ໃນທ່າມກາງບັນຍາກາດແຫ່ງຄວາມປິຕິຊົມຊື່ນ ທີ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ພວມສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໃນຕອນເຊົ້າ ຂອງວັນທີ 3 ທັນວາ 2025 ຢູ່ທີ່ບ້ານຄອນໄຫຼ, ນະຄອນປາກເຊ, ແຂວງຈຳປາສັກ, ໄດ້ມີການຈັດພິທີວາງສີລາລຶກໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້ ຢ່າງເປັນທາງການ.

        ຕາງໜ້າພັກ, ລັດຖະບານແຫ່ງ ສປປ ລາວ ເຂົ້າຮ່ວມໂດຍ ສະຫາຍ ສຈ. ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານ ແຫ່ງ ສສ ຫວຽດນາມໂດຍແມ່ນ ສະຫາຍ ສຈ ປອ ຫງວຽນ ຊວນ ຖັງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ, ມີ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ, ຄະນະນຳສະຖາບັນເຂົ້າຮ່ວມ; ຝ່າຍແຂວງຈຳປາສັກມີ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ພ້ອມດ້ວຍບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ ແລະພະນັກງານຫຼັກແຫຼ່ງແຂວງຈຳປາສັກ.

ໃນພິທີ, ສະຫາຍ ຫວ່ງ ວັນ ຫຸ່ງ, ຫົວໜ້າຄະນະຄຸ້ມຄອງໂຄງການ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ໄດ້ລາຍງານສະພາບການກະກຽມໂຄງການໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນວ່າ ໂຄງການນີ້ເກີດຂຶ້ນຈາກການຫັນການຕົກລົງເຫັນດີເປັນເອກະພາບ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ, ມີມູນຄ່າການລົງທຶນທັງໝົດ 750 ກວ່າຕື້ດົງ, ແຫຼ່ງທຶນຕົ້ນຕໍ ແມ່ນທຶນຊ່ວຍເຫຼືອລ້າຈາກລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ແລະ ມີທຶນສົມທົບຈາກລັດຖະບານລາວ ອີກຈໍານວນໜຶ່ງ, ໂຄງການມີໄລຍະເວລາປະຕິບັດງານທັງໝົດແຕ່ປີ 2026 ເຖິງ 2035, ໂດຍແບ່ງອອກເປັນ 2 ໄລຍະການກໍ່ສ້າງຫຼັກ ຄື:

– ໄລຍະທີ 1 (2026-2030): ເນັ້ນໃສ່ການກໍ່ສ້າງອາຄານຫຼັກ ເພື່ອຮອງຮັບການຮຽນ-ການສອນ ປະກອບມີ: ອາຄານຫ້ອງການ 5 ຊັ້ນ, ອາຄານຫ້ອງຮຽນ 5 ຊັ້ນ, ຫໍພັກນັກສຶກສາ (ຫຼັງທີ 1 ແລະ 2), ຫໍພັກພະນັກງານ ແລະ ລະບົບພື້ນຖານໂຄງລ່າງເຕັກນິກ. ງົບປະມານສຳລັບໄລຍະນີ້ແມ່ນ 487 ຕື້ກວ່າດົງ.

– ໄລຍະທີ 2 (2031-2035): ຈະສືບຕໍ່ກໍ່ສ້າງສະໂມສອນໃຫຍ່, ສູນຂໍ້ມູນຂ່າວສານ, ຫໍອາຫານ ແລະ ຫໍພັກນັກສຶກສາຫຼັງທີ 3.

        

ໃນພິທີ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ໄດ້ຢັ້ງຢືນວ່າ: ການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເຂດພາກໃຕ້ ມີຄວາມໝາຍຍຸດທະສາດໄລຍະຍາວ, ເປັນການສ້າງຄວາມເຂັ້ມແຂງ, ເປັນເຈົ້າຕົນເອງໃນວຽກງານກໍ່ສ້າງ, ບໍາລຸງພະນັກງານນໍາພາ-ຄຸ້ມຄອງ ໃຫ້ແກ່ພັກ-ລັດ.   ເມື່ອກໍ່ສ້າງສໍາເລັດ ຈະເປັນບ່ອນສຶກສາອົບຮົມ, ບຳລຸງຍົກລະດັບທິດສະດີມາກ-ເລນິນ, ແນວຄິດໂຮ່ຈິມິນ, ແນວຄິດ ໄກສອນ ພົມວິຫານ, ເຜີຍແຜ່ມູນເຊື້ອຄວາມສາມັກຄີ ລະຫວ່າງ ລາວ-ຫວຽດນາມ ໃຫ້ຊຶມເລິກເຂົ້າໃນຖັນແຖວພະນັກງານ-ສະມາຊິກພັກ, ພ້ອມທັງເສີມສ້າງຄວາມຮູ້ດ້ານທິດສະດີການເມືອງ-ການປົກຄອງທີ່ທັນສະໄໝໃຫ້ແກ່ພະນັກງານຫຼັກແຫຼ່ງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພັກເຮົາ ແລະສາມາດນຳພາປະເທດຊາດ ໄປສູ່ຄວາມຈະເລີນຮຸ່ງເຮືອງ ໄດ້ຢ່າງໝັ້ນຄົງ ແລະ ສະຫາຍໄດ້ເນັ້ນເນື້ອໃນວ່າ:

          1). ສອງສະຖາບັນ ໂດຍສະເພາະສອງຄະນະຄຸ້ມຄອງໂຄງການ ຄວນປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊີ້ນໍາ, ຕິດຕາມ ການຈັດຕັ້ງປະຕິບັດໂຄງການ ໃຫ້ໄປແຜນຜັງທີ່ກຳນົດໄວ້. ພ້ອມກັນນີ້ ກໍປະສານສົມທົບກັບບັນດາກະຊວງ, ອົງການ, ອຳນາດການປົກຄອງແຂວງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ທັງສອງປະເທດ ເພື່ອສ້າງເງື່ອນໄຂເຮັດໃຫ້ໂຄງການນີ້ ດຳເນີນໄປຕາມແຜນການທີ່ກຳນົດໄວ້.

2) ຮຽກຮ້ອງມາຍັງ ບັນດາກະຊວງ, ອົງການ ຂອງສອງປະເທດ, ອໍານາດການປົກຄອງ ແຂວງຈໍາປາສັກ, ອໍານາດການປົກຄອງນະຄອນປາກເຊ, ພໍ່ແມ່ນປະຊາຊົນ ອ້ອມຂ້າງ ຈົ່ງໃຫ້ການຮ່ວມມື,​ ຊ່ວຍເຫຼືອ, ອຳນວຍຄວາມສະດວກ, ຊຸກຍູ້ໂຄງການນີ້ ໃຫ້ສໍາເລັດຕາມກຳນົດເວລາ.

3) ບໍລິສັດຮັບເໝົາກໍ່ສ້າງ, ບໍລິສັດທີ່ປຶກສາການກໍ່ສ້າງ ຈົ່ງຍົກສູງຄວາມຮັບຜິດຊອບດໍາເນີນການກໍ່ສ້າງໂຄງການ ໃຫ້ຖືກຕາມແບບທີ່ກຳນົດ, ຮັບປະກັນເຕັກນິກ, ຖືຄຸນນະພາບ ເປັນກົກ, ຮັບປະກັນຄວາມຍືນຍົງ, ສວຍງາມ, ປະສານສົມທົບກັບຄະນະຄຸ້ມຄອງໂຄງການເພື່ອແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນໃນໄລຍະການດຳເນີນການກໍ່ສ້າງ.

4) ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈະສຸມທຸກສະຕິປັນຍາ, ກໍາລັງແຮງທີ່ມີ ປະສານສົມທົບກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ກັບບັນດາກະຊວງ, ອົງການຝ່າຍລາວ, ປະສານສົມທົບກັບອຳນາດການປົກຄອງແຂວງ ຈໍາປາສັກຊຸກຍູ້, ຕິດຕາມການດຳເນີນໂຄງການ ໃຫ້ມີຄຸນນະພາບສູງສຸດ.  

 

        

ທາງດ້ານຝ່າຍຫວຽດນາມ, ສະຫາຍ ສຈ ປອ ຫງວຽນ ຊວນ ຖັງ ກໍໄດ້ມີຄຳເຫັນຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງພັກ ແລະ ລັດຖະບານຫວຽດນາມ ໃນການສະໜັບສະໜູນພາລະກິດການສ້າງສາພັດທະນາຂອງລາວ, ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດ ເຊິ່ງເປັນປັດໄຈຕັດສິນຊີ້ຂາດການພັດທະນາປະເທດຊາດ. ອີງຕາມບົດລາຍງານການຈັດຕັ້ງປະຕິບັດໂຄງການ ໂດຍ ສະຫາຍ ຮວາງ ວັນ ຮຸງ, ຫົວໜ້າຄະນະຄຸ້ມຄອງໂຄງການຝ່າຍຫວຽດນາມ, ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້ ໄດ້ມີປະຫວັດຄວາມເປັນມາ ແລະ ບາດກ້າວການຜັນຂະຫຍາຍ. ນອກນັ້ນ, ໄດ້ສະເໜີພາກສ່ວນທີ່ກ່ຽວຂ້ອງວ່າ:

         1).   ພວກເຮົາຕ້ອງໄດ້ມີຈິນຕະນາການໃໝ່, ພວກເຮົາຕ້ອງໄດ້ແບ່ງເປັນ 2 ໄລຍະ, ແຕ່ຕ້ອງໄດ້ກຳນົດຄວາມຮັບຜິດຊອບໃຫ້ແຕ່ລະຝ່າຍ ແລະ ຕ້ອງໄດ້ຈັດຕັ້ງປະຕິບັດຕາມໄລຍະທີ 1 ແມ່ນຕ້ອງໄດ້ສຳເລັດໃນເວລາ 2 ປີ. ຄຽງຄູ່ກັນນັ້ນ, ພວກເຮົາກໍຕ້ອງໄດ້ກະກຽມບັນດາເງື່ອນໄຂດ້ານກົດໝາຍ, ດ້ານການເງິນ, ກະກຽມບັນດາເງື່ອນໄຂຕ່າງໆ ເພື່ອຈັດຕັ້ງປະຕິບັດການກໍ່ສ້າງໂຄງການຢ່າງຄົບຊຸດ. ສະນັ້ນ, ພວກເຮົາຕ້ອງໄດ້ມີຈິນຕະນາການໃໝ່, ປະຕິບັດຕາມຈິດໃຈການຊີ້ນຳຂອງສອງກົມການເມືອງທີ່ໄດ້ຊີ້ນຳ ແມ່ນຕ້ອງໄດ້ມີຄວາມຮັບຜິດຊອບ, ມີຄວາມເອົາໃຈໃສ່ສູງສຸດຕໍ່ໂຄງການຂອງພວກເຮົາ ເພື່ອສາມາດກໍ່ສ້າງສຳເລັດຢ່າງໄວທີ່ສຸດ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບສູງ.

         2).  ສະເໜີໃຫ້ຄະນະນຳຂອງແຂວງຈຳປາສັກ ຈົ່ງສືບຕໍ່ມີຄວາມເອົາໃຈໃສ່ຊີ້ນຳບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາຕ່າງໆ ເພື່ອສາມາດຈັດຕັ້ງປະຕິບັດໂຄງການກໍ່ສ້າງໃຫ້ສຳເລັດຕາມແຜນ, ຄຽງຄູ່ກັນນັ້ນ, ກໍຂໍສະເໜີໃຫ້ມີຄວາມເອົາໃຈໃສ່ກ່ຽວກັບເງື່ອນໄຂດ້ານໄຟຟ້າ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດໂຄງການ.

         3).  ພິທີຂອງພວກເຮົາໃນຄັ້ງນີ້ ກໍມີບັນດາສະຫາຍການນຳຂອງທາງສອງສະຖາບັນ. ສະນັ້ນ, ຂ້າພະເຈົ້າຂໍສະເໜີໃຫ້ທັງສອງສະຖາບັນໄດ້ເຮັດວຽກກັບກະຊວງການເງິນຂອງທັງສອງຝ່າຍ ເພື່ອມີງົບປະມານຈັດຕັ້ງປະຕິບັດໂຄງການຢູ່ໃນໄລຍະທີ 1.

         4). ສະເໜີໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ ມີຄວາມເອົາໃຈໃສ່ໃນການອອກແບບຕ່າງໆ ກໍຄືຕ້ອງໄດ້ອອກແບບກໍ່ສ້າງ ຕາມວັດທະນະທຳຂອງ ສປປ ລາວ ທັງຮັບປະກັນຕາມວັດທະນະທຳຂອງລາວແລ້ວ ຍັງຕ້ອງໄດ້ມີລັກສະນະທັນສະໄໝ, ມີລັກສະນະຄົບຊຸດ ເພື່ອຮັບໃຊ້ໃຫ້ແກ່ວຽກງານກໍ່ສ້າງບຳລຸງ-ພະນັກງານ. ຂ້າພະເຈົ້າຫວັງວ່າ ໂຄງການນີ້ ຈະບໍ່ພຽງແຕ່ເປັນໂຄງການ ໃນຂົງເຂດກໍ່ສ້າງບຳລຸງ-ພະນັກງານເທົ່ານັ້ນ, ຈະເປັນໂຄງການທີ່ເປັນສັນຍາລັກ ຂອງແຂວງຈຳປາສັກ.

        


ພິທີວາງສີລາລຶກໃນມື້ນີ້ ໄດ້ສິ້ນສຸດລົງ ໂດຍຄະນະການນຳຂັ້ນສູງຂອງທັງສອງຝ່າຍ, ເຊິ່ງເປັນສັນຍານແຫ່ງການເລີ່ມຕົ້ນລົງມືກໍ່ສ້າງຢ່າງເປັນທາງການ. ສະຖາບັນແຫ່ງນີ້ ຈະຢືນຕົ້ນສະຫງ່າງາມຢູ່ດິນແດນຈຳປາສັກ ເປັນດັ່ງດອກໄມ້ທີ່ຫອມຫວນ ແລະ ເປັນສັນຍາລັກແຫ່ງມິດຕະພາບທີ່ບໍ່ມີວັນຈືດຈາງ ລະຫວ່າງ ລາວ ແລະ ຫວຽດນາມ.

ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ