ຄະນະນຳ ແລະພະນັກງານຈາກ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ນຳໂດຍ ທ່ານ ພັທ ພູທອງຊະນະ ໝັ້ນຈັນທິວົງ ຮອງຫົວໜ້າຫ້ອງການເມືອງ, ພ້ອມດ້ວຍຄະນະ ໄດ້ເດີນທາງພົບປະແລກປ່ຽນບົດຮຽນ ແລະຢ້ຽມຊົມຫໍສະໝຸດ, ຫ້ອງມູນເຊື້ອ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໃນວັນທີ 16 ຕຸລາ 2025 ເວລາ 13:30 ໂມງ, ການຕ້ອນຮັບຄະນະຜູ້ແທນ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ຝ່າຍສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບໂດຍ ທ່ານ ປທ ນ. ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ພ້ອມດ້ວຍຄະນະຮັບຜິດຊອບຫ້ອງມູນເຊື້ອ ສມປຊ.



ຈຸດປະສົງ ຂອງການມາພົບປະໃນຄັ້ງນີ້ ກໍເພື່ອເປັນການຖອດຖອນບົດຮຽນ ຂອງພະນັກງານຫ້ອງການເມືອງໃນການກະກຽມຂຽນປຶ້ມມູນເຊື້ອ ພ້ອມທັງສ້າງຫ້ອງມູນເຊື້ອ ຂອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ເພື່ອເປັນບ່ອນເກັບກຳ ແລະເຜີຍແຜ່ປະຫວັດການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະມູນເຊື້ອອັນດີງາມ ຂອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ເພື່ອໃຫ້ພະນັກງານ, ນັກສຶກສາ ແລະແຂກທີ່ມາຢ້ຽມຢາມ ໄດ້ສຶກສາຄົ້ນຄວ້າ. ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ອົບອຸ່ນ ແລະເປັນກັນເອງ, ທັງສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານການເມືອງ, ວຽກງານຂໍ້ມູນຂ່າວສານ, ການເກັບກຳ ແລະສ້າງຫ້ອງມູນເຊື້ອ, ລວມທັງການຄຸ້ມຄອງຫໍສະໝຸດ. ຝ່າຍສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຖ່າຍທອດປະສົບການທີ່ມີຄ່າ ແລະຊີ້ແຈງບັນຫາທີ່ຄະນະຜູ້ແທນ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ສົນໃຈຢາກຮຽນຮູ້ນໍາ.

ຜ່ານການຖອດຖອນບົດຮຽນ ແລະການຢ້ຽມຊົມຫໍສະໝຸດ, ຫ້ອງມູນເຊື້ອ ຂອງ ສມປຊ, ຄະນະຜູ້ແທນ ດັ່ງກ່າວ ໄດ້ຮັບຂໍ້ມູນ ແລະບົດຮຽນອັນສຳຄັນຫຼາຍຢ່າງ ເຊິ່ງຈະໄດ້ນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອກະກຽມຂຽນປຶ້ມມູນເຊື້ອ ແລະສ້າງຫ້ອງມູນເຊື້ອຂອງ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ໃຫ້ສຳເລັດຕາມຄາດໝາຍ ແລະມີຄຸນນະພາບສູງ.
ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ຖືເປັນການເສີມຂະຫຍາຍສາຍພົວພັນ ແລະການຮ່ວມມືທີ່ດີລະຫວ່າງ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ແລະສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທັງເປັນການຍົກສູງຄຸນນະພາບວຽກງານຂໍ້ມູນຂ່າວສານ ແລະວຽກງານມູນເຊື້ອ ຂອງທັງສອງພາກສ່ວນ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຍິ່ງໆຂຶ້ນ.
ຂ່າວ: ປທ ຕາອັອດ ແສນທະວີສຸກ
ຮູບພາບ: ນັກຂ່າວ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ
