ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປິດຊຸດຝຶກອົບຮົມຄູການ ເມືອງ ແລະ ການປົກຄອງ ຫຼັກສູດ 3 ເດືອນ ຮຸ່ນທີ II. ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າທີ 17 ຕຸລາ 2025, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະໂອ້ລົມ ໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ໃນພິທີ, ທ່ານ ປທ ນ. ກິ່ງໄຜ່ ພະສະຫວັນໄຊ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ຜ່ານບົດສະຫຼຸບການຝຶກອົບຮົມຄັ້ງນີ້ ຊຶ່ງມີເນື້ອໃນສໍາຄັນ ຄື: ການຝຶກອົບຮົມໄດ້ດຳເນີນເປັນເວລາ 3 ເດືອນ (ລະຫວ່າງວັນທີ 15 ກໍລະກົດ ຫາ ວັນທີ 17 ຕຸລາ 2025) ແລະມີຜູ້ສຳເລັດການຝຶກອົບຮົມທັງໝົດ 44 ທ່ານ, ຍິງ 19 ທ່ານ. ນັກສຳມະນາກອນ ແມ່ນມາຈາກບັນດາພາກສ່ວນສຳຄັນທົ່ວປະເທດ ລວມມີພາກ ສ່ວນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຳນວນ 13 ທ່ານ, ຍິງ 7 ທ່ານ; ມາຈາກໂຮງຮຽນການເມືອງ ແລະ ການປົກຄອງແຂວງ 15 ທ່ານ, ຍິງ 7 ທ່ານ; ມາຈາກວິທະຍາຄານສັນຕິບານປະຊາຊົນ 1 ທ່ານ, ວິທະຍາຄານຕຳຫຼວດປະຊາຊົນ 1 ທ່ານ, ໂຮງຮຽນທິດສະດີການເມືອງກອງທັບ 6 ທ່ານ, ຍິງ 3 ທ່ານ; ມາຈາກ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ 6 ທ່ານ, ຍິງ 1 ທ່ານ ແລະມາຈາກກະຊວງສຶກສາທິການ ແລະກິລາ 2 ທ່ານ, ຍິງ 1 ທ່ານ. ໃນນັ້ນ, ສາຂາທີ່ສໍາຄັນ ຄື: ຄູປັດຊະຍາ, ຄູລັດ ທິສັງຄົມນິຍົມວິທະຍາສາດ, ຄູການປົກຄອງ, ຄູເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ, ຄູກໍ່ສ້າງພັກ ແລະປະຫວັດສາດພັກ ແລະ ຄູແນວຄິດໄກສອນ ພົມວິຫານ.

ເພື່ອເປັນການສະແດງເຖິງຜົນສຳເລັດ ຂອງການຝຶກອົບຮົມເປັນເວລາ 3 ເດືອນ ປະທານພິທີໄດ້ເປັນ ກຽດມອບໃບຢັ້ງຢືນການຝຶກອົບຮົມໃຫ້ສຳມະນາກອນ ແລະໄດ້ໂອ້ລົມ ສະແດງຄວາມຊົມເຊີຍເຖິງການນຳພາຊີ້ນຳຂອງຄະນະບໍລິຫານງານພັກ, ຄະນະອຳນວຍການ ສມປຊ ທີ່ບໍ່ໄດ້ລົດລະ ໃນການຕິດຕາມ, ກວດກາ ຢ່າງໃກ້ສິດ ແລະເປັນປະຈຳ; ພ້ອມກັນນັ້ນ, ທ່ານປະທານ ກໍໄດ້ເນັ້ນໜັກວ່າ: ການຈັດຕັ້ງປະຕິບັດຫຼັກສູດໃນຄັ້ງນີ້ ໃຫ້ບັນດາສະຫາຍໝູນໃຊ້ທິດສະດີ ແລະພຶດຕິກຳ ທີ່ໄດ້ຮ່ຳຮຽນເອົາຢູ່ໃນຊຸດຝຶກອົບຮົມຄັ້ງນີ້ ໄປຜັນຂະຫຍາຍເນື້ອໃນຈິດໃຈຂອງມະຕິດັ່ງກ່າວ ເຂົ້າສູ່ພຶດຕິກຳຕົວຈິງຢ່າງຕັ້ງໜ້າ ຢູ່ກົມກອງຂອງຕົນ. ຜົນສຳເລັດໃນການຝຶກອົບຮົມຄັ້ງນີ້ ໄດ້ກາຍເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານກໍ່ສ້າງພະນັກງານສືບທອດ ແລະເປັນການເພີ່ມທະວີຄວາມສາມາດໃຫ້ແກ່ບັນດາຄູ-ອາຈານ ໃນການສິດສອນ, ໂດຍມີພື້ນຖານທາງດ້ານແນວຄິດທິດສະດີອັນໜັກແໜ້ນ ເພື່ອກ້າວໄປສູ່ການປະຕິບັດເປົ້າໝາຍການເມືອງ ຂອງພັກ-ລັດ ໃຫ້ມີຜົນສຳເລັດສູງສຸດ.









































ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ
