ໃນຕອນບ່າຍ ຂອງວັນທີ 12 ທັນວາ 2025, ເວລາ 13:30 ໂມງ, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການເປີດກອງປະຊຸມສະພາວິທະຍາສາດ ວິສາມັນ ຄັ້ງທີ 2 ປະຈຳປີ 2025 ຂຶ້ນຢ່າງເປັນທາງການ ຊຶ່ງກອງປະຊຸມດັ່ງກ່າວ ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມ, ມີບັນດາສະມາຊິກສະພາວິທະຍາສາດ ສມປຊ, ຕາງໜ້າສະພາວິທະຍາສາດຈາກພາກສ່ວນກ່ຽວຂ້ອງ, ພ້ອມດ້ວຍຄູ-ອາຈານ ແລະນັກວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

         ກອງປະຊຸມໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງທາງດ້ານການເມືອງ ແລະ ວິຊາການ, ເປັນການຢັ້ງຢືນເຖິງຄວາມເອົາໃຈໃສ່ ຂອງຄະນະພັກ-ຄະນະນຳ ສມປຊ ໃນການຍົກສູງຄຸນນະພາບການກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ແລະ ນັກຄົ້ນຄວ້າທິດສະດີ ໃຫ້ມີຄວາມໜັກແໜ້ນທາງດ້ານທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະແນວທາງຂອງພັກ ໃຫ້ສອດຄ່ອງກັບສະພາບການໃໝ່.

         ວາລະທີ່ສຳຄັນທີ່ສຸດ ຂອງກອງປະຊຸມ ແມ່ນການພິຈາລະນາ ແລະ ຮັບຮອງເອົາ “ໜັງສືແນະນຳ ວ່າດ້ວຍການຂຽນວິທະຍານິພົນ ຈົບຊັ້ນລະດັບປະລິນຍາເອກ” ເຊິ່ງສະເໜີຜ່ານໂດຍ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຄະນະ ບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ. ໃນການປັບປຸງ ແລະ ສ້າງນິຕິກຳ ມີຈຸດປະສົງເພື່ອເຮັດໃຫ້ການຄຸ້ມຄອງລະບົບປະລິນຍາເອກ ການເມືອງ ແລະ ການປົກຄອງ ມີຄວາມເປັນເອກະພາບ, ຮັບປະກັນຄວາມເປັນວິທະຍາສາດ ແລະ ໄດ້ມາດຖານລະດັບຊາດ ຕາມຂໍ້ຕົກລົງ ຂອງກະຊວງສຶກສາທິການ ແລະ ກິລາ. ເນື້ອໃນຂອງຮ່າງຂໍ້ກຳນົດ ແລະໜັງສືແນະນຳ ທີ່ນຳມາຜ່ານໃນກອງປະຊຸມ ໄດ້ເນັ້ນໜັກເຖິງຂະບວນການຄົ້ນຄວ້າທີ່ເຂັ້ມງວດ ໂດຍກຳນົດໃຫ້ຫຼັກສູດປະລິນຍາເອກ ຕ້ອງປະກອບດ້ວຍການຮຽນທິດສະດີ ແລະການຂຽນວິທະຍານິພົນ ລວມທັງໝົດບໍ່ຕໍ່າກວ່າ 48 ໜ່ວຍກິດ. ຈຸດພົ້ນເດັ່ນຂອງການປັບປຸງຄັ້ງນີ້ ແມ່ນການເພີ່ມມາດຕະການກວດສອບຄຸນນະພາບທີ່ຮັດກຸມຂຶ້ນ ເຊັ່ນ: ການກຳນົດໃຫ້ມີ “ກຳມະການອິດສະຫຼະ” (ກຳມະການປິດລັບ) ຈຳນວນ 2 ທ່ານ ທີ່ເປັນຜູ້ຊ່ຽວຊານຈາກພາຍນອກ ມາປະເມີນວິທະຍານິພົນກ່ອນຈະອະນຸຍາດໃຫ້ປ້ອງກັນຂັ້ນສະຖາບັນ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ມາດຖານທາງວິຊາການສູງສຸດ. ນອກຈາກນີ້, ຍັງໄດ້ກຳນົດລະບຽບການອ້າງອີງເອກະສານແບບ APA (American Psychological Association) ເພື່ອໃຫ້ສອດຄ່ອງກັບມາດຖານສາກົນ. ສິ່ງເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ຂອງ ສມປຊ ໃນການສ້າງນັກວິທະຍາສາດການເມືອງ ແລະ ການປົກຄອງ ທີ່ມີຄວາມຮູ້ຄວາມສາມາດແທ້ຈິງ, ສາມາດວິເຄາະ ແລະ ແກ້ໄຂບັນຫາຕົວຈິງຂອງສັງຄົມໄດ້ຢ່າງມີວິທະຍາສາດ.

         ໃນກອງປະຊຸມ ຍັງໄດ້ຮັບຟັງການລາຍງານຜົນການຕິດຕາມພິທີປ້ອງກັນວິທະຍານິພົນ ປະລິນຍາໂທ ຮຸ່ນທີ XIX ໂດຍ ທ່ານ ປອ ສີສົມພອນ ວົງພະຈັນ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ເຊິ່ງເປັນການຖອດຖອນບົດຮຽນຕົວຈິງ ເພື່ອນຳມາປັບປຸງຄຸນນະພາບການຮຽນ-ການສອນ ໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ທ່ານ ປອ ສິນທອນ ແກ້ວຄຳແພງ ຮອງພະແນກແຜນການ-ເຜີຍແຜ່ການຄົ້ນຄວ້າວິທະຍາສາດ ກໍໄດ້ສະເໜີລາຍຊື່ປຶ້ມຕຳລາ ແລະ ປຶ້ມຄົ້ນຄວ້າວິຊາການຈຳນວນໜຶ່ງ ເພື່ອຂໍລະຫັດ ISBN, ອັນເປັນການສົ່ງເສີມການຜະລິດຄັງປັນຍາ ແລະເຜີຍແຜ່ແນວທາງນະໂຍບາຍຂອງພັກ ຜ່ານວຽກງານການພິມຈຳໜ່າຍ.

         ອີກວາລະໜຶ່ງທີ່ມີຄວາມສຳຄັນຕໍ່ການພັດທະນາບຸກຄະລາກອນຄູ ແມ່ນການຜ່ານຜົນງານວິຊາການ ຂອງ ທ່ານ  ປອ ກູຢ່າງ ສີສົມບຼົງ ຮອງຫົວໜ້າຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ເພື່ອສະເໜີຂໍນາມມະຍົດ ຮອງສາດສະ ດາຈານ (ຮສ) ໃນສາຂາກໍ່ສ້າງພັກ. ການພິຈາລະນານາມມະຍົດວິຊາການນີ້ ຖືເປັນວຽກງານຍຸດທະສາດໃນການຍົກລະດັບຖັນແຖວຄູ-ອາຈານ ຂອງສະຖາບັນ ໃຫ້ມີຄຸນວຸດທິສູງຂຶ້ນ, ເປັນເຈົ້າການໃນການຄົ້ນຄວ້າວິທະຍາສາດ ແລະສິດສອນ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການກໍ່ສ້າງພະນັກງານໃນໄລຍະໃໝ່. ບັນດາສະມາຊິກສະພາວິທະຍາສາດ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ສ້າງສັນ ແລະປຶກສາຫາລືກັນຢ່າງເລິກເຊິ່ງ ກ່ຽວກັບບັນດານິຕິກຳ ແລະວຽກງານຕ່າງໆ ທີ່ນຳມາສະເໜີ ໂດຍຜ່ານການລົງຄະແນນສຽງ ທີ່ປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງເອົາບັນດາເນື້ອໃນທີ່ສຳຄັນ ຕາມວາລະທີ່ກຳນົດໄວ້.

         ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນໂອ້ລົມ ແລະ ກ່າວປິດກອງປະຊຸມ ໂດຍທ່ານໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ນຳເອົາມະຕິຂອງກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍໃຫ້ເກີດດອກອອກຜົນ ເປັນຕົ້ນແມ່ນ: ກົມຄຸ້ມຄອງການຮຽນ-ການສອນ ແລະ ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ຕ້ອງສົມທົບກັນຢ່າງ   ແໜ້ນແຟ້ນ ໃນການນຳໃຊ້ໜັງສືແນະນຳການຂຽນວິທະຍານິພົນສະບັບປັບປຸງໃໝ່ນີ້ ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງຢ່າງເຂັ້ມງວດ. ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາຄູ-ອາຈານ ແລະນັກຄົ້ນຄວ້າ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ຍົກສູງຈັນຍາບັນ ແລະຄວາມຮັບຜິດຊອບທາງການເມືອງ ໃນການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ໃຫ້ແກ່ປະເທດຊາດ. ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນເວລາ 16:00 ໂມງ ຂອງວັນດຽວກັນ, ເຊິ່ງເປັນຂີດໝາຍສຳຄັນອີກບາດກ້າວໜຶ່ງ ໃນການພັດທະນາວຽກງານວິທະຍາສາດການເມືອງ ແລະ ການປົກຄອງ ຂອງ ສປປ ລາວ.

ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ

ບັນ​ນາ​ທິ​ການ: ປ​ທ ວຽງ​ສະ​ຫວັນ​ ຈັນ​ທະ​ວິ​ໄຊ

ຂ່າວອື່ນໆ