Month: November 2025

ຄະນະຜູ້ແທນວິຊາການ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄປເຂົ້າຮ່ວມກອງປະຊຸມສັງຄົມນິຍົມສາມຝ່າຍ ຈີນ-ຫວຽດນາມ-ລາວ ປີ 2025 ໃນລະຫວ່າງວັນທີ 28 – 30 ພະຈິກ 2025 ຢູ່ ສປ ຈີນ

ໃນລະຫວ່າງວັນທີ 28 ຫາ 30 ພະຈິກ 2025, ຄະນະຜູ້ແທນວິຊາການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການນຳພາຂອງ ທ່ານ ປອ ນ. ດາວອນ ບຸດທະນຸວົງ, ຮອງຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະທັງ ໝົດ ຈຳນວນ 6 ທ່ານ ເດີນທາງໄປເຂົ້າຮ່ວມກອງປະຊຸມສັງຄົມນິຍົມສາມຝ່າຍ ຈີນ-ຫວຽດ ນາມ-ລາວ ປີ 2025 …

ຄະນະປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນແຂວງ ລົງເຄື່ອນໄຫວວຽກງານ ຢູ່ໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ

ໃນຕອນແລງວັນທີ 28 ພະຈິກ 2025  ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2025 ແລະແຜນທິດທາງແຜນການ ປີ 2026ຢູ່ໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ຂອງສະຫາຍ ສີວອນ ບຸດດາຈັນ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການການປົກຄອງແຂວງ, ສະຫາຍ ຄຳໄຊ ບຸນເພັດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າຄະນະຈັດຕັ້ງແຂວງ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສ້າງຂະບວນການອອກແຮງງານລວມ ຢ່າງເປັນຂະບວນຟົດຟື້ນ ເພື່ອກະກຽມຕ້ອນຮັບ ການມາຢ້ຽມຢາມ ຂອງຄະນະການນຳຂັ້ນສູງ ຈາກ ສສ ຫວຽດນາມ

ໃນລະຫວ່າງວັນທີ 24-27 ພະຈິກ ນີ້, ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງສ້າງຂະບວນການອອກແຮງງານລວມທົ່ວ ສມປຊ ຂຶ້ນຢ່າງເປັນຂະບວນການຟົດຟື້ນ. ການອອກແຮງງານໃນຄັ້ງນີ້ ມີຈຸດປະສົງຫຼັກ ແມ່ນເພື່ອກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຕ້ອນຮັບ ຄະນະການນຳຂັ້ນສູງ ຈາກ ສສ ຫວຽດ ນາມ ທີ່ຈະເດີນທາງມາພົບປະຢ້ຽມຢາມ ໃນມໍ່ໆນີ້.          ບັນຍາກາດໃນການອອກແຮງງານ ເຕັມໄປດ້ວຍຄວາມຫ້າວຫັນ ແລະ ຄວາມສາມັກຄີ ເຊິ່ງກິດຈະກຳຫຼັກ ແມ່ນໄດ້ສຸມໃສ່ການປັບປຸງທັດສະນີຍະພາບ,…

ຂະບວນທັດສະນະສຶກສາ ຂອງນັກ​ສຶກ​ສາ​ທິດ​ສະ​ດີ​ການ​ເມືອງ​ ແລະການ​ປົກ​ຄອງ​ ຂັ້ນ​ກາງ ​ຮຸ່ນ​ທີ IV ໂຮງ​ຮຽນ​ທິດ​ສ​ະ​ດີການ​ເມືອງ​-ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ

ໃນ​ວັນ​ທີ 14 ພະ​ຈິກ 2025 ຜ່ານມານີ້ ຂະບວນທັດສະນະສຶກສາ ຂອງນັກ​ສຶກ​ສາ​ທິດ​ສະ​ດີ​ການ​ເມືອງ​ ແລະການ​ປົກ​ຄອງ​ຂັ້ນ​ກາງ​ຮຸ່ນ​ທີ IV ໂຮງ​ຮຽນ​ທິດ​ສ​ະ​ດີການ​ເມືອງ​-ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ເດີນ​ທາງ​ໄປ​ທັດ​ສະ​ນະ​ສຶກ​ສາ​ ຢູ່​ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ​​ໂດຍໃຫ້​ກຽດ​ນຳ​​ພາທີມ​ງານ​ນັກ​​ສຶກ​ສາໄປ​ທັດ​ສະ​ນະ​ສຶກ​ສາທີ່​ເມືອງ​ຫົງ​ສາ ໃນ​ຄັ້ງ​ນີ້ໂດຍ​ແມ່ນ​​ທ່ານ ອາ​ຈານ ບຸນຍອງ ອາ​ລີ​ລັກ​ ຜູ້​ຊີ​້ນຳ​ວຽກ​ງານ​ຂະ​ແໜງ​ຂໍ້​ມູນ​ຂ່າວ​ສານ​ ໂຮງ​ຮຽນ​ການ​ເມືອງ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ມີສກ​ສາ​ທັງ​ໝົດ​ 53 ສະ​ຫາຍ ລວມ​ທັງ​ຄູ​ອາ​ຈານ ​ໂດຍໃຫ້​ກຽດຕ້ອນ​ຮັບ​ຄະ​ນະ​ທີມ​ງານ​ນັກ​ສຶກ​ສາ​ໄປ​ທັດ​ສະ​ນະ​ສຶກ​ສາ​ ໂດຍ​ແມ່ນ ​ທ່ານ ແຫຼ້…