ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ ກ່ຽວກັບການພັດທະນາຊັບພະຍາກອນມະນຸດ ໃນຍຸກເຊື່ອມໂຍງ ເວົ້າລວມ, ເວົ້າສະເພາະ ແມ່ນການພັດທະນາ, ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານຄຸ້ມຄອງ, ນໍາພາຂອງພັກ-ລັດໃນແຕ່ລະຂົງເຂດນັ້ນ ແມ່ນຄວາມຈໍາເປັນພາວະວິໄສ ເປັນຕົ້ນແມ່ນຄວາມຮູ້ດ້ານພາສາຕ່າງປະເທດ ເພື່ອຕິດຕໍ່ປະສານງານພົວພັນ ແລກປ່ຽນບົດຮຽນກັບບັນດາປະເທດເພື່ອນມິດສາກົນ ເວົ້າລວມ, ເວົ້າສະເພາະ ແມ່ນບັນດາປະເທດເພື່ອນມິດຍຸດທະຍາດສັງຄົມນິຍົມອ້າຍນ້ອງ ໃນນັ້ນ ພາສາຈີນແມ່ນພາສາໜຶ່ງທີ່ມີຄວາມສໍາຄັນ ແລະມີຄວາມຈໍາເປັນສໍາລັບພະນັກງານຂອງພວກເຮົາ ເພື່ອໃຫ້ພະນັກງານຂອງພວກເຮົາສື່ສານແລກປ່ຽນບົດຮຽນ ແລະການຄົ້ນຄວ້າວິທະຍາສາດໃນຂົງເຂດຕ່າງໆທີ່ເປັນພາສາຈີນ ເພື່ອຖອດຖອນເອົາບົດຮຽນທີ່ກ້າວໜ້າ ແລະມີຜົນສໍາເລັດອັນໃຫຍ່ຫຼວງ ຂອງ ສປ ຈີນ ມາໝູນໃຊ້ໃຫ້ແທດເໝາະກັບ ສປປ ລາວຂອງພວກເຮົາ.

ດັ່ງນັ້ນ, ມາໃນວັນທີ 25 ກັນຍາ 2020 ທີ່ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຈຶ່ງໄດ້ຈັດພິທີເປີດປ້າຍຫ້ອງຮຽນຂົງຈືຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດການເປັນປະທານຂອງ ທ່ານ ປອ ນາງ ໄກສອນ ຈັນສີນາ, ກຳມະການຄະນະບໍລິຫານງານພັກ ສມປຊ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ທ່ານ ຮສ ນ. ຫຼີຊຽວ ຫົວໜ້າອໍານວຍການສະຖາບັນຂົງຈື ຝ່າຍຈີນ, ທ່ານ ຄໍາຮຸ່ງ ຈັນທະວົງ ຮັກສາການຫົວໜ້າອໍານວຍການສະຖາບັນຂົງຈືຝ່າຍລາວ, ນອກນັ້ນ, ຍັງມີຜູ້ຕາງໜ້າເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ມີບັນດາຜູ້ຕາງໜ້າໜ່ວຍງານຂັ້ນກົມ ພາຍໃນ ສມປຊ, ບັນດາຄູ-ອາຈານທີ່ສິດສອນພາສາຕ່າງປະເທດ, ນັກສຶກສາຫ້ອງຮຽນພາສາຈີນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ບັນດາຄູ-ອາຈານຈາກສະຖາບັນຂົງຈື ແລະ ຜູ້ຕາງໜ້າຫ້ອງຮຽນຂົງຈື ຈາກໂຮງຮຽນຕ່າງໆເຂົ້າຮ່ວມກັນຢ່າງພ້ອມພຽງ

            ພິທີດັ່ງກ່າວ, ທ່ານ ຮສ ນ ຫຼີຊຽວ ຝ່າຍຈີນ ໄດ້ຂຶ້ນກ່າວມອບຫ້ອງຮຽນຂົງຈື ເຊິ່ງທາງສະຖາບັນຂົງຈື ໄດ້ປະກອບວັດຖຸອຸປະກອນຮັບໃຊ້ການຮຽນ-ການສອນຄົບຊຸດ ແລະສະໜອງທາງດ້ານວິຊາການ ໃຫ້ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດເປັນຜູ້ບໍລິຫານ, ຄຸ້ມຄອງ ແລະນໍາໃຊ້ເຂົ້າໃນການຮຽນ-ການສອນໃຫ້ບັນລຸຜົນຕາມວັດຖຸປະສົງຂອງ ສມປຊ ກໍານົດໄວ້. ຈາກນັ້ນ, ທ່ານ ປທ ຄົມວິກິດ ສິມມະລີວົງ ຮອງຫົວໜ້າຫ້ອງການ ສມປຊ ຫົວໜ້າຄະນະຮັບຜິດຊອບຄຸ້ມຄອງ ແລະບໍລິຫານຫ້ອງຮຽນພາສາຈີນ(ຂົງຈື) ສມປຊ ໄດ້ຂຶ້ນກ່າວຮັບ ພ້ອມທັງກ່າວຂອບໃຈ ຕໍ່ສະຖາບັນຂົງຈື ທີ່ໄດ້ຊ່ວຍເຫຼືອທາງດ້ານວິຊາການ ແລະວັດຖຸອຸປະກອນໃນການຮຽນ-ການສອນພາສາຕ່າງປະເທດ (ພາສາຈີນ) ຢູ່ ສມປຊ.

            ເພື່ອເປັນການໃຫ້ທິດຊີ້ນຳ ແລະ ການຈັດຕັ້ງການຮຽນ-ການສອນໃຫ້ດຳເນີນໄປຕາມຈຸດປະສົງ ແລະ ເປົ້າໝາຍນັ້ນ ທ່ານ ປອ ນ. ໄກສອນ ຈັນສີນາ ໄດ້ສະແດງຄວາມຍິນດີ ແລະຍ້ອງຍໍຊົມເຊີຍ ທີ່ ສມປຊ ໄດ້ເປີດຫ້ອງຮຽນພາສາຕ່າງປະເທດ (ພາສາຈີນ) ເພື່ອພັດທະນາ ແລະຍົກລະດັບຄວາມຮູ້ທາງດ້ານພາສາຕ່າງປະເທດໃຫ້ແກ່ຄູ-ອາຈານ ແລະນັກສຶກສາຢູ່ພາຍໃນ ສມປຊ ເຊິ່ງຈະຕອບສະໜອງໄດ້ຄວາມຮຽກຮ້ອງຕາມການທີ່ຈໍາເປັນໃນການສື່ສານ, ແລກປ່ຽນບົດຮຽນທາງດ້ານການຄົ້ນຄວ້າວິທະຍາສາດການເມືອງ ແລະການປົກຄອງ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ມີຄວາມເລິກເຊິ່ງແໜ້ນແຟ້ນຍິ່ງຂືຶ້ນ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ