ໃນວັນທີ 12 ສິງຫາ 2020 ຢູ່ທີ່ຫ້ອງວ່າການປົກຄອງເມືອງແປກ ແຂວງຊຽງຂວາງ ຈັດພິທີເປີດຊຸດຮຽນຊຸດຮຽນລະບົບຊັ້ນຕົ້ນຂຶ້ນ ພາຍໃຕ້ການເປັນປະທານຮວ່ມ ຂອງທ່ານ ປທ ນ. ບົວສີ ນາຖາວົງ ກຳ ມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີທ່ານ ກົງທະນູ ອຸ່ນສະຫວັນ ເລຂາພັກເມືອງ ເຈົ້໊າເມືອງແປກ, ບັນດາຜູ້ຕາງໜ້າຈາກບັນດາຫ້ອງການ ແລະທ່ານຄູ-ອາ ຈານ, ນັກສຶກສາເຂົ້່າຮ່ວມທັງໜົດ 66 ສະຫາຍ, ຍິງ 13 ສະຫາຍ ພິທີດັ່ງກ່າວ ທ່ານ ນ. ບົວສີ ນາຖາວົງ ໄດ້ຜ່ານແຜນການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນລະບົບຊັ້ນ ຮຸ່ນ VI ປະຈຳປີ 2020.

ໂຄງການຫຼັກສູດການຮຽນ-ການສອນກໍ່ສ້າງລະບົບຊັ້ນຕົ້ນ ແມ່ນປະຕິບັດຕາມຫຼັກສູດຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ສະບັບເລກທີ 0585 ສມປຊ, ລົງວັນທີ່ 4 ສິງຫາ 2014 ເຊິ່ງປະກອບດ້ວຍວິຊາຮຽນ 9 ວິຊາຄື: ວິຊາປັດຊະຍາ, ວິຊາເສດຖະສາດການເມືອງ, ວິຊາຄຸ້ມຄອງເສດຖະກິດ, ວິຊາລັດທິສັງຄົມນິຍົມວິທະຍາສາດ, ວິຊາການເມືອງວິທະຍາ, ວິຊາທິດສະດີລັດ ແລະກົດໝາຍ, ວິຊາການປົກຄອງ, ວິຊາກໍ່ສ້າງພັກ, ວິຊາຂົນຂວາຍມະຫາຊົນ ໃຊ້ເວລາຮຽນ 90 ວັນເທົ່າກັບ 336 ຊົ່ວໂມງ.

ໃນຕ້ອນທ້າຍພິທີປະທານໄດ້ ມີຄຳເຫັນໂອ້ລົມຕໍພິທີ ເຊິ່ງທ່ານໄດ້ຍົກເນັ້ນໜັກໃຫ້ນັກສຶກສາທີ່ເຂົ້້າຮຽນໃນຄັ້ງນີ້ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄ້ວາຮ່ຳຮຽນ,  ສົນທະນາແລກປ່ຽນບົດຮຽນນຳຄູ-ອາຈານ ເພື່ອໃຫ້ເຂົ້້າໃຈເນື້ອໃນຂອງບົດຮຽນ ແລະສາມາດນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

          ຂ່າວ-ພາບໂດຍ: ທ່ານ ຈັນເພັງ ນັນທະວົງ
ຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ.
ບັນນາທິການ: ຄອນສະຫວັນ ແສນຍານຸພາບ