ໃນຕອນເຊົ້າຂອງວັນທີ 12 ​ສິງຫາ​ 2020 ຢູ່ທີ່ໂຮງຮຽນການເມືອງ ແລະ​ການປົກຄອງແຂວງຈຳປາສັກ ໄດ້ຈັດພິທີປິດສົກຮຽນປີ ​2019 -​2020 ແລະເປີດສົກຮຽນປີ 2020-2021​ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈຳປາສັກ,​ ມີຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຈຳປາສັກພ້ອມຄະນະ,​ ມີຄະນະຈັດຕັ້ງແຂວງ,​ ພະແນກການອ້ອມຂ້າງແຂວງ, ​ບັນດາຄູ,​ ອາຈານ ແລະນັກສຶກສາເຂົ້າຮ່ວມ.

ໃນພິທີ ທ່ານ​ ບົວທອງ ສຸວັນນະສານ ຫົວໜ້າໂຮງຮຽນການເມືອງ ແລະ​ການ​ປົກຄອງ​ແຂວງ​ຈຳ​ປາ​ສັກ​ ໄດ້ສະຫຼຸບຕີລາຄືນກ່ຽວກັບການຈັດການຮຽນ-ການສອນໃນໄລຍະ ​1 ປີ ທີ່ຜ່ານມາເຊິ່ງໃນນັ້ນທ່ານໄດ້ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັັດໜ້າທີ່ວຽກງານວິຊາສະເພາະຂຶ້ນຫ້ອງສິດສອນຂອງບັນດາຄູ-ອາຈານໃນໄລຍະ 1 ປີ ທີ່ຜ່ານມາ ແລະການຕັ້ງໃຈສຶກສາຄົ້ນຄວ້າຮໍ່າຮຽນຂອງບັນດານັກຮຽນ ຈົນສາມາດຜ່ານການສອບເສັງຈົບຊັ້ນຕາມກໍານົດເວລາ. ພ້ອມນັ້ນ, ຍັງຍົກໃຫ້ເຫັນຈຸດດີ,​ ຈຸດອ່ອນ​ ແລະ​ຂໍ້​ຄົງຄ້າງທີ່ຈະຕ້ອງໄດ້ແກ້ໄຂໃນສົກປີຕໍ່ໜ້າ.

ໃນສົກ 2019-2020 ​ມີນັກສຶກສາລະບົບຊັ້ນກາງຮຸ່ນທີ X ​ທີ່ຮຽນຈົບທັງໝົດ 55 ທ່ານ, ​ຍິງ​ 12​ ທ່ານ.​ໃນນັ້ນ, ປ້ອງກັນບົດໄດ້ເກຼດ A ມີ 40​ ທ່ານ,​ ຍິງ​ 7 ​ທ່ານ,​ ໄດ້ເກຼດ B+ ມີ 15 ທ່ານ,​ ຍິງ​ 5​ ທ່ານ,​ ຈາກນັ້ນທ່ານຍັງໄດ້ຜ່ານທິດທາງແຜນການຮຽນ-ການສອນປີ​ 2021 ອີກດ້ວຍ.

ໃນພິທີສະຫຼຸບສົກຮຽນຂອງໂຮງຮຽນການເມືອງແລະ​ການປົກຄອງຄັ້ງນີ້ຍັງໄດ້ມີພິທີມອບໃບປະກາດສະນິຍະບັດໃຫ້ແກ່ນັກສຶກສາລະບົບຊັ້ນກາງຮຸ້ນທີ​ X ​ຈຳນວນ​ 55​ ທ່ານ​,​ ຍິງ​ ​12​ ທ່ານ​ໂດຍການໃຫ້ກຽດມອບຂອງທ່ານບົວລິນ ​ວົງພະຈັນ​ ຮອງເຈົ້າແຂວງໆຈຳປາສັກຢ່າງສົມກຽດ,​ ຈາກນີ້ຍັງໄດ້ມອບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ,​ ມອບໃບຍ້ອງຍໍໃຫ້ນັກສຶກສາທີ່ມີຜົນງານ ແລະຮຽນດີ,​ ຮຽນເກັ່ງອີກຈຳນວນໜຶ່ງອີກດ້ວຍ.​

ໂອກາດນີ້ທ່ານບົວລິນ ​ວົງພະຈັນ​ ຮອງເຈົ້າແຂວງໆ ຈຳປາສັກ ກໍ່ໄດ້ໂອ້ລົມຕໍ່ພິທີ​ເຊິ່ງໃນ​ນັ້ນທ່ານ​ໄດ້ເໜັ້ນໃຫ້ນັກສຶກສາທີ່ຈົບໄປນັ້ນນຳເອົາບົດຮຽນ,​ ຄວາມຮູ້ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ມີປະສິດທິຜົນສູງກ່ວາເກົ່າ.

ຂ່າວ/ພາບ: ຂວັນຕາ ສີສົມ​ໂຄດ+ອິນ​ປັນ​ ຈູມ​ມະ​ລີ
ບັນ​ນາ​ທິ​ການ:  ຄອນສະຫວັນ ແສນຍານຸພາບ