ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນຈາກ ວິທະຍາໄລການປົກຄອງທ້ອງຖິ່ນ ມະຫາວິທະຍາໄລຂອນແກ່ນ ເພື່ອສືບຕໍ່ຮັດແໜ້ນການຮ່ວມມື ທາງດ້ານວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມສະພາວິທະຍາສາດ ວິສາມັນ ຄັ້ງທີ 2 ປະຈຳປີ 2025 ສະຖາບັນການເມືອ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ 25 ພະຈິກ ພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VI ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ

ເມືອງແປກແຂວງຊຽງຂວາງເປີດຊຸດຮຽນ ທິດສະດີການເມືອງ ແລະການປົກຄອງ ລະບົບກໍ່ສ້າງຊັ້ນຕົ້ນ ຮຸ່ນທີີ VI

ໃນວັນທີ 12 ສິງຫາ 2020 ຢູ່ທີ່ຫ້ອງວ່າການປົກຄອງເມືອງແປກ ແຂວງຊຽງຂວາງ ຈັດພິທີເປີດຊຸດຮຽນຊຸດຮຽນລະບົບຊັ້ນຕົ້ນຂຶ້ນ ພາຍໃຕ້ການເປັນປະທານຮວ່ມ ຂອງທ່ານ ປທ ນ. ບົວສີ ນາຖາວົງ ກຳ ມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີທ່ານ ກົງທະນູ ອຸ່ນສະຫວັນ ເລຂາພັກເມືອງ ເຈົ້໊າເມືອງແປກ, ບັນດາຜູ້ຕາງໜ້າຈາກບັນດາຫ້ອງການ ແລະທ່ານຄູ-ອາ ຈານ, ນັກສຶກສາເຂົ້່າຮ່ວມທັງໜົດ 66 ສະຫາຍ, ຍິງ 13…

ໂຮງຮຽນການເມືອງ ແລະການປົກຄອງແຂວງຈໍາປາສັກ ປິດຊຸດຮຽນ ສົກປີ 2019-2020 ແລະເປີດສົກຮຽນປີ 2020-2021

ໃນຕອນເຊົ້າຂອງວັນທີ 12 ​ສິງຫາ​ 2020 ຢູ່ທີ່ໂຮງຮຽນການເມືອງ ແລະ​ການປົກຄອງແຂວງຈຳປາສັກ ໄດ້ຈັດພິທີປິດສົກຮຽນປີ ​2019 -​2020 ແລະເປີດສົກຮຽນປີ 2020-2021​ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈຳປາສັກ,​ ມີຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຈຳປາສັກພ້ອມຄະນະ,​ ມີຄະນະຈັດຕັ້ງແຂວງ,​ ພະແນກການອ້ອມຂ້າງແຂວງ, ​ບັນດາຄູ,​ ອາຈານ ແລະນັກສຶກສາເຂົ້າຮ່ວມ. ໃນພິທີ ທ່ານ​ ບົວທອງ ສຸວັນນະສານ ຫົວໜ້າໂຮງຮຽນການເມືອງ ແລະ​ການ​ປົກຄອງ​ແຂວງ​ຈຳ​ປາ​ສັກ​ ໄດ້ສະຫຼຸບຕີລາຄືນກ່ຽວກັບການຈັດການຮຽນ-ການສອນໃນໄລຍະ ​1…

ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 65 ປີ

ເພື່ອທົບທວນຫວນຄືນມູນເຊື້ອປະຫວັດສາດການກໍາເນີດສະຫະພັນແມ່ຍິງລາວ ກໍຄືແມ່ຍິງລາວບັນດາເຜົ່າທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງ ຕະຫຼອດໄລຍະເວລາ 65ປີ (ວັນທີ 20 ກໍລະກົດ 1955-20 ກໍລະກົດ 2020), ສະຫະພັນແມ່ຍິງ ສມປຊ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງຂຶ້ນທີ່ສະໂມສອນໃຫຍ່ ສມປຊ, ໃນວັນທີ 6 ສິງຫາ 2020 ໂດຍການເປັນປະທານຂອງ ທ່ານ ປທ ນ. ບຸນມີ ຈຸນລະຈັກ…

ໂຮງຮຽນການເມືອງ ແລະການປົກຄອງແຂວງຈຳປາສັກ ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສົມບູນ ພ້ອມທັງມອບບັດສະມາຊິກພັກສົມບູນ

ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈໍາປາສັກ ຈັດພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ພ້ອມທັງມອບບັດສະມາຊິກພັກໃຫ້ສະມາຊິກພັກພາຍໃນໜ່ວຍພັກ. ພິທີໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 6 ສິງຫາ 2020 ນີ້, ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ໂດຍການເປັນປະທານຂອງສະຫາຍ ໜູຈັນ ຈັນທະພົງ ຄະນະປະຈໍາພັກແຂວງ, ປະທານກວດກາພັກແຂວງ, ມີ ສະຫາຍ ບົວທອງ ສຸວັນນະສານ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ,ມີຜູ້ຕາງໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍໃນຄະນະພັກ, ແຂກເຊື້ອເຊີນ, ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ. ໂອກາດນີ້ສະຫາຍຜູ້ຕາງໜ້າຄະນະຈັດຕັ້ງແຂວງ…

ຂ່າວອື່ນໆ