ເພື່ອທົບທວນຫວນຄືນມູນເຊື້ອປະຫວັດສາດການກໍາເນີດສະຫະພັນແມ່ຍິງລາວ ກໍຄືແມ່ຍິງລາວບັນດາເຜົ່າທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງ ຕະຫຼອດໄລຍະເວລາ 65ປີ (ວັນທີ 20 ກໍລະກົດ 1955-20 ກໍລະກົດ 2020), ສະຫະພັນແມ່ຍິງ ສມປຊ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງຂຶ້ນທີ່ສະໂມສອນໃຫຍ່ ສມປຊ, ໃນວັນທີ 6 ສິງຫາ 2020 ໂດຍການເປັນປະທານຂອງ ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າ ສມປຊ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນ. ວຽງເງິນ ໄຂຄຳພິທູນ ອະດີດຮອງຫົວໜ້າສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ. ທ່ານ ປອ ນ. ລຳພູນ ດວນສຸວັນ ປະທານສະຫະພັນແມ່ຍິງ ສມປຊ ພ້ອມດ້ວຍຄະນະ, ສະມາຊິກແມ່ຍິງເສດຖະກິດຄອບຄົວ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

      ທ່ານ ປທ ນ. ບຸນມີ ຈຸນລະຈັກ ໄດ້ກ່າວເຖິງມູນເຊື້ອອັນສະຫງ່າລາສີຂອງແມ່ຍິງທີ່ໄດ້ອຸທິດເລືອດເນື້ອ, ເຫື່ອແຮງ, ສະຕິປັນຍາ, ຄຽງບ່າຄຽງໄຫຼ່ກັບເພດຊາຍໃນການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ ອໍານາດອະທິປະໄຕ ແລະ ປະກອບສ່ວນສ້າງໜ້າປະຫວັດສາດອັນສະຫວ່າງສະໄຫວຂອງຊາດລາວນັບແຕ່ຫົວທີທີ່ພັກປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນ, ຕະຫຼອດໄລຍະແຫ່ງການຕໍ່ສູ້ກູ້ຊາດ ແມ່ຍິງລາວບັນດາເຜົ່າກໍຄືສະຫະພັນແມ່ຍິງລາວ ໄດ້ປະກອບສ່ວນໃນການຂົນຂວາຍຂະບວນການແມ່ຍິງທົ່ວປະເທດ, ເຮັດໜ້າທີ່ໃນການລ້ຽງດູ, ເບິ່ງແຍງ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດທີ່ຢູ່ແນວໜ້າ ແລະ ເຂດຄວບຄຸມຂອງສັດຕູດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ; ລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ; ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫຼານອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງປະຕິບັດວຽກງານແນວຫຼັງ, ເພີ່ມພູນຜະລິດ ຜົນຫາລ້ຽງກຸ້ມຕົນເອງ, ປະຢັດ ເຂົ້າປາອາຫານເພື່ອສົ່ງໄປແນວໜ້າ, ພ້ອມທັງເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຢ່າງອົງອາດກ້າຫານ, ເຂົ້າຮ່ວມເປັນ ກຳລັງແຮງສຳຄັນໃນທຸກຂົງເຂດວຽກງານທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ປະຕິບັດວຽກງານອື່ນ.

      ໂອກາດນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການບັນລະຍາຍຫົວຂໍ້: ພິທີການທູດ ແລະ ມາລະຍາດພື້ນຖານທາງສັງຄົມຈາກທ່ານ ນ. ວຽງເງິນ ໄຂຄຳພິທູນ ເພື່ອເປັນຄວາມຮູ້ທີ່ສ່ອງແສງໃຫ້ເຫັນເຖິງມູນເຊື້ອວັດທະນະທໍາ, ຮີດຄອງປະເພນີ ແລະ ແບບແຜນການດໍາລົງຊີວິດຂອງເອື້ອຍນ້ອງແມ່ຍິງລາວຕື່ມອີກ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ