ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈໍາປາສັກ ຈັດພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ພ້ອມທັງມອບບັດສະມາຊິກພັກໃຫ້ສະມາຊິກພັກພາຍໃນໜ່ວຍພັກ. ພິທີໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 6 ສິງຫາ 2020 ນີ້, ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ໂດຍການເປັນປະທານຂອງສະຫາຍ ໜູຈັນ ຈັນທະພົງ ຄະນະປະຈໍາພັກແຂວງ, ປະທານກວດກາພັກແຂວງ, ມີ ສະຫາຍ ບົວທອງ ສຸວັນນະສານ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ,ມີຜູ້ຕາງໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍໃນຄະນະພັກ, ແຂກເຊື້ອເຊີນ, ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.

ໂອກາດນີ້ສະຫາຍຜູ້ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສົມບູນ, ຈໍານວນ 3 ສະຫາຍຄື: ສະຫາຍ ຄໍາພາ ແສງພະຈັນ, ສະຫາຍ ພຸດສະນີ ສິດທິໄຊ ແລະສະຫາຍ ນາງ ຄິດພະວັນ ຜົງຄໍາເພັດ, ເຊິ່ງທັງສາມສະຫາຍແມ່ນໄດ້ຜ່ານການຝຶກຝົນຫຼໍ່ຫຼອມຕົນເອງໃນຂະບວນການຕົວຈິງ, ຄົບຕາມມາດຕະຖານເງື່ອນໄຂທີ່ກົດລະບຽບພັກ ແລະຜ່ານການປະເມີນຈາກກອງປະຊຸມໜ່ວຍພັກ.

ສະນັ້ນ, ໜ່ວຍພັກຈຶ່ງໄດ້ ສະເໜີຂັ້ນເທີງອະນຸມັດ ແລະຈັດພິທີເລື່ອນສະມາຊິກພັກສໍາຮອງເປັນສົມບູນຢ່າງເປັນທາງການ. ກອງປະຊຸມຍັງໄດ້ຖືໂອກາດນີ້ມອບບັດໃຫ້ແກ່ສະມາຊິກພັກສົມບູນມີຈໍານວນ 12 ສະຫາຍ, ຍິງ 3 ສະຫາຍ. ຈາກນັ້ນ ສະຫາຍ ໜູຈັນ ຈັນທະພົງ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງສະຫາຍໄດ້ຮຽກຮ້ອງໃຫ້ບັນດາສະມາຊິກພັກ ໂດຍສະເພາະກໍ່ຄືຜູ້ທີ່ຖືກເລື່ອນເປັນສະມາຊິກພັກສົມບູນໃນຄັ້ງນີ້ຈົ່ງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ໃນທຸກໆດ້ານ, ທັງມີຄວາມຮັບຜິດຊອບສູງຕໍ່ຫນ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໄປພ້ອມກັບການຍົກລະດັບຄວາມຮູ້ຄວາມສາມາດ, ຄຸນສົມບັດ, ສິນທໍາປະຕິວັດເປັນແບບ ຢ່າງທີ່ດີໃຫ້ແກ່ມະຫາຊົນ,ໃຫ້ກາຍເປັນເປັນສະມາຊິກພັກທີ່ດີເດັ່ນເຂັ້ມແຂງຕະຫຼອດໄປ.

ຂ່າວ/ພາບ: ຂວັນຕາ ສີສົມໂຄດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ