ຄົນໃໝ່ ປະຈຳ ສປປ ລາວ.
ໃນໂອກາດພົບປະ​ຄັ້ງນີ້ ທ່ານ ຮສ ພູວົງ ອຸ່ນຄຳແສນ ກໍ​ໄດ້​ສະແດງ​ຄວາມ​ຍິນດີ​ຕ້ອນຮັບ​ ແລະຊົມເຊີຍ​ຕໍ່ ທ່ານ ປອ ປີເຕີ ເຮມອນ   ທີ່​ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຈໍາ​ ສປປ ລາວ​ ຄັ້ງ​ນີ້, ຊຶ່ງ​ເປັນ​ນິມິດ​ໝາຍ​ອັນ​ດີ​ ເປັນ​ການ​ປະກອບສ່ວນ​ເສີມ​ສ້າງ​ສາຍ​ພົວພັນ​ຮ່ວມ​ມື​ ແລະ ຊ່ວຍເຫຼືອ​ຊຶ່ງ​ກັນແລະ​ກັນ ​ລະຫວ່າງ ​ລາວ​-​ສະຫະລັດອາເມຣິກາ ​ທີ່​​ມີມາ​ແລ້ວ​ນັ້ນ​ໃຫ້​ນັບ​ມື້​ມີບາດກ້າວ​ດີ​ຂຶ້ນ​ເລື້ອຍໆ. ໂດຍ​ສະເພາະແມ່ນການແລກປ່ຽນຢ້ຽມຢາມຂອງຄະນະວິຊາການດ້ານການເມືອງ ແລະການປົກຄອງໃນໄລຍະທີ່ຜ່ານມາ. ພ້ອມ​ນີ້, ທ່ານ ຮສ ພູວົງ ອຸ່ນຄຳແສນ ກໍ​ໄດ້​ແຈ້ງເຖິງຄວາມເປັນມາຂອງ ສມປຊ ຕະຫຼອດໄລຍະ ທີ່ມີການເຕີບໃຫຍ່ຂະຫາຍາຍຕົວ​, ທີ່ຕັ້ງ, ພາລະບົດບາດ ໃນການກໍ່ສ້າງພະນັກງານສະມາຊິກພັກ ຊີ້ນຳ-ນຳພາ ໃຫ້ ທ່ານ ປອ ປີເຕີ ເຮມອນ ໄດ້ຮັບຊາບ ແລະອວຍພອນໃຫ້ທ່ານ ເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດໃນພາລະກິດປະຕິບັດໜ້າທີ່ ໃນ ສປປ ລາວ ໃນຄັ້ງນີ້ດ້ວຍ.
ທ່ານ ປອ ປີເຕີ ເຮມອນ ກໍໄດ້​​ສະແດງຄວາມຂອບໃຈ ທີ່ທາງຄະນະນໍາ ສມປຊ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ໂດຍຮູ້ສຶກເປັນກຽດທີ່ໄດ້ເຂົ້າມາພົບປະຢ້ຽມຢາມ ສມປຊ ພ້ອມທັງຢືນຢັນວ່າ ຈະຕັ້ງໜ້າປະກອບສ່ວນເຮັດໃຫ້ສາຍພົວພັນທັງສອງປະເທດພວກເຮົາ ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ. ພາຍຫຼັງພົບປະກັບຄະນະນໍາແລ້ວ ທ່ານເອກອັກຄະລັດຖະທູດຍັງໄດ້ເຂົ້າຢ້ຽມຊົມຫໍສະໝຸດ ສມປຊ ອີກດ້ວຍ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ