ການ​ຮ່ວມ​ມື​ລະ​ຫວ່າງ ລັດ​ຖະ​ບານ​ລາວ ກັບ ລັດ​ຖະ​ບານ​ອົດ​ສະ​ຕາ​ລີ ແມ່ນ​ມີສາຍ​ພົວ​ພັນ ແລະການຮ່ວມມືອັນດີງາມ​ມາ​ແຕ່​ຍາວ​ນານ, ເປັນ​ການ​ພົວ​ພັນ​ທີ່ຕ່າງ​ຝ່າຍ​ຕ່າງ​ໄດ້​ຜົນ​ປະ​ໂຫຍດ, ບໍ່​ກ້າວ​ກາຍ​ກິດ​ຈະ​ການ​ພາຍ​ໃນ​ເຊິ່ງ​ກັນ ແລະກັນ ເຊິ່ງ​ສະ​ແດງ​​ອອກ​ໃນ​ໄລ​ຍະ​ຜ່ານ​ມາ ລັດ​ຖະ​ບານ​ອົດ​ສະ​ຕ​າ​ລີ ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທາງ​ດ້ານ​ການ​ສຶກ​ສາ ແລະການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ວຽກ​ງານ​ສິດ​ທິ​ມະ​ນຸດ ຢ່າງ​ມະ​ຫາ​ສານ​ແກ່​ລັດ​ຖະ​ບານ​ ສ​ປ​ປ ລາວ ເວົ້າ​ລວມ, ​ເວົ້າ​ສະ​ເພາະ ກໍຄືສະ​ຖາ​ບັນ​ການ​ເມືອງ ແລະການ​ປົກ​ຄອງ​ແຫ່ງ​ຊາດ ແມ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ລັດ​ຖະ​ບານ​ອົດ​ສະ​ຕ​າ​ລີ ໃນ​ການ​ສ້າງ ແລະພັດ​ທະ​ນາ​ບຸກ​ຄະ​ລາ​ກອນ​ຄູ, ຝຶກ​ອົບ​ຮົມ​ດ້ານວິ​ຊາ​ການ, ປື້ມ​ຄູ່​ມື, ຊ່ຽວ​ຊານ, ການ​ຝຶກ​ອົບ​ຮົມ​ວຽກ​ງານ​ສິດ​ທິ​ມະ​ນຸດ, ວຽກ​ງານ​ບຸກ​ຄະ​ລາ​ກອນ ແລະການ​ແລກ​ປ່ຽນ​ບົດ​ຮຽນໃນ​ດ້ານ​ອື່ນໆ.

ສະນັ້ນ, ເພື່ອເປັນການແລກປ່ຽນ ແລະປຶກສາຫາລື ເພື່ອເກັບກຳຂໍ້ມູນການຈັດຕັ້ງປະຕິບັດ ຂອງໂຄງການສະຖາບັນລາວ-ອົດສະຕາລີ ໄລຍະ IV ທີ່ ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ ທີ່ໄດ້ຮັບການຊ່ວຍເຫຼືອຈາດລັດຖະບານອົດສະຕາລີ ໃນໄລຍະຜ່ານມາຈຶ່ງໄດ້ຈັດກອງປະຊຸມ ຂຶ້ນທີ່ຫ້ອງປະຊຸມ ຕຶກຫ້ອງການ ໃນວັນທີ 23 ກັນຍາ 2025 ໂດຍການເປັນປະທານ (ຝ່າຍລາວ) ຂອງທ່ານ ປອ ນ. ໄກສອນ ຈັນສີນາ ຄະນະບໍລິຫານງານພັກ, ຫົວໜ້າຫ້ອງການ ສມປຊ ພ້ອມດ້ວຍຄະນະ ແລະ ທ່ານ ນ. ເຄດ ກຸດຟຼຸດ ເລ​ຂາສອງ ສະ​ຖານ​ທູດ​ອົດ​ສະ​ຕ​າລີ ພ້ອມດ້ວຍຄະນະ.

ທ່ານ ປອ ນ. ໄກສອນ ຈັນສີນາ ໄດ້ລາຍງານຜົນສຳເລັດ ຂອງການຮ່ວມມືທີ່ຜ່ານມາ ລະຫວ່າງ ສມປຊ ແລະສະຖານທູດ ອົດ​ສະ​ຕ​າ​ລີ ປະ​ຈຳ​ ສ​ປ​ປ ລາວ ເປັນຕົ້ນ: ໄດ້ຕ້ອ​ນ​ຮັບ​ຄະ​ນະ ຈາກ​ສະ​ຖາ​ບັນ​ລາວ-ອົດ​ສະ​ຕ​າ​ລີ, ຕ້ອນຮັບ​ຄະ​ນະ​ຈາກ​ສະ​ຖານ​ທູດ​ອົດ​ສະ​ຕ​າ​ລີ ປະ​ຈຳ ສ​ປ​ປ ລາວ ມາ​ເຂົ້າ​ຮ່ວມ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ໂຄງ​ການ​ຄວາມ​ຮູ້​ທາງ​ດ້ານ​ສິດ​ທິ​ມະ​ນຸດ ໄລ​ຍະ 3, ນອກນັ້ນ, ໄດ້ສຳເລັດຈັດ​ກອງ​ປະ​ຊຸມ​ອອນ​ລາຍ ຮ່ວມ​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອົດ​ສະ​ຕ​ຣາ​ລີ ປະ​ຈຳ​ລາວ ແລະຄະ​ນະ​ຊ່ຽວ​ຊານ​ອອກ​ແບບ​ໂຄງ​ການ​ສະ​ຖາ​ບັນ ລາວ-ອົດ​ສະ​ຕ​າ​ລີ, ສຳເລັດການ​ສົ່ງ​ພະ​ນັກ​ງານ​ເຂົ້າ​ຮ່ວມ​ຝຶກ​ອົບຮົມ​ຫົວ​ຂໍ້​ຕ່າງໆ ເປັນ​ຕົ້ນ: ພາ​ວະ​ຄວາມ​ເປັນ​ຜູ້​ນຳ ແລະວຽກ​ງານ​ບໍ​ລິ​ຫານ​ລັດ, ວຽກ​ງານ​ພັດ​ທະ​ນ​າ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ການ​ນຳ​ພາ​ທີ່ມີ​ປະ​ສິດ​ທິ​ພາບ, ການ​ວິ​ເຄາະ​ຍຸດ​ທະ​ສາດ, ບົດ​ບາດ​ຍິງ-ຊາຍ ທີ່​ສະ​ຖານ​ທູດ​ອົດ​ສະ​ຕ​າ​ລີຈັດ​ຂຶ້ນ ໂດຍ​ຜ່ານ​ກະ​ຊວງ​ສຶ​ກ​ສາ​ທິ​ການ ແລະ ກິ​ລາ​ ໄດ້ 14 ຄັ້ງ 87 ເທື່ອ​ຄົນ; ຂັ້ນ​ກົມ ຈຳ​ນວນ 02 ເທື່ອ​ຄົນ; ເຂົ້າ​ຮ່ວມ​ຝຶກ​ອົບ​ຮົມ​ພາ​ສາ​ອັງ​ກິດ Module 1 ແລະ Module 2 ໄດ້ 15 ເທື່ອ​ຄົນ; ເຂົ້າ​ຮ່ວມຫົວ​ຂໍ້​ຕ່າງໆ ຂອງ LAI ຈັດ​ຂຶ້ນ​ ໄດ້ 23 ຄັ້ງ 84 ເທື່ອ​ຄົນ; ພ້ອມກັນນັ້ນ, ໄດ້ຜ່ານທິດທາງການຮ່ວມມືໃນ​ຕໍ່​ໜ້າໃນການຮ່ວມມືໄລຍະ IV. ຫຼັງຈາກໄດ້ຮັບຟັງການລາຍງານ, ໄດ້ຖືວາລະໂອກາດແລກປ່ຽນບົດຮຽນປະສົບການ ແລະຂໍ້ສະເໜີ ຄື:

1). ໃຫ້​ສະ​ຖານ​ທູດ​ອົດ​ສະ​ຕາ​ລີ ຈັດ​ສັນ​ທຶນ​ຝຶກ​ອົບ​ຮົມ​ໄລ​ຍະ​ສັ້້ນ, ໄລ​ຍະ​ກາງ ແລະໄລ​ຍະ​ຍາວ ໃຫ້​ແກ່​ຄູ​-ອາ​ຈານ ແລະພະ​ນັກ​ງານ​ວິ​ຊ​າ​ການ ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ພົວ​ພັນ​ສາ​ກົນຕື່ມ ເພື່ອເປັນການຍົກລະດັບ​ພາ​ສາ​ອັງ​ກິດ​ ຂອງ​ ຄູ​-ອາ​ຈານ ແລະວິ​ຊາ​ການ​ທີ່​ກ່ຽວ​ຂ້ອງ ຢູ່ ສ​ມ​ປ​ຊ ຍັງ​ບໍ່​ຜ່ານ​ລະ​ດັບ IELTS 5.

2).ສະ​ເໜີ​ໃຫ້​ສະ​ຖານ​ທູດ​ອົດ​ສະ​ຕາ​ລີ ຊ່ວຍ​ສົ່ງ​ຊ່ຽວ​ຊານ ມາ​ຝຶກ​ອົບ​ຮົມ​ໃຫ້​ຄູ-​ອາ​ຈານ ແລະວິ​ຊາ​ການ​ທີ່​ກ່ຽວ​​ຂ້ອງ ຢ່າງ​ເປັນປົກກະຕິ.

3. ສະ​ເໜີ​ໃຫ້​ສະ​ຖານ​ທູດ​ອົດ​ຕ​າ​ລີ ຊ່ວຍກະຕຸກຊຸກຍູ້ ແລະຕິດ​ຕາມ​ໂຄງ​ການ​ປັບ​ປຸງ​ລະ​ບົບ​ໄຟ​ເວ​ທີ-ເຄື່ອງ​ສຽງຢູ່​ສະ​ໂມ​ສອນໃຫຍ່ ຂອງ ສມ​ປ​ຊ.

ຂ່າວ/ພາບ:  ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ