ຂ່າວຫຼ້າສຸດ

ກອງ​​ປະ​ຊຸມກຳ​ມະ​ບານ​ຮາກ​ຖານ​ໂຮງ​ຮຽນ​ການ​ເມືອງແລະ ​ການ​ປົກ​ຄອງ ​ແຂວງໄຊຍະບູລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງຂັ້ນສູງ ລະບົບເລັ່ງລັດ 45 ວັນ ຊຸດທີ I ແລະ ລະບົບປະລິນຍາເອກ ການເມືອງ-ການປົກຄອງ ຮຸ່ນທີ I ພິທີປິດ ຂະບວນການກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມປຶກສາຫາລື ວຽກງານການພົວພັນຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ພິທີວາງສີລາລຶກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້ ທີ່ແຂວງຈຳປາສັກ ສັນຍາລັກແຫ່ງຄວາມສາມັກຄີພິເສດ ລາວ-ຫວຽດນາມ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຍົກລະດັບຄວາມຮູ້ພື້ນຖານວຽກງານຂ່າວສານ  ໃຫ້ພະນັກງານ, ຄູ-ອາຈານ

ເພື່ອເປັນການສ້າງຄວາມຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງຕໍ່ຂະບວນການສ້າງໃບໜ້າໃໝ່ໃຫ້ແກ່ວຽກງານຂ່າວສານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດຝຶກອົບຮົມວຽກງານຂ່າວສານ ຫົວຂໍ້: “ເຕັກນິກການຂຽນຂ່າວ, ບັນນາທິການຂ່າວ ແລະການຖ່າຍຮູບພາບ” ໃນຕອນເຊົ້າ ຂອງວັນທີ 21 ຕຸລາ 2025; ການຝຶກອົບຮົມໄດ້ຈັດຂຶ້ນເປັນເວລາ 2 ວັນ ຄື: ໃນວັນທີ 21-22 ຕຸລາ 2025 ແລະໄດ້ມີພິທີປິດຝຶກອົບຮົມຄັ້ງນີ້ ໃນຕອນບ່າຍ ຂອງວັນທີ 22 ຕຸລາ…

ວິທະຍາຄານ​ການ​ເມືອງ​ປ້ອງ​ກັນ​ຄວາມ​ສະຫງົບ ຖອດ​ຖອນ​ບົດ​ຮຽນ​ວຽກ​ງານ​ຫ້ອງມູນ​ເຊື້ອ ຢູ່​ສະ​ຖາ​ບັນ​ການ​ເມືອງ ແລະ ການປົກ​ຄອງ​ແຫ່ງ​ຊາດ

         ຄະນະ​ນຳ ແລະພະນັກງານ​ຈາກ ວິທະຍາຄານ​ການ​ເມືອງ​ປ້ອງ​ກັນ​ຄວາມ​ສະຫງົບ (ວກປສ) ນຳ​ໂດຍ ທ່ານ ພັທ ພູທອງ​ຊະນະ ໝັ້ນຈັນ​ທິ​ວົງ ຮອງ​ຫົວໜ້າ​ຫ້ອງ​ການ​ເມືອງ, ພ້ອມ​ດ້ວຍຄະນະ ໄດ້​ເດີນທາງ​​ພົບ​ປະ​ແລກ​ປ່ຽນ​ບົດ​ຮຽນ ແລະຢ້ຽມ​ຊົມ​ຫໍ​ສະ​ໝຸດ, ຫ້ອງ​ມູນ​ເຊື້ອ ຂອງສະ​ຖາ​ບັນ​ການ​ເມືອງ ແລະ ການປົກ​ຄອງ​ແຫ່ງ​ຊາດ (ສມປຊ) ໃນ​ວັນ​ທີ 16 ຕຸລາ 2025 ເວລາ 13:30 ໂມງ, ການ​ຕ້ອນ​ຮັບ​ຄະນະ​ຜູ້​ແທນ ວິທະຍາຄານ​ການ​ເມືອງ​ປ້ອງ​ກັນ​ຄວາມ​ສະຫງົບ ຝ່າຍສະ​ຖາ​ບັນ​ການ​ເມືອງ ແລະ…

ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ການຄົ້ນຄວ້າແນວຄິດການນຳ ບົດຮຽນ ຂອງ ສປປ ລາວ ແລະ ສປ ຈີນ”

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາວິທະຍາສາດລະດັບສູງ ຮ່ວມກັບນັກວິທະຍາສາດ ຈາກ ສປ ຈີນ, ພາຍໃຕ້ຫົວຂໍ້: “ການຄົ້ນຄວ້າແນວຄິດການນຳ ບົດຮຽນ ຂອງ ສປປ ລາວ ແລະ ສປ ຈີນ” ໃນວັນທີ 16 ຕຸລາ 2025 ທີ່ຜ່ານມາ.          ພິທີໄດ້ໄຂຂຶ້ນຢ່າງເປັນທາງການ ຕິດພັນກັບອຸດົມການວຽກງານການເມືອງທີ່ສໍາຄັນ, ກອງປະຊຸມສຳມະນາຄັ້ງປະຫວັດສາດນີ້ ໄດ້ຈັດຂຶ້ນໂດຍສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ເພື່ອສ້າງຂະບວນການຄົ້ນຄວ້າວິທະຍາສາດຂ່ຳນັບຮັບຕ້ອນວັນສະຖາປະນາ ສປປ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປິດຊຸດຝຶກອົບຮົມຄູການເມືອງ ແລະ ການປົກຄອງ ຮຸ່ນທີ II

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປິດຊຸດຝຶກອົບຮົມຄູການ ເມືອງ ແລະ ການປົກຄອງ ຫຼັກສູດ 3 ເດືອນ ຮຸ່ນທີ II. ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າທີ 17 ຕຸລາ 2025, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະໂອ້ລົມ ໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.…