ໃນຕອນເຊົ້າ ຂອງວັນທີ 12 ທັນວາ 2025 ເວລາ 06:00 ໂມງ, ທີ່ສະຖາບັນການເມືອ ແລະ ການປົກຄອງ ແຫ່ງຊາດ ໄດ້ຈັດສະເຫຼີມສະຫຼອງວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ 25 ພະຈິກ, ເຊິ່ງເປັນການເຄື່ອນໄຫວຕາມແນວທາງນະໂຍບາຍ ຂອງພັກ ແລະ ລັດ ທີ່ໃຫ້ຄວາມສຳຄັນຕໍ່ການສົ່ງເສີມຄວາມສະເໝີພາບ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ.

ພິທີຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມ ຂອງ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ). ພ້ອມດຽວກັນ, ທ່ານ ປອ ສາຍຄຳ ມູນມະນີວົງ ຄະນະບໍລິຫານງານພັກ, ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ, ຍັງໄດ້ໃຫ້ກຽດຂຶ້ນກ່າວປະຫວັດຄວາມເປັນມາຂອງວຽກງານດັ່ງກ່າວ. ໃນພິທີຄັ້ງນີ້ ມີຜູ້ເຂົ້າຮ່ວມກອງປະຊຸມປະກອບດ້ວຍພະນັກງານ, ຄູ-ອາຈານ, ແລະນັກສຶກສາ ທົ່ວ ສມປຊ ເຊິ່ງເປັນກຳລັງແຮງສຳຄັນໃນການຮ່ວມກິດຈະກຳດ້ວຍການຍ່າງ ເພືື່ອສຸຂະພາບໃນ ຂອບເຂດພາຍໃນ ສມປຊ.





ຈຸດປະສົງຫຼັກ ຂອງການຈັດພິທີຄັ້ງນີ້ ແມ່ນເພື່ອປຸກລະດົມຈິດສຳນຶກ ແລະເຜີຍແຜ່ຍຸດທະສາດໄລຍະຍາວໃນການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງ, ໂດຍສະເພາະແມ່ນ ການໃຫ້ບູລິມະສິດແກ່ກຸ່ມແມ່ຍິງ ແລະເດັກຍິງ ທີ່ດ້ອຍໂອກາດ. ການແກ້ໄຂບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງ ຖືເປັນວຽກງານທີ່ສາມາດປ້ອງກັນໄດ້ ຜ່ານການເຊື່ອມໂຍງຍຸດທະສາດການ ສົ່ງເສີມພາວະການເປັນຜູ້ນໍາ ແລະຄວາມກ້າຫານຂອງແມ່ຍິງຢ່າງເຕັມສ່ວນ ເຂົ້າໃນການຕັດສິນບັນຫາ ແລະການມີສ່ວນຮ່ວມໃນການສ້າງນະໂຍບາຍທຸກຂັ້ນ. ນີ້ແມ່ນຄວາມສອດຄ່ອງກັບແນວທາງການເມືອງທີ່ເນັ້ນໃສ່ການສ້າງແຮງບັນດານໃຈໃຫ້ທຸກພາກສ່ວນໃນສັງຄົມຄົ້ນຄິດວິທີການຈັດຕັ້ງປະຕິບັດການປ້ອງກັນ ແລະລຶບລ້າງຄວາມຮຸນແຮງໃຫ້ເປັນຮູບປະທຳ. ໃນໂອກາດດຽວກັນນີ້, ຜູ້ເຂົ້າຮ່ວມໃນພິທີ ໄດ້ຍ່າງໃນ ຂອບເຂດທາງຍ່າງພາຍໃນ ສມປຊ ໃນໄລຍະ 2 ກິໂລແມັດ ດ້ວຍບັນຍາກາດ ຂອງຜູ້ເຂົ້າຮ່ວມຂະບວນການ ຍ່າງ ປະມານ 200 ກວ່າທ່ານ.
ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
