ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຍົກລະດັບຄວາມຮູ້ພື້ນຖານວຽກງານຂ່າວສານ ໃຫ້ພະນັກງານ, ຄູ-ອາຈານ
ເພື່ອເປັນການສ້າງຄວາມຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງຕໍ່ຂະບວນການສ້າງໃບໜ້າໃໝ່ໃຫ້ແກ່ວຽກງານຂ່າວສານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດຝຶກອົບຮົມວຽກງານຂ່າວສານ ຫົວຂໍ້: “ເຕັກນິກການຂຽນຂ່າວ, ບັນນາທິການຂ່າວ ແລະການຖ່າຍຮູບພາບ” ໃນຕອນເຊົ້າ ຂອງວັນທີ 21 ຕຸລາ 2025; ການຝຶກອົບຮົມໄດ້ຈັດຂຶ້ນເປັນເວລາ 2 ວັນ ຄື: ໃນວັນທີ 21-22 ຕຸລາ 2025 ແລະໄດ້ມີພິທີປິດຝຶກອົບຮົມຄັ້ງນີ້ ໃນຕອນບ່າຍ ຂອງວັນທີ 22 ຕຸລາ…
ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ຖອດຖອນບົດຮຽນວຽກງານຫ້ອງມູນເຊື້ອ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ຄະນະນຳ ແລະພະນັກງານຈາກ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ນຳໂດຍ ທ່ານ ພັທ ພູທອງຊະນະ ໝັ້ນຈັນທິວົງ ຮອງຫົວໜ້າຫ້ອງການເມືອງ, ພ້ອມດ້ວຍຄະນະ ໄດ້ເດີນທາງພົບປະແລກປ່ຽນບົດຮຽນ ແລະຢ້ຽມຊົມຫໍສະໝຸດ, ຫ້ອງມູນເຊື້ອ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໃນວັນທີ 16 ຕຸລາ 2025 ເວລາ 13:30 ໂມງ, ການຕ້ອນຮັບຄະນະຜູ້ແທນ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ຝ່າຍສະຖາບັນການເມືອງ ແລະ…
ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ການຄົ້ນຄວ້າແນວຄິດການນຳ ບົດຮຽນ ຂອງ ສປປ ລາວ ແລະ ສປ ຈີນ”
ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາວິທະຍາສາດລະດັບສູງ ຮ່ວມກັບນັກວິທະຍາສາດ ຈາກ ສປ ຈີນ, ພາຍໃຕ້ຫົວຂໍ້: “ການຄົ້ນຄວ້າແນວຄິດການນຳ ບົດຮຽນ ຂອງ ສປປ ລາວ ແລະ ສປ ຈີນ” ໃນວັນທີ 16 ຕຸລາ 2025 ທີ່ຜ່ານມາ. ພິທີໄດ້ໄຂຂຶ້ນຢ່າງເປັນທາງການ ຕິດພັນກັບອຸດົມການວຽກງານການເມືອງທີ່ສໍາຄັນ, ກອງປະຊຸມສຳມະນາຄັ້ງປະຫວັດສາດນີ້ ໄດ້ຈັດຂຶ້ນໂດຍສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ເພື່ອສ້າງຂະບວນການຄົ້ນຄວ້າວິທະຍາສາດຂ່ຳນັບຮັບຕ້ອນວັນສະຖາປະນາ ສປປ…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປິດຊຸດຝຶກອົບຮົມຄູການເມືອງ ແລະ ການປົກຄອງ ຮຸ່ນທີ II
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປິດຊຸດຝຶກອົບຮົມຄູການ ເມືອງ ແລະ ການປົກຄອງ ຫຼັກສູດ 3 ເດືອນ ຮຸ່ນທີ II. ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າທີ 17 ຕຸລາ 2025, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະໂອ້ລົມ ໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.…

