ເພື່ອເປັນການສ້າງຄວາມຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງຕໍ່ຂະບວນການສ້າງໃບໜ້າໃໝ່ໃຫ້ແກ່ວຽກງານຂ່າວສານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດຝຶກອົບຮົມວຽກງານຂ່າວສານ ຫົວຂໍ້: “ເຕັກນິກການຂຽນຂ່າວ, ບັນນາທິການຂ່າວ ແລະການຖ່າຍຮູບພາບ” ໃນຕອນເຊົ້າ ຂອງວັນທີ 21 ຕຸລາ 2025; ການຝຶກອົບຮົມໄດ້ຈັດຂຶ້ນເປັນເວລາ 2 ວັນ ຄື: ໃນວັນທີ 21-22 ຕຸລາ 2025 ແລະໄດ້ມີພິທີປິດຝຶກອົບຮົມຄັ້ງນີ້ ໃນຕອນບ່າຍ ຂອງວັນທີ 22 ຕຸລາ 2025 ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ປທ ນ. ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ, ພ້ອມດ້ວຍວິທະຍາ ກອນ ແລະສຳມະນາກອນເຂົ້າຮ່ວມລວມທັງໝົດ 37 ທ່ານ.


ໃນໂອກາດນີ້ປະທານ ໄດ້ສະແດງຄວາມພາກພູມໃຈ ແລະໃຫ້ກຽດຕາງໜ້າຄະນະພັກ, ຄະນະນຳ ສມປຊ. ຕະຫຼອດໄລຍະການຝຶກອົບຮົມຄັ້ງນີ້, ສຳມະນາກອນ ໄດ້ເອົາໃຈໃສ່ ແລກປ່ຽນກັບວິທະຍາກອນຈາກ ທ່ານ ວັນໄຊ ຕະວິນຍານ ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ອະດີດຫົວໜ້າຄະນະບັນນາທິການໃຫຍ່ ໜັງສືພິມປະຊາຊົນ ແລະຜູ້ທີ່ເຮັດວຽກ ຕົວຈິງ ກ່ຽວກັບວຽກງານຂ່າວສານ ພາຍໃນ ສມປຊ ໃນແຕ່ລະຫົວຂໍ້ ທີ່ໄດ້ສະເໜີພື້ນຖານທິດສະດີ ແລະພຶດຕິກໍາ ຢ່າງລະອຽດຈະແຈ້ງ; ຜູ້ເຂົ້າຮ່ວມຝຶກອົບຮົມ ໄດ້ເຊີດຊູຄວາມຮັບຜິດຊອບ ແລະເປັນເຈົ້າການໃນການເຂົ້າຮ່ວມຢ່າງພ້ອມພຽງດີ, ໄດ້ມີການປະກອບຄໍາເຫັນແລກປ່ຽນບົດຮຽນນໍາກັນຢ່າງກົງໄປກົງມາ, ມີລັກສະນະສ້າງສັນຕໍ່ກັບເນື້ອໃນ ແລະບັນຫາຕ່າງໆ ທີ່ວິທະຍາກອນໄດ້ສະເໜີໃນການຝຶກອົບຮົມຄັ້ງນີ້ ຊຶ່ງໄດ້ມີການຈັດຕັ້ງເປັນກຸ່ມ ເພື່ອຝຶກຂຽນຂ່າວຕົວຈິງພາຍໃຕ້ຫົວຂໍ້ທີ່ກຳນົດ, ເພື່ອຮັບປະກັນໃຫ້ຜູ້ເຂົ້າຮ່ວມສາມາດຖອດຖອນບົດຮຽນ ແລະນຳໄປໃຊ້ເຂົ້າສູ່ການປະຕິບັດຕົວຈິງຕາມຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິພາບ ແລະມີປະສິດທິຜົນສູງຂຶ້ນ.













ໃນໂອກາດພິທີປິດຊຸດຝຶກອົບຮົມຄັ້ງນີ້ ທ່ານ ປທ ນ. ວະໄລລັກ ອະໄພ ໄດ້ໃຫ້ທິດຊີ້ນຳຕໍ່ກັບການຝຶກຮົບຮົມວ່າ:
1). ການຝຶກອົບຮົມຄັ້ງນີ້ ຂໍໃຫ້ບັນດາທ່ານ ຈົ່ງນໍາເອົາບົດຮຽນ, ປະສົບການ ທີ່ໄດ້ຈາກການຖ່າຍທອດ ຂອງວິທະຍາກອນ ເພື່ອນໍາໄປໝູນໃຊ້ຜັນຂະຫຍາຍເຂົ້າສູ່ວຽກງານຂ່າວສານ ໃນກົມກອງຂອງຕົນ ເພື່ອສະໜອງຂ່າວສານ ໃຫ້ແກ່ໜ່ວຍງານຂ່າວສານ ຂອງ ສມປຊ ຢ່າງວ່ອງໄວທັນການ.
2). ຂໍຮຽກຮ້ອງໃຫ້ພະນັກງານ, ຄູອາຈານພວກເຮົາຖອດຖອນບົດຮຽນວຽກງານຂ່າວສານ ເພື່ອໄປນໍາໃຊ້ເຂົ້າສູ່ການປະຕິບັດຕົວຈິງຕາມຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິພາບ ແລະປະສິດທິຜົນສູງກວ່າເກົ່າ, ຮຽນຮູ້ແລ້ວ ຕ້ອງເອົາໄປນໍາໃຊ້ໃຫ້ເປັນ ໂດຍສະເພາະການຂຽນບົດຂ່າວ ກ່ຽວກັບການເຄື່ອນໄຫວວຽກງານຕ່າງໆ ໃນກົມກອງຂອງຕົນ ເພື່ອເຜີຍແຜ່ໂຄສະນາ ລົງໃນເວັບໄຊ ສມປຊ ຢ່າງເປັນຂະບວນຟົດຟື້ນ, ຂ້າພະເຈົ້າເຊື່ອແນ່ວ່າ: ຜົນສໍາເລັດ ຂອງການຝຶກອົບຮົມຄັ້ງນີ້ ຈະສາມາດຮັບປະກັນໄດ້ທາງດ້ານວິທະຍາສາດ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຂ່າວສານ ຢູ່ ສມປຊ ໄດ້ເປັນຢ່າງດີ; ສິ່ງສໍາຄັນແມ່ນຢາກເຫັນພະນັກງານ, ຄູ-ອາຈານພວກເຮົາ ມີການຫັນປ່ຽນໃນການປະກອບສ່ວນອັນສໍາຄັນ ເຂົ້າໃນວຽກງານຂ່າວສານ ໃຫ້ມີຄຸນນະພາບສູງຂຶ້ນ.
3). ສໍາລັບວິທະຍາກອນທີ່ມາຈາກໜັງສືພິມປະຊາຊົນ ຈົ່ງສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອີກໃນໂອກາດຕໍ່ໄປ, ໃນຕໍ່ໜ້າ ພວກເຮົາຍັງຈະມີການຝຶກອົບຮົມໄປເລື້ອຍໆ ເພື່ອສ້າງພະນັກງານ, ຄູ-ອາຈານພວກເຮົາ ໃຫ້ເປັນຄົນທັນສະໄໝ ທັນກັບຄວາມກ້າວໜ້າຂອງຍຸກສະໄໝ, ການທີ່ຈະຫັນປະເທດເປັນທັນສະໄໝໄດ້ ກໍຕໍ່ເມື່ອຕ້ອງພັດທະນາຄົນ ໃຫ້ທັນສະໄໝ ເພື່ອຂັບເຄື່ອນປະເທດຊາດ ໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.






ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ
