ຕອນເຊົ້າຂອງວັນທີ 14 ກໍລະກົດ 2020, ເວລາ 9:00 ໂມງ ທີ່ໂຮງຮຽນການເມືອງ ແລະການປົກຄອງ ແຂວງວຽງຈັນ ໄດ້ຈັດພິທີໄຂຊຸດຮຽນທິດສະດີການເມືອງ ແລະການປົກຄອງຊັ້ນກາງ ຊຸດທີ XIV ຂຶ້ນຢ່າງ ເປັນທາງການ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ, ມີທ່ານ ຮສ ສະໝຸດທອງ ສົມພານິດ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ທ່ານ ສົມຄິດ ອິນທະວົງ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ ແຂວງວຽງຈັນ ພ້ອມດ້ວຍຄະນະພັກ, ຄະນະອໍານວຍການ, ພະນັກງານ-ຄູອາຈານ, ແຂກຖືກເຊີນ ແລະນັກສຶກສາທິດສະດີການເມືອງ ແລະການປົກຄອງຊັ້ນກາງ ຮຸ່ນທີ XIII ແລະXIV ເຂົ້າຮ່ວມຢ່າງພ້ອມພຽງ.
ຊຸດຮຽນທິດສະດີການເມືອງ ແລະການປົກຄອງ ຊຸດທີ XIV ມີຜູ້ເຂົ້າມາຮຽນຈໍານວນທັງໝົດ 60 ສະຫາຍ, ຍິງ 18 ສະຫາຍ ເຊິ່ງແມ່ນສະມາຊິກພັກປະຊາຊົນປະຕິວັດລາວທັງໝົດ ໃນນັ້ນ: ມາຈາກ ພະແນກການ-ອົງການຂອງແຂວງ ຈໍານວນ 22 ສະຫາຍ, ຍິງ 9 ສະຫາຍ, ບັນດາເມືອງ 29 ສະຫາຍ, ຍິງ 7 ສະຫາຍ, ກໍາລັງປະກອບອາວຸດ 7 ສະຫາຍ, ຍິງ 1 ສະຫາຍ, ອົງການຕຸລາການ 2 ສະຫາຍ, ຍິງ 1 ສະຫາຍ. ເປັນກໍາມະການພັກເມືອງ 1 ສະຫາຍ, ຍິງ 0 ສະຫາຍ, ເປັນເລຂາໜ່ວຍພັກ 5 ສະຫາຍ, ຍິງ 0 ສະຫາຍ, ຮອງເລຂາໜ່ວຍພັກ 5 ສະຫາຍ, ຍິງ 2 ສະຫາຍ, ຄະນະໜ່ວຍພັກ 2 ສະຫາຍ, ຍິງ 1 ສະຫາຍ, ຄະນະກວກກາໜ່ວຍພັກ 6 ສະຫາຍ, ຍິງ 1 ສະຫາຍ ແລະສະມາຊິກພັກສົມບູນຈໍານວນ 40 ສະຫາຍ, ຍິງ 14 ສະຫາຍ. ໃນພິທີທ່ານຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງວຽງຈັນໄດ້ຂຶ້ນຜ່ານແຜນການຮຽນ-ການສອນ ເຊິ່ງໃນແຜນການດັ່ງກ່າວໄດ້ຍົກໃຫ້ເຫັນໂຄງສ້າງຫຼັກສູດການຮຽນ-ການສອນທິດສະດີການເມືອງ ແລະ ການປົກຄອງຊັ້ນກາງທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດວາງອອກ. ໃນນັ້ນ, ປະກອບມີທັງ ໝົດ 80 ໜ່ວຍກິດ, ມີຊົ່ວໂມງຮຽນທັງໝົດ 1.280 ຊົ່ວໂມງ ນັບທັງຊົ່ວໂມງຂຶ້ນຫ້ອງບັນຍາຍ, ກຽມສໍາມະນາ, ສໍາມະນາ, ຄົ້ນຄວ້າ, ສອບເສັງຂຽນ ແລະສອບເສັງປາກເປົ່າລະດັບ ສມປຊ, ມີວິຊາຮຽນທັງໝົດ 28 ວິຊາ ແລະຂຽນບົດປ້ອງກັນຈົບຊັ້ນ.

ໃນຕອນທ້າຍຂອງພິທີ ຍັງໄດ້ຟັງການໂອ້ລົມຈາກທ່ານປະທານ ເຊິ່ງທ່ານໄດ້ເນັ້ນໜັກວ່າ: ການຮຽນ ທິດສະດີການເມືອງ ແລະການປົກຄອງແມ່ນມີຄວາມໝາຍ ແລະຄວາມສໍາຄັນຫຼາຍສໍາລັບພະນັກງານສະມາຊິກພັກ, ພະນັກງານນໍາພາ ແລະຄຸ້ມຄອງ ເພື່ອສືບທອດພາລະກິດປະຕິວັດຂອງພັກເຮົາ ເພາະວ່າພະນັກງານ ແມ່ນຜູ້ຕັດ ສິນຜົນໄດ້-ຜົນເສຍຂອງການຈັດຕັ້ງປະຕິບັດແນວທາງ. ດັ່ງຄໍາເວົ້າຂອງທ່ານ ເລນິນ ທີ່ວ່າ: “ບໍ່ມີທິດສະດີປະຕິວັດ ບໍ່ມີຂະບວນການປະຕິວັດ” ແລະຍັງເປັນການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງສິນທໍາປະຕິວັດຂອງພະນັກງານ ສະມາຊິກພັກໃຫ້ໜັກແໜ້ນ ທັງຮຽນຮູ້ແນວທາງຂອງພັກ, ແຜນນະໂຍບາຍຂອງລັດໃນແຕ່ລະໄລຍະ ເພື່ອນໍາເອົາ ໄປໝູນໃຊ້ເຂົ້າໃນພຶດຕິກໍາຕົວຈິງຢູ່ກົມກອງ, ທ້ອງຖິ່ນຂອງຕົນ. ຖ້າພະນັກງານສະມາຊິກພັກບໍ່ຮູ້ທິດສະດີການ ເມືອງ-ການປົກຄອງ, ກໍາແນວທາງບໍ່ແໜ້ນ ຈະນໍາພາປະຊາຊົນແນວໃດ, ຈະໄປສຶກສາອົບຮົມແນວຄິດ ປູກຈິດ ສໍານຶກໃຫ້ປະຊາຊົນແນວໃດ. ພວກສະຫາຍແມ່ນສະມາຊິກພັກຕ້ອງກໍາແໜ້ນໜ້າທີ່ຂອງສະມາຊິກພັກ, ສະມາຊິກ ພັກຕ້ອງເປັນແບບຢ່າງ ເປັນຜູ້ນໍາພາ. ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງຄູ-ອາຈານ, ບັນດາສະຫາຍທີ່ມາ ຮຽນໃນ ຊຸດນີ້ຕ້ອງມີຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ມີຄວາມສາມັກຄີຮັກແພງ, ຊ່ວຍເຫຼືອ ເຊິ່ງກັນ ແລະກັນ, ພ້ອມກັນເຮັດສໍາເລັດໜ້າທີ່ທີ່ພັກລັດມອບໝາຍໃຫ້.

ຂ່າວ/ພາບ: ສະຫວ່າງ ຊາມຸນຕີ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ