ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວ ພວມສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີຮັບຊົມຮູບເງົາສາລະຄະດີລະດັບ 8K ເລື່ອງທຳອິດຂອງຈີນ ທີ່ມີຊື່ວ່າ: “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ”. ກິດຈະກຳດັ່ງກ່າວ ໄດ້ຮັບການສະໜັບສະໜູນ ແລະຈັດຕັ້ງໂດຍ ວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳລາວ, ເນື່ອງໃນໂອກາດສະເຫຼີມສະຫຼອງການອອກອາກາດພາກພາສາລາວ ຂອງ CMG ຄົບຮອບ 69 ປີ.

         ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວ ມີ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ຕາງໜ້າຄະນະນຳສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ແລະ ທ່ານ ນາງ ແສງແກ້ວ (ໂມ້ສຽວຫຼິງ), ຫົວໜ້າວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳລາວ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຄົ້ນຄວ້າ ແລະ ນັກສຶກສາ ຂອງ ສມປຊ ເຂົ້າຮ່ວມຢ່າງຫຼວງຫຼາຍ.

         ໃນການກ່າວຄຳເຫັນທີ່ເຕັມໄປດ້ວຍຄວາມໝາຍເລິກເຊິ່ງ, ທ່ານ ນາງ ແສງແກ້ວ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງສະຖານທີ່ຈັດງານ. ທ່ານລະບຸວ່າ ສມປຊ ບໍ່ພຽງແຕ່ເປັນສະຖານທີ່ສຶກສາ, ແຕ່ແມ່ນ “ບ່ອນກຳເນີດ ຂອງພະນັກງານການນຳພັກ-ລັດລະດັບສູງ ຂອງ ສປປ ລາວ” ແລະເປັນສູນກາງໃນການຄົ້ນຄວ້າຍຸດທະສາດການພັດທະນາຊາດ. ການນຳເອົາຮູບເງົາ “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ມາສາຍຢູ່ນີ້ ຈຶ່ງມີຄວາມໝາຍທາງການເມືອງຢ່າງຍິ່ງ ເພາະຮູບເງົານີ້ບໍ່ໄດ້ເປັນພຽງການສະແດງເຕັກໂນໂລຊີ 8K ເທົ່ານັ້ນ, ແຕ່ເປັນການສື່ສານ “ທັດສະນະທົ່ວໂລກ” ທີ່ກ້າວຂ້າມຂອບເຂດແດນແຫ່ງຊາດ.

         ທ່ານ ນາງ ແສງແກ້ວ ໄດ້ກ່າວເນັ້ນໜັກວ່າ: ເມື່ອເບິ່ງຈາກອະວະກາດ, ເສັ້ນແບ່ງເຂດແດນ, ພູຜາ ແລະແມ່ນ້ຳ ແມ່ນບໍ່ສາມາດໄຈ້ແຍກໄດ້, ໜ່ວຍໂລກປຽບເໝືອນ “ໝາກບານດຽວທີ່ບໍ່ສາມາດແບ່ງແຍກ”. ທັດສະນະດັ່ງກ່າວ ສອດຄ່ອງຢ່າງເລິກເຊິ່ງ ກັບແນວທາງການຕ່າງປະເທດ ແລະການພົວພັນສາກົນໃນຍຸກໃໝ່ ທີ່ຮຽກຮ້ອງໃຫ້ມີການປົກຄອງທົ່ວໂລກແບບ “ປຶກສາຫາລືນຳກັນ, ປະກອບສ່ວນຮ່ວມກັນ ແລະຊົມໃຊ້ຜົນປະໂຫຍດຮ່ວມກັນ”. ສິ່ງນີ້ເປັນການຢັ້ງຢືນທາງດ້ານທິດສະດີ ແລະພຶດຕິກຳ ໃນການປະເຊີນໜ້າກັບບັນຫາທ້າທາຍລະດັບໂລກ ເຊັ່ນ: ການປ່ຽນແປງດິນຟ້າອາກາດ ແລະ ສາທາລະນະສຸກ, ບໍ່ມີປະເທດໃດສາມາດຢູ່ໂດດດ່ຽວໄດ້, ຈຳເປັນຕ້ອງສ້າງປະຊາຄົມຮ່ວມຊະຕາກຳຂອງມວນມະນຸດ.

       ໃນມຸມມອງ ຂອງການພົວພັນສອງຝ່າຍ, ງານຄັ້ງນີ້ໄດ້ຕອກຢ້ຳເຖິງຄວາມໝັ້ນຄົງ ຂອງສາຍພົວພັນ ລາວ-ຈີນ ທີ່ເປັນ “ຄູ່ຮ່ວມຊະຕາກຳ” ຢ່າງແທ້ຈິງ. ທ່ານຫົວໜ້າ CMG ປະຈຳລາວ ໄດ້ປຽບທຽບວ່າ ການຮ່ວມມື ແລະ ມິດຕະ ພາບລະຫວ່າງສອງປະເທດ ແມ່ນບົດຮຽນອັນສວຍງາມ ຂອງການຢູ່ຮ່ວມກັນເທິງດາວເຄາະສີຟ້າ. ຈີນ ແລະລາວ ມີພູຜາແມ່ນ້ຳຕິດຈອດກັນ ແລະມີຈຸດໝາຍປາຍທາງຮ່ວມກັນໃນການສະແຫວງຫາການພັດທະນາໂດຍສັນຕິ ແລະຄວາມຈະເລີນຮຸ່ງເຮືອງ.

         ຕະຫຼອດໄລຍະ 69 ປີຜ່ານມາ, CMG (ວິທະຍຸສາກົນແຫ່ງປະເທດຈີນ ໃນເມື່ອກ່ອນ) ໄດ້ເຮັດໜ້າທີ່ເປັນຂົວຕໍ່ ເນັ້ນໜັກການເປັນ “ຜູ້ປົກປ້ອງມິດຕະພາບຈີນ-ລາວ” ແລະເປັນຄູ່ຮ່ວມງານໃນການສ້າງອະນາຄົດ. ການນຳສະເໜີຮູບເງົາຄັ້ງນີ້ ແມ່ນການສະທ້ອນໃຫ້ເຫັນເຖິງຈິດໃຈ “4 ດີ” (ເພື່ອນບ້ານໃກ້ຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ທີ່ຝ່າຍຈີນຍຶດໝັ້ນສະເໝີມາ ໂດຍຍິນດີແບ່ງປັນໂອກາດການພັດທະນາ ແລະຄວາມກ້າວໜ້າທາງວິທະຍາສາດໃຫ້ແກ່ ສປປ ລາວ.

       ນອກຈາກເນື້ອໃນທາງການເມືອງ, ງານນີ້ຍັງໄດ້ເປີດໂລກະທັດທາງດ້ານ “ປັດຊະຍາ ແລະວິທະຍາສາດ”. ຮູບເງົາໄດ້ກະຕຸກຊຸກຍູ້ໃຫ້ບັນດານັກຄົ້ນຄວ້າ ແລະນັກສຶກສາ ສມປຊ ໄດ້ຮັບຮູ້ກ່ຽວກັບຄວາມໝາຍຂອງຊີວິດ ແລະອາລິຍະທຳຂອງມະນຸດ. ເຕັກໂນໂລຊີ 8K ທີ່ທັນສະໄໝຂອງຈີນ ບໍ່ແມ່ນພຽງແຕ່ເຄື່ອງມືສຳຫຼວດດວງດາວ, ແຕ່ແມ່ນເຄື່ອງມືທີ່ສະທ້ອນໃຫ້ເຫັນວ່າ: “ຈຸດໝາຍປາຍທາງ ຂອງການພັດທະນາເທັກໂນໂລຊີ ຄວນຈະເປັນການເສີມຂະຫຍາຍຄວາມຜາສຸກ ຂອງມວນມະນຸດ” ແລະສົ່ງເສີມການຢູ່ຮ່ວມກັນ ລະຫວ່າງ ຄົນກັບທຳມະຊາດ. ນີ້ແມ່ນທິດສະດີການພັດທະນາທີ່ຍືນຍົງ ເຊິ່ງ ສມປຊ ໃນຖານະເປັນສູນກາງແນວຄິດທິດສະດີ ຂອງພັກ ສາມາດນຳໄປຄົ້ນຄວ້າ ແລະຜັນຂະຫຍາຍຕໍ່ໄດ້.

ໃນຕອນທ້າຍຂອງພິທີ, ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ໄດ້ຕາງໜ້າໃຫ້ແກ່ຄະນະພັກ, ຄະນະນຳ ແລະນັກສຶກສາ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຂຶ້ນກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຊຶ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳລາວ ທີ່ໄດ້ນຳເອົາຜົນງານອັນຊົງຄຸນຄ່າທັງທາງດ້ານພຶດຕິກຳ ແລະທິດສະດີ ມາເຜີຍແຜ່ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງລາວໄດ້ຮັບຊົມ,  ທ່ານໄດ້ເນັ້ນໜັກວ່າ ຮູບເງົາເລື່ອງ “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ບໍ່ພຽງແຕ່ເປີດໂລກະທັດໃໝ່ທາງດ້ານອະວະກາດໃຫ້ແກ່ຜູ້ຊົມເທົ່ານັ້ນ, ແຕ່ຍັງເປັນສື່ການຮຽນ-ການສອນທີ່ດີເລີດ ໃນການປູກຈິດສຳນຶກ ກ່ຽວກັບ “ການພັດທະນາແບບຍືນຍົງ” ແລະຄວາມສຳຄັນ ຂອງການຮ່ວມມືສາກົນ ບົນພື້ນຖານຄູ່ຮ່ວມຊະຕາກຳດຽວກັນ. ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ CMG ທີ່ເປັນເພື່ອນມິດທີ່ດີ ສະໜັບສະໜູນ ສມປຊ ຕະຫຼອດມາ ແລະຫວັງຢ່າງຍິ່ງວ່າ ການຮ່ວມມືທາງດ້ານຂໍ້ມູນຂ່າວສານ, ວິຊາການ ແລະການແລກປ່ຽນວັດທະນະທຳ ລະຫວ່າງ ສອງອົງການ ຈະສືບຕໍ່ແຕກດອກອອກຜົນຍິ່ງໆຂຶ້ນ. ພິທີຄັ້ງນີ້ ໄດ້ປິດລົງດ້ວຍບັນຍາກາດແຫ່ງຄວາມປິຕິຍິນດີ, ເປັນນິມິດໝາຍອັນດີງາມໃຫ້ແກ່ສາຍພົວພັນ ລາວ-ຈີນ ທີ່ “ຍືນຍົງຕະຫຼອດໄປປານແມ່ນ້ຳຂອງ ແລະຈະເລີນກ້າວໜ້າປານດວງດາວເທິງອະວະກາດ”.

ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ

ບັນ​ນາ​ທິ​ການ: ປ​ທ ວຽງ​ສະ​ຫວັນ​ ຈັນ​ທະ​ວິ​ໄຊ

ຂ່າວອື່ນໆ