ໃນວັນທີ 28 ພະຈິກ 2025 ເວລາ 10 ໂມງ 00 ນາທີ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມກຳມະບານຮາກຖານໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ ຊຶ່ງ ກອງປະຊຸມໄດ້ຄົ້ນຄວ້າປືກສາຫາລືວຽກງານ ແລະ ນະໂຍບາຍຕ່າງໆ ໂດຍໃຫ້ກຽດເປັນປະທານໃນກອງປະຊຸມຄັ້ງນີ້ແມ່ນທ່ານ ປທ ອຸ່ນເຮືອນ ແກ້ວຍອດ ປະທານກຳມະບານຮາກຖານໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ, ມີຄະນະກຳມະບານຮາກຖານ, ສຳມະຊິກກຳມະບານເຂົ້າຮ່ວມທັງໝົດ 21 ສະຫາຍ, ຍິງ 8 ສະຫາຍ, ເຊິ່ງບັນດາສະມາຊິກກຳມະບານ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ໃນການປະກອບຄຳຄິດຄຳເຫັນໃນການຄົ້ນຄວ້າ ຫຼາຍບັນຫາຕໍ່ກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ປະສົບຜົນສຳເລັດ ຕາມຈຸດປະສົງຄາດໝາຍທີ່ວາງໄວ້.

ໃນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກກະພາບຕົກລົງບັນຫາສຳຄັນຈຳນວນໜຶ່ງ ເພື່ອເປັນບ່ອນອີງໃນການຈັດຕັ້ງຄຸ້ມຄອງສະມະຊິກກຳມະບານໃນຕໍ່ໜ້າ ໂດຍສະເພາະແມ່ນການສ້າງຄັງຂອງໜ່ວຍກຳມະບານ ມີດັ່ງນີ້:
1). ການອອກແຮງງານດ້ວຍການຮັບເໝົາຕັດຫຍ້າ ແລະ ອື່ນໆ.
2). ແບ່ງເອົາເງິນນະໂຍບາຍຊົ່ວໂມງສອບເສັງປາກເປົ່າໃນ 4 ວິຊາຫຼັກ ແລະ ເງິນຊົ່ວໂມງປ້ອງກັນບົດຈົບຫຼັກສູດຂັ້ນກາງ, ປະເມີນບົດຈົບຫຼັກສູດຂັ້ນຕົ້ນ ຈຳນວນ 10,000 ກີບ ຕໍ່ກຳມະການ ແລະ ກອງເລຂາ 1 ສະຫາຍຕໍ່ໜຶ່ງຄັ້ງ, ພ້ອມທັງແບ່ງໜຶ່ງສ່ວນສອງ ຂອງຈຳນວນເງິນທີ່ໄດ້ຮັບນັ້ນເຂົ້າໃນຄັງລວມ ຂອງໜ່ວຍສະຫະພັນແມ່ຍິງ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ.
3). ໃນທຸກໆວັນພະຫັດ ຂອງແຕ່ລະອາທິດ ສະມະຊິກກຳມະບານທຸກສະຫາຍ ຕ້ອງໃສ່ເຄື່ອງແບບ ຂອງກຳມະບານ ໃນຕອນເຊົ້າວັນພະຫັດ ຂອງແຕ່ລະອາທິດ, ຖ້າສະຫາຍໃດບໍ່ປະຕິບັດຈະຖືກປັບໄໝເປັນຈຳນວນເງິນ 10,000 ກີບ/ຄົນ/ຄັ້ງ.



ກອງປະຊຸມໄດ້ຮັບການປະກອບຄຳເຫັນຊີ້ນຳ ຂອງສະຫາຍຄະນະໜ່ວຍ ແລະ ສະຫາຍປະທານກຳມະບານຮາກຖານ ໂຮງຮຽນການເມືອງ ແລະການປົກຄອງ ແຂວງໄຊຍະບູລີ ເຊິ່ງຄະນະກຳມະບານຮາກຖານໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ ກໍໄດ້ສະແດງຄວາມເຫັນຊີ້ນຳຕໍ່ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຂອງໜ່ວຍຮາກຖານກຳມະບານໂຮງຮຽນການເມືອງ ແລະ ການປົກຄອງ, ພ້ອມນັ້ນ ທາງຄະນະຍັງໄດ້ເນັ້ນໜັກໃຫ້ຍົກສູງຄວາມເປັນເຈົ້າການຮ່ວມກັນໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ກອງປະຊຸມໄດ້ເປັນເອກະສັນກັນຮັບຮອງເອົາມະຕິສະບັບນີ້ ໃນເວລາ 12 ໂມງ 00 ນາທີ ຂອງວັນທີ 28 ພະຈິກ 2025 ທີ່ຫ້ອງປະຊຸມ ພ້ອມທັງມອບ-ຮັບໃບຢັ້ງຢືນ 5 ເປັນເຈົ້າ ເພື່ອເປັນການສະແດງໃຫ້ເຫັນເຖິງຜົນງານການເຄື່ອນໄຫວທີ່ຍາດມາໄດ້.
ຂ່າວ/ພາບ: ປຕ ວັດທະນາ ພັນລັກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
