ໃນທ່າມກາງບັນຍາກາດແຫ່ງໄມຕີຈິດມິດຕະພາບ ອັນສະໜິດສະໜົມ ແລະການຮ່ວມມືແບບບ້ານໃກ້ເຮືອນຄຽງທີ່ດີ, ເມື່ອບໍ່ດົນມານີ້ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໄດ້ຕ້ອນຮັບ ແລະພົບປະເຮັດວຽກ ລະຫວ່າງ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະຄະນະຜູ້ແທນຈາກ ວິທະຍາໄລ ການປົກຄອງທ້ອງຖິ່ນ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ເພື່ອປຶກສາຫາລືແລກປ່ຽນບົດຮຽນ ແລະທິດທາງການຮ່ວມມືໃນອະນາຄົດ.

         ໃນພິທີດັ່ງກ່າວ, ຝ່າຍສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນຳໂດຍ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍຄະນະ, ຫົວໜ້າກົມ-ຮອງກົມ ແລະພາກສ່ວນທີ່ກ່ຽວຂ້ອງ ລວມທັງໝົດ 12 ທ່ານ. ຝ່າຍວິທະຍາໄລການປົກຄອງທ້ອງຖິ່ນ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ນຳໂດຍ ທ່ານ ດຣ ສິລິສັກ ລໍຈັນຄຳ ຮອງຄະນະບໍດີ ຝ່າຍບໍລິຫານ ແລະປະຈຸບັນດຳລົງຕຳແໜ່ງ ຄະນະບໍດີວິທະຍາໄລການປົກຄອງທ້ອງຖິ່ນ, ພ້ອມດ້ວຍຄະນະຄູ-ອາຈານ ແລະນັກວິຊາການ ຈຳນວນ 8 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.

       ໃນວາລະກອງປະຊຸມ, ທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບລວມ, ທີ່ຕັ້ງ ແລະພາລະບົດບາດຕົ້ນຕໍຂອງອົງການຈັດຕັ້ງຕົນ ເພື່ອສ້າງຄວາມເຂົ້າໃຈອັນເລິກເຊິ່ງ ໃຫ້ແກ່ກັນ ແລະ ກັນ.

         ຕາງໜ້າຝ່າຍສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ຂອງ ສມປຊ ໃນຖານະເປັນສູນກາງແຫ່ງການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ, ເປັນບ່ອນກໍ່ສ້າງ ແລະບຳລຸງພະນັກງານການນຳ-ຄຸ້ມຄອງ ຂອງພັກ ແລະ ລັດ ແຫ່ງ ສປປ ລາວ ຊຶ່ງທ່ານໄດ້ເນັ້ນໜັກວ່າ: ສມປຊ ມີພາລະບົດບາດຍຸດທະສາດໃນການສ້າງຊັບພະຍາກອນມະນຸດ ທີ່ມີຄຸນທາດການເມືອງໜັກແໜ້ນ ແລະມີຄວາມຮູ້-ຄວາມສາມາດທາງດ້ານການບໍລິຫານຄຸ້ມຄອງລັດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດໃນໄລຍະໃໝ່.

         ຕາງໜ້າຝ່າຍວິທະຍາໄລການປົກຄອງທ້ອງຖິ່ນ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ທ່ານ ດຣ. ສິລິສັກ ລໍຈັນຄຳ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນດີ ແລະໄດ້ນຳສະເໜີ ກ່ຽວກັບວິທະຍາໄລການປົກຄອງທ້ອງຖິ່ນ ວ່າເປັນສະຖາບັນການສຶກສາຊັ້ນນຳ ຂອງພາກຕາເວັນອອກສຽງເໜືອຂອງໄທ ທີ່ມີຄວາມຊ່ຽວຊານສະເພາະດ້ານ ການບໍລິຫານຈັດການສາທາລະນະ ແລະການປົກຄອງທ້ອງຖິ່ນ. ວິທະຍາໄລ ໄດ້ມຸ່ງເນັ້ນການຜະລິດນັກບໍລິຫານຍຸກໃໝ່ ທີ່ມີວິໄສທັດກວ້າງໄກ ແລະມີທັກສະໃນການປະຍຸກໃຊ້ເຕັກໂນໂລຊີ ແລະນະວັດຕະກຳເຂົ້າໃນການບໍລິຫານງານ ເພື່ອຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນໃນທ້ອງຖິ່ນ.

         ຈຸດສຸມສຳຄັນ ຂອງການພົບປະຄັ້ງນີ້ ແມ່ນການປຶກສາຫາລືແລກປ່ຽນບົດຮຽນຢ່າງເລິກເຊິ່ງ ບົນພື້ນຖານຄວາມເຂົ້າໃຈທາງດ້ານການເມືອງ-ການປົກຄອງ ແລະວັດທະນະທຳທີ່ຄ້າຍຄືກັນ ໂດຍໄດ້ລົງເລິກໃນບັນດາຫົວຂໍ້ສຳຄັນ ດັ່ງນີ້:

         1). ການຮ່ວມມືດ້ານການພັດທະນາຫຼັກສູດ: ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນວ່າ ໂລກປັດຈຸບັນມີການປ່ຽນແປງຢ່າງໄວວາ, ດັ່ງນັ້ນ ຫຼັກສູດການຮຽນ-ການສອນ ທາງດ້ານລັດຖະສາດ ແລະການບໍລິຫານລັດ ຕ້ອງມີການປັບປຸງໃຫ້ທັນສະໄໝ. ການປຶກສາຫາລືໄດ້ເນັ້ນໃສ່ການຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ໃນການສ້າງຫຼັກສູດທີ່ສົມດູນ ລະຫວ່າງ ທິດສະດີການເມືອງທີ່ໜັກແໜ້ນ ແລະວິທະຍາການບໍລິຫານຈັດການທີ່ທັນສະໄໝ. ຝ່າຍ ວິທະຍາໄລການປົກຄອງທ້ອງຖິ່ນ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ໄດ້ສະເໜີແນວທາງການເຊື່ອມໂຍງຫຼັກສູດການປົກຄອງທ້ອງຖິ່ນ ເຂົ້າກັບການພັດທະນາຕົວຈິງ, ໃນຂະນະທີ່ຝ່າຍສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ແລກປ່ຽນທັດສະນະກ່ຽວກັບການນຳພາຂອງພັກ ເຂົ້າໃນວຽກງານການຄຸ້ມຄອງລັດ.

         2). ການກໍ່ສ້າງ ແລະ ຍົກລະດັບບຸກຄະລາກອນ: ຫົວຂໍ້ນີ້ຖືເປັນ “ຫົວໃຈ” ຂອງການພົບປະ. ທັງສອງຝ່າຍໄດ້ປຶກສາຫາລື ກ່ຽວກັບໂຄງການແລກປ່ຽນ ຄູ-ອາຈານ ແລະນັກວິຊາການ. ໂດຍສະເພາະແມ່ນການສົ່ງເສີມໃຫ້ ພະນັກ ງານ, ຄູ-ອາຈານ ຂອງ ສມປຊ ໄດ້ມີໂອກາດໄປຍົກລະດັບວຸດທິການສຶກສາ ຫຼື ຝຶກອົບຮົມໄລຍະສັ້ນ ທີ່ ມະຫາວິທະຍາ ໄລຂອນແກ່ນ ເພື່ອນຳເອົາຄວາມຮູ້ໃໝ່ໆ ມາກໍ່ສ້າງພະນັກງານພາຍໃນປະເທດ. ພ້ອມດຽວກັນນັ້ນ, ກໍໄດ້ມີການປຶກສາເຖິງຄວາມເປັນໄປໄດ້ໃນການເຊີນຊ່ຽວຊານຈາກມະຫາວິທະຍາໄລຂອນແກ່ນ ມາບັນຍາຍພິເສດ ຫຼື ເຮັດວຽກວິໄຈຮ່ວມກັນ ໃນຫົວຂໍ້ທີ່ຕິດພັນກັບການບໍລິຫານພາກລັດ ແລະການພັດທະນາຊົນນະບົດຕາມແນວທາງ ຂອງທັງສອງປະເທດ.

         3). ການພົວພັນແລກປ່ຽນບົດຮຽນທາງດ້ານວິຊາການ: ໃນມຸມມອງທາງການເມືອງ, ການແລກປ່ຽນບົດຮຽນຄັ້ງນີ້ ບໍ່ພຽງແຕ່ແມ່ນການແລກປ່ຽນທາງວິຊາການເທົ່ານັ້ນ, ແຕ່ຍັງເປັນການຮັດແໜ້ນຄວາມສາມັກຄີ ແລະຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ລະຫວ່າງ ສອງສະຖາບັນ. ການແລກປ່ຽນຂໍ້ມູນຂ່າວສານ, ປຶ້ມຕຳລາ, ວາລະສານທາງວິຊາການ ແລະຜົນການຄົ້ນຄວ້າວິໄຈ ຈະເປັນຂົວຕໍ່ສຳຄັນ ທີ່ຊ່ວຍໃຫ້ການກໍ່ສ້າງພະນັກງານ ຂອງທັງສອງຝ່າຍ ມີຄຸນນະພາບ ແລະສອດຄ່ອງກັບສະພາບຄວາມເປັນຈິງຂອງພາກພື້ນ.

       ການພົບປະຄັ້ງນີ້ ໄດ້ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ. ທ່ານຮອງຫົວໜ້າ ສມປຊ ໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມຂອງຄະນະວິທະຍາໄລການປົກຄອງທ້ອງຖິ່ນ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ, ໂດຍຖືວ່າເປັນນິມິດໝາຍອັນດີໃນການເປີດກວ້າງການພົວພັນຮ່ວມມືທີ່ເປັນຮູບປະທຳ.

         ຜົນຂອງການປຶກສາຫາລືຄັ້ງນີ້ ຈະຖືກນຳໄປຜັນຂະຫຍາຍເປັນ ແຜນການຮ່ວມມື (MOU) ຫຼື ບັນທຶກຄວາມເຂົ້າໃຈ ໃນອະນາຄົດອັນໃກ້ ເພື່ອເຮັດໃຫ້ການພັດທະນາຊັບພະຍາກອນມະນຸດ, ການສ້າງຄູ-ອາຈານ ແລະການພັດທະນາຫຼັກສູດການເມືອງ-ການປົກຄອງ ມີປະສິດທິຜົນສູງສຸດ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດທາງທີ່ພັກ ແລະ ລັດຖະບານ ວາງໄວ້. ໃນຕອນທ້າຍ, ທັງສອງຝ່າຍໄດ້ມອບຂອງທີ່ລະນຶກ ແລະຖ່າຍຮູບຮ່ວມກັນ ເພື່ອເປັນສັກຂີພິຍານແຫ່ງມິດຕະພາບ ແລະການຮ່ວມມືທີ່ຍືນຍົງ.

ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ

ບັນ​ນາ​ທິ​ການ: ປ​ທ ວຽງ​ສະ​ຫວັນ​ ຈັນ​ທະ​ວິ​ໄຊ

ຂ່າວອື່ນໆ