ໃນວັນທີ 8 ທັນວາ 2020 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ໄດ້ຈັດພິທີມອບນາມມະຍົດຂອງ 3 ອົງການຈັດຕັ້ງມະຫາຊົນຂຶ້ນ ພາຍໃຕ້ການເປັນປະທານ ຂອງສະຫາຍ ປທ ນ. ບົວສີ ນາຖາວົງ ຄະນະປະຈຳພັກແຂວງ ເລຂາໜ່ວຍພັກ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີບັນດາສະຫາຍຕາງໜ້າຈາກ ຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫະພັນແມ່ຍິງແຂວງ, ກຳມະບານແຂວງ , ມີບັນດາຄະນະອົງການຈັດຕັ້ງມະຫາຊົນຂອງໂຮງຮຽນ, ມີບັນດາສະມາຊິກຊາວໜຸ່ມ,​ ແມ່ຍິງ ແລະກໍາມະບານທີ່ເປັນຄູ-ອາຈານ ແລະນັກສຶກສາຮຸ່ນທີ XVI, ຮຸ່ນທີ XVII ເຂົ້າຮ່ວມທັງໜົດ 113 ສະຫາຍ, ຍິງ 46 ສະຫາຍ.

 ພິທີດັ່ງກ່າວ ສະຫາຍ ຈັນເພັງ ນັນທະວົງ ເລຂາໜ່ວຍຊາວໜຸ່ມໂຮງຮຽນ ຕາງໜ້າໃຫ້ແກ່ 3 ອົງການຈັດຕັ້ງມະຫາຊົນ ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຂອງ 3 ໂຮງຮຽນການເມືອງ ແລະການປົກຄອງແຂວງປະຈຳປີ 2020 ແລະທິດທາງແຜນການປີ 2021.

 ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນປະຈຳປີ 2020 ສາມາດປະຕິບັດໄດ້ດັ່ງນີ້: 1). ວຽກງານ 3 ດີຂອງແມ່ຍິງ: 1. ພົນລະເມືອງດີ: ຈັດຕັ້ງປະຕິບັດໄດ້ 100 %; 2. ພັດທະນາດີ ປະຕິບັດໄດ້ 100 %, 3. ຄອບຄົວດີ ປະຕິບັດໄດ້ 96,42 % ປະເພດສະມາຊິກແມ່ຍິງ 3 ດີ ມີ 28 ສະຫາຍ.

2). ວຽກງານ 4 ບຸກຂອງຊາວໜຸ່ມ: 1. ບຸກທາງດ້ານແນວຄິດ ຈັດຕັ້ງປະຕິບັດໄດ້ 93,2 %, 2. ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ຈັດຕັ້ງປະຕິບັດໄດ້ 92,2%, 3. ດ້ານວຽກງານການຈັດຕັ້ງ  ຈັດຕັ້ງປະຕິບັດໄດ້ 92.2 %, 4. ດ້ານວິຊາອາຊີບ ແລະສ້າງວຽກເຮັດງານທໍາ ຈັດຕັ້ງປະຕິບັດໄດ້ 93.1 %. ປະພດສະມາຊິກຊາວໜຸ່ມແຂງ 40 ສະຫາຍ ຍິງ 22 ສະຫາຍ.

3). ວຽກປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້໊າຂອງກໍາມະບານ:1. ເປັນເຈົ້າໂຄສະນາສຶກສາອົບຮົມການເມືອງ-ແນວຄິດ.ປະຕິບັດໄດ້ 92%, 2. ເປັນເຈົ້າໃນການປັບປຸງແບບແຜນວິທີນຳພາ ແລະຂະຫຍາຍການຈັດຕັ້ງກຳມະບານ. ປະຕິບັດໄດ້ 91%, 3. ເປັນເຈົ້າປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະຜູ້ອອກແຮງປະຕິບັດໄດ້ 90%, 4. ເປັນເຈົ້າການເຂົ້າຮ່ວມໃນການຕິດຕາມ, ກວດກາຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ, ວັດທະນະທຳ-ສັງຄົມ, ຂໍ້ປະຕິບັດໄດ້  85%, 5. ເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງການຕ່າງປະເທດຂອງພັກ, ລະບຽບກົດໝາຍຂອງລັດ. ປະຕິບັດໄດ້ 93%. ປະເພດສະມາຊິກດີເດັ່ນ 71 ສະຫາຍ, ຍິງ 30 ສະຫາຍ.

ໃນຕອນທ້າຍພິທີໄດ້ຮັບຟັງການໂອ້ລົມ ຈາກສະຫາຍ ທອງສາ ເທບມີນາ ຮອງປະທານກຳມະບານແຂວງ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະໜ່ວຍອົງການຈັດຕັ້ງມະຫາຊົນ ທີ່ໄດ້ເອົາໃຈໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຂອງອົງການຈັດຕັ້ງມະຫາຊົນໃນຄັ້ງນີ້ໃຫ້ມີຜົນສຳເລັດ ແລະທ່ານຍັງໄດ້ເນັ້ນໜັກໃຫ້ສະມາຊິກອົົງການຈັດຕັ້ງມະຫາຊົນ ຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ຊອກຮູ້ຮໍ່າຮຽນ, ຮູ້ຈັກອັນໃດຜິດ, ອັນໃດຖືກ, ອັນໃດສອດຄ່ອງເໝາະສົມ ຫຼື ບໍ່ສອດຄ່ອງ ບົນພື້໊ນຖານເດັດດ່ຽວປົກປ້ອງສິ່ງທີ່ຖືກຕ້ອງ. ພ້ອມກັນນັ້ນ, ກໍຕັດສິນໃຈດັດແປງແກ້ໄຂອັນບໍ່ຖືກຕ້ອງຢ່າງທັນການ ມີທ່າກ້າວດີຂຶ້ນ, ປະກອບສ່ວນເຂົ້້າໃນການພັດທະນາປະເທດຊາດ. ພ້ອມກັນນັ້ນ, ສະມາຊິກທຸກສະຫາຍຈະຕ້ອງໄດ້ເອົາໃຈໃສ່ປະຕິບັດຂໍແຂ່ງຂັນ 4 ບຸກຂອງຊາວໜຸມ, 3 ດີຂອງແມ່ຍິງ ແລະ 5 ເປັນເຈົ້າຂອງກຳມະບານ ປະຈຳປີ 2021 ໃຫ້ສຳເລັດຜົນ.

          ຂ່າວ-ພາບໂດຍ: ທ່ານ ຈັນເພັງ ນັນທະວົງ
ຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ.
ບັນນາທິການ: ຄອນສະຫວັນ ແສນຍານຸພາບ