ໃນວັນທີ 1 ຕຸລາ 2020 ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໜ່ວຍກຳມະບານຮາກຖານນັກສຶກສາປະລິນຍາຕີຮຸ່ນທີ XXIII ຫ້ອງ ຂໍ, ໄດ້ຈັດພິທີຮັບໜ່ວຍກໍາມະບານຮາກຖານ 5 ເປັນເຈົ້າ, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນນຳ ພົມມະເກດ ປະທານໜ່ວຍກຳມະບານຮາກຖານນັກສຶກສາ ປະລິນຍາຕີ ຮຸ່ນທີ XXIII ຫ້ອງ ຂໍ, ໃຫ້ກຽດເຂົ້າຮ່ວມໃນພິທີຂອງທ່ານ ປອ ຄໍາມອນ ຈັນທະຈິດ ກໍາມະການຄະນະບໍລິຫານງານສະຫະພັນກໍາມະບານ ສມປຊ, ມີຜູ້ຕາງໜ້າຂອງໜ່ວຍກຳມະບານຮາກຖານນັກສຶກສາພາຍໃນ ສມປຊ ແລະ ຕາງໜ້າ ພະແນກອົງການຈັດຕັ້ງມະຫາຊົນ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກົມຈັດຕັ້ງ-ພະນັກງານ ແລະສະມາຊິກກໍາມະບານພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບຸນນຳ ພົມມະເກດ ປະທານໜ່ວຍກຳມະບານຮາກຖານ ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIII ຫ້ອງ ຂໍ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2020 ຊຶ່ງມີບາງເນື້ອຄື: ປັດຈຸບັນພາຍໃນໜ່ວຍ ມີສະມາຊິກກໍາມະບານທັງໝົດ 58 ທ່ານ, ຍິງ 18 ທ່ານ (ນັບທັງຜູ້ທີ່ມາເຊື່ອມຕໍ່ ປີ 2020 ຈໍານວນ 6 ທ່ານ, ຍິງ 1 ທ່ານ) ຕະຫຼອດໄລຍະ 1 ປີຜ່ານມາຄະນະໜ່ວຍກໍາມະບານຮາກຖານ ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIII ຫ້ອງ ຂໍ ໄດ້ນໍາພາສະມາຊິກພາຍໃນໜ່ວຍ ຈັດຕັ້ງປະຕິບັດບັນດາຂໍ້ແຂ່ງຂັນ 5 ເປັນເຈົ້າ ທີ່ຕິດພັນກັບການສຶກສາຮໍ່າຮຽນ ເຊິ່ງສາມາດຕີລາຄາແຕ່ລະດ້ານຈາກການລົງຄະແນນຂອງສະມາຊິກກໍາມະບານພາຍໃນໜ່ວຍໂດຍອີງໃສ່ຜົນງານໃນແຕ່ລະດ້ານທຽບໃສ່ແຜນການທີ່ວາງໃວ້ນັ້ນ ເຊິ່ງສະແດງອອກດັ່ງນີ້:

ໜຶ່ງ, ດ້ານເປັນເຈົ້າໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໄດ້ 98%.

ສອງ, ດ້ານເປັນເຈົ້າໃນການປັບປຸງແບບແຜນນໍາພາ ແລະຂະຫຍາຍການຈັດຕັ້ງກໍາມະບານ ໄດ້ 97%.

ສາມ, ດ້ານເປັນເຈົ້າປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາຂອງພະນັກງານ, ສະມາຊິກກໍາມະບານ ແລະຜູ້ອອກແຮງງານ ໄດ້ 96%.

ສີ່, ດ້ານເປັນເຈົ້າການເຂົ້າຮ່ວມໃນການຕິດຕາມ, ກວດກາການຄຸ້ມຄອງລັດ, ​ຄຸ້ມຄອງເສດຖະກິດ, ວັດທະນະທໍາ ແລະສັງຄົມ ໄດ້ 95%.

ຫ້າ, ດ້ານເປັນເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ, ລະບຽບກົດໝາຍຂອງລັດ ໄດ້ 95%.

ເພື່ອເປັນການຢັ້ງຢືນຜົນງານໃນໄລຍະຜ່ານມາ ທ່ານ ປອ ຄຳມອນ ຈັນທະຈິດ ໄດ້ຕາງໜ້າໃຫ້ ສະຫະພັນກຳມະບານ ສມປຊ ກ່າວມອບໃບຢັ້ງຢືນກຳມະບານ 5 ເປັນເຈົ້າໃຫ້ແດ່ໜ່ວຍກຳມະບານຮາກຖານນັກສຶກສາ ປະລິນຍາຕີ ຮຸ່ນທີ XXIII ຫ້ອງ ຂໍ ພ້ອມທັງສະມາຊິກກຳມະບານໜ່ວຍດັ່ງກ່າວຈຳ ນວນ 52 ທ່ານ, ຍິງ 17 ທ່ານ (ບໍ່ນັບຜູ້ທີ່ຫາກໍມາເຊື່ອຕໍ່ໃນປີ 2020 ຈໍານວນ 6 ທ່ານ, ຍິງ 1 ທ່ານ ) ແລະມີຄໍາເຫັນຊີ້ແນະ ເພື່ອໃຫ້ໜ່ວຍກໍາມະບານຮາກຖານນີ້ ຮັກສາໄດ້ມູນເຊື້ອໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າໃນປີຕໍ່ໄດ້.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ