ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາວິທະຍາສາດລະດັບສູງ ຮ່ວມກັບນັກວິທະຍາສາດ ຈາກ ສປ ຈີນ, ພາຍໃຕ້ຫົວຂໍ້: “ການຄົ້ນຄວ້າແນວຄິດການນຳ ບົດຮຽນ ຂອງ ສປປ ລາວ ແລະ ສປ ຈີນ” ໃນວັນທີ 16 ຕຸລາ 2025 ທີ່ຜ່ານມາ.

         ພິທີໄດ້ໄຂຂຶ້ນຢ່າງເປັນທາງການ ຕິດພັນກັບອຸດົມການວຽກງານການເມືອງທີ່ສໍາຄັນ, ກອງປະຊຸມສຳມະນາຄັ້ງປະຫວັດສາດນີ້ ໄດ້ຈັດຂຶ້ນໂດຍສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ເພື່ອສ້າງຂະບວນການຄົ້ນຄວ້າວິທະຍາສາດຂ່ຳນັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ. ພິທີໄຂກອງປະຊຸມໄດ້ເລີ່ມຕົ້ນໃນເວລາ 8:00 ໂມງ ຂອງວັນດັ່ງກ່າວ, ໂດຍມີການສະເໜີແຂກເຂົ້າຮ່ວມ ແລະກ່າວຈຸດປະສົງກອງປະຊຸມ ໂດຍ ທ່ານ ປອ ນ ດວງຈັນ ນັນທາ ຮອງຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສມປຊ.

         ໃນພິທີ ທ່ານ ປທ ນ ບຸນມີ ຈຸນລະຈັກ ຮອງຫົວໜ້າ ສມປຊ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ແລະແນະນໍາເນື້ອໃນຈິດໃຈຂອງກອງປະຊຸມ, ເຊິ່ງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຄົ້ນຄວ້າທິດສະດີການນໍາພາ ແລະບົດ ຮຽນຕົວຈິງ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ການສ້າງສັງຄົມ ແລະການນຳພາປະເທດໄປສູ່ຄວາມຮຸ່ງເຮືອງ. ກອງປະຊຸມສຳມະນາຄັ້ງນີ້ ຖືເປັນການເສີມຂະຫຍາຍສາຍພົວພັນດ້ານວິຊາການ ລະຫວ່າງສອງປະເທດ ທີ່ມີອຸດົມການຮ່ວມກັນຢ່າງຈະແຈ້ງ: ທັງສອງປະເທດລ້ວນແຕ່ມຸ່ງເນັ້ນການນຳພາຂອງພັກ ເພື່ອຮັບໃຊ້ປະຊາຊົນຢ່າງໜັກ   ແໜ້ນ. ການເຂົ້າຮ່ວມກອງປະຊຸມ ບໍ່ພຽງແຕ່ເປັນການແລກປ່ຽນທາງວິຊາການເທົ່ານັ້ນ, ແຕ່ຍັງເປັນການສ້າງຂົວຕໍ່ແຫ່ງມິດຕະພາບລະຫວ່າງນັກຄົ້ນຄວ້າຂອງສອງປະເທດ.

         ຜູ້ເຂົ້າຮ່ວມກອງປະຊຸມໄດ້ໃຫ້ຄວາມນັບຖື ແລະຊົມເຊີຍຕໍ່ການເຂົ້າຮ່ວມຂອງນັກວິທະຍາສາດ, ພະນັກງານຄູອາຈານ ແລະນັກສຶກສາ, ລວມທັງ ທ່ານ ປອ ຫຼ້າຍຊີ້ງລີ້ ນັກວິທະຍາສາດຈາກ ສປ ຈີນ, ເພື່ອພ້ອມກັນຄົ້ນຄວ້າທິດສະດີ ແລະພຶດຕິກຳທີ່ຊີວິດຊີວາ ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການບູລະນະແນວທາງ, ແຜນນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດ.

         ເນື້ອໃນສຳຄັນ ຂອງບົດວິທະຍາສາດ ໃນພາກການນໍາສະເໜີບົດວິທະຍາສາດ  ໄດ້ສຸມໃສ່ການຄົ້ນຄວ້າແນວຄິດ ຂອງປະທານ ໄກສອນ ພົມວິຫານ, ເຊິ່ງເປັນການຢືນຢັນເຖິງການສືບທອດມູນເຊື້ອແນວຄິດການນໍາພາ ຂອງພັກຕໍ່ພາລະກິດປ່ຽນແປງໃໝ່ດັ່ງນີ້:

         1.  ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກພັກ ໃນພາລະກິດປ່ຽນແປງໃໝ່. ຮັບຜິດຊອບຂຽນໂດຍ: ທ່ານ ປອ ພູທັກ ພິດທະນຸສອນ. ບົດນີ້ໄດ້ເນັ້ນເຖິງບົດບາດຂອງວຽກງານພັກໃນການເປັນແກນນໍາຂອງການປະຕິຮູບ ແລະການກໍ່ສ້າງປະເທດຊາດ.

         2.  ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດເສດຖະກິດ. ຮັບຜິດຊອບຂຽນໂດຍ: ທ່ານ ປອ ອິນທະວົງ ໂຄດປັນຍາ ຫົວໜ້າຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ. ບົດຄົ້ນຄວ້ານີ້ໄດ້ສ່ອງແສງໃຫ້ເຫັນທິດທາງການພັດທະນາເສດຖະກິດ ທີ່ຍຶດໝັ້ນຫຼັກການສັງຄົມນິຍົມ ຕາມທິດສະດີຂອງປະທານ ໄກສອນ ພົມວິຫານ.

         3. ຫົວຂໍ້: ພື້ນຖານແນວຄິດເໝົາເຈີຕຸງ ແລະ ທິດສະດີເຜິ້ງສຽວຜິງ, ຮັບຜິດຊອບຂຽນໂດຍ: ທ່ານ ປອ ຫຼ້າຍຊີ້ງລີ້.

         4. ຫົວຂໍ້: ການໝູນໃຊ້ທິດສະດີມາກ-ເລນິນ ເຂົ້າໃນສະພາບປະເທດຈີນ, ຮັບຜິດຊອບຂຽນໂດຍ: ທ່ານ ປອ ຫຼ້າຍຊີ້ງລີ້.

         ການສຳມະນາຄັ້ງນີ້ ເປັນຈຸດເລີ່ມຕົ້ນທີ່ດີສຳລັບການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດ ຢ່າງຕໍ່ເນື່ອງ ແລະ ການຮ່ວມພັດທະນາທາງຄວາມຄິດ ແລະທິດທາງການນຳຢ່າງຍືນຍົງ. ມັນແມ່ນການສ້າງບັນດາປະຖົມປັດໄຈທີ່ຄົບຖ້ວນເປັນພື້ນຖານໃຫ້ແກ່ການສ້າງລະບອບປະຊາທິປະໄຕທີ່ສົມບູນຍິ່ງຂຶ້ນ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກ   ແໜ້ນ.

         ທ່ານ ປທ ນ ບຸນມີ ຈຸນລະຈັກ ໄດ້ໂອ້ລົມໃນຕອນທ້າຍກອງປະຊຸມວ່າ: “ກອງປະຊຸມສຳມະນາວິທະຍາສາດໄດ້ປະສົບຜົນສຳເລັດຢ່າງຈົບງາມ. ຄວາມສໍາເລັດນີ້ ຈະເປັນການປະກອບສ່ວນອັນສໍາຄັນໃນການບູລະນະແນວທາງ, ແຜນນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດ ເພື່ອສືບຕໍ່ສ້າງບັນດາປະຖົມປັດໄຈທີ່ຄົບຖ້ວນເປັນພື້ນຖານໃຫ້ແກ່ການສ້າງລະບອບປະຊາທິປະໄຕທີ່ສົມບູນຍິ່ງຂຶ້ນ, ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ”. ສັງລວມແລ້ວ, ການສໍາມະນາຄັ້ງນີ້ ໄດ້ສ້າງຂົວຕໍ່ ແລະມິດຕະພາບ ລະຫວ່າງນັກຄົ້ນຄວ້າ ຂອງສອງປະເທດ ຢ່າງແທ້ຈິງ. ທ່ານໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ ທ່ານ ປອ ຫຼ້າຍຊີ້ງລີ້ ແລະຄະນະ ທີ່ໄດ້ສຸມສະຕິປັນຍາທຸ້ມເທເຫື່ອແຮງ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍຜົນສຳເລັດ. ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກຄົນ ສືບຕໍ່ນຳເອົາຜົນສຳເລັດ ແລະບົດຮຽນທີ່ໄດ້ຈາກການສຳມະນາຄັ້ງນີ້ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງຕົນ ເພື່ອປະຕິບັດໜ້າທີ່ໃຫ້ມີຜົນສຳເລັດສູງ.

ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ