ໃນ​ຕອນເຊົ້າ ຂອງວັນ​ທີ 11 ທັນ​ວາ 2025 ​ຢູ່​ທີ່​ໂຮງ​ຮຽນ​ທິດ​ສະ​ດີ​ການ​ເມືອງ ແລະ​ການ​ປົກ​ຄອງ​ ແຂວງ​ໄຊ​ຍະ​ບູ​ລີ​ ໄດ້​​ມີພິ​ທີປິ​ດ​ຊຸດ​ຮຽນ​ທິດສະ​ດີ​ການ​ເມືອງ​ ຂັ້ນ​ຕົ້ນ ​ຮຸ່ນ​ທີ VI ໃນ​ພິ​ທີ​ດັ່ງ​ກ່າວ ​ໂດຍ​ໃຫ້​ເປັນ​ປະ​ທານ ຂອງ​ທ່ານ ປະ​ລີນ​ຍາ​ເອກ ສີ​ສອນ​ພັນ ບຸນ​ສີ ຮອງ​ເລ​ຂາ​ພັກ​ແຂວງ, ຜູ້​ຊີ​ນຳ​ວຽກງານ​ການ​ເມືອງ-ແນວ​ຄິດ, ວຽກ​ພັກ-ພະ​ນັກ​ງານ ແລະ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​, ໃນ​ພິ​ທີ​ດັ່ງ​ກ່າວ​ນີ້​ ທ່ານ ປະ​ລີນ​ຍາ​ເອກ ນາງ ໄມ​ພອນ ເຮີ ​ຜູ້​ຮັກ​ສາ​ການ​ແທນ​ຫົວ​ໂຮງ​ຮຽນ​ທິດ​ສະ​ດີ​ການ​ເມືອງ ກໍ່ໄດ້​ລາຍ​ງານ​ຕໍ່​ແຂກ​ທີ​ມາ​ຮ່ວມ​ພິ​ທີ​ວ່າ​ຕະ​ຫຼອດ​ໄລ​ຍະ​ເວ​ລາ​ແຫ່ງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຫຼັກ​ສູດ​ການ​ຮ​ຽນ​-ການ​ສອນ ເປັນ​ຊ່ວງ​ໄລ​ຍະ​ທີ​ທົ່ວພັກ, ທົ່ວ​ກອງ​ທັບ ແລະ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ກໍ​ຄື​ຄະ​ນະ​ພັກ, ອົງ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ທົ່ວ​ແຂວງ​ໄຊ​ຍະ​ບູ​ລີ ພວມ​ສຸມ​ໃສ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ທ້າຍ​ສະ​ໄໝ, ແຜນ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ​ແຫ່ງ​ຊາດ 5 ປີ, ​ຄັ້ງ​ທີ IX ຕິດ​ພັນ​ກັບ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ອົງ​ຄະ​ນະ​ພັກ​ແຂວງ ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ 5 ປີ​ ຄັ້ງ​ທີ VIII  ( 2025-2030 ) ຕິດ​ພັນ​ກັບ​ການ​ຜັນ​ຂະ​ຫຍາຍ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ 2 ວາ​ລະ​ແຫ່ງ​ຊາດ, ມະ​ຕິ 04/ ກມ​ສ​ພ ​ວ່າ​ດ້ວຍ​ການ​ສ້າງເສດ​ຖະ​ກິດເ​ອກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ​ໃນ​ໄລ​ຍະໃໝ່​ໃຫ້​ມີ​ໝາກ​ຜົນ​ຕົວ​ຈີງ;​ ການ​ກະ​ກຽມ​ຄວາມ​ພ້ອມ​ໃນ​ການ​ສະ​ເຫຼີມ​ສະ​ຫຼອງວັນ​ຊາດ​ທີ 2 ທັນ​ວ່າ​ຄົບ​ຮອບ 50 ປີ, ວັນ​ເກີດ​ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ, ກວ້າງ​ຂວາງ​ເພື່ອ​ຍູ້​ຂະ​ບວນ​ການ​ກ້າວ​ເຂົ້າ​ສູ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ຢ່າງ​ໜັກ​ແໜ້ນ ແລະ​ເພືອປະ​ຕິ​ບັດ​ຕາມ​ແຜນ​ພັດ​ທ​ະນາວຽກ​ງານ​ໂຮງ​ຮຽນ​ການ​ເມືອງ ແລະ​ການ​ປົກ​ຄອງ​ທົ່ວ​ປ​ເທດ​ປະ​ຈຳ​ປີ 2025.

ໂຮງ​ຮຽນ​ການ​ເມືອງ​ ແລະ​ການ​ປົກ​ຄອງແຂວງ​ໄຊ​ຍ​ະ​ບູ​​​ລີ ໄດ້​ຈັດ​ຕັ້ງ​ການ​ຮຽນ​-ການ​ສອນທິດ​ສະ​ດີ​ການ​ເມື່ອງ​ ຂັ້ນ​ຕົ້ນ ​ຮຸ່ນ​ທີ VI ເລີ່ມ​ແຕ່​ວັນ​ທີ 13 ສິງ​ຫາ 2025; ຊຸດ​ຮຽນ​ນີ້​ມີ​ຜູ້​ເຂົ້າ​ຮຽນ​ທັງ​ໝົດ​ຈຳ​ນວນ 47 ສະ​ຫາຍ, ຍິງ 19 ສະ​ຫາຍ; ໃນ​ນັ້ນ ​ມາ​ຈາກ​ພະ​ແນກ, ກົມ​ກອງ​ອ້ອມ​ຂ້າງ​ແຂວງ 27 ສ​ະ​ຫາຍ, ຍິງ 17 ສະ​ຫາຍ, ມາ​ຈາກ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ 6 ສະ​ຫາຍ, ມາ​ຈາກ​ເມືອງ​ໃນ​ທົ່ວ​​ແຂວງ 14 ສະ​ຫາຍ, ຍິງ 2 ສ​ະຫາຍ; ລະ​ດັບ​ວິ​ຊາ​ສະ​ເພາະ​ຕ່ຳສຸດ ​ຊັ້ນ​ຕົ້ນ, ສູງ​ສຸດ ​ຊັ້ນ​ປະ​ລິນ​ຍາ​ໂທ; ອາ​ຍຸ​ກະ​ສຽນ​ສູງ​ສຸດ 53 ປີ, ອາ​ຍຸ​ກະ​ສຽນ​ຕ່ຳ​ສຸດ 30 ປີ, ອາ​ຍຸ​ສະ​ເລ່ຍ 42 ປີ; ໂຮງ​ຮຽນ​ໄດ້​ຈັດ​ຕັ້ງ​ການ​ຮຽນ​-ການ​ສອນ ​ຕາມ​ໂຄງ​ການ​ຫຼັກ​ສູດ ​ທີ່​ສະ​ຖາ​ບັນ​ການ​ເມືອງ ແລະ​ ການ​ປົກ​ຄອງ​ແຫ່ງຊາດ​ກຳ​ນົດ​ອອກ​ຢ່າງ​ເຂັ້ມ​ງວດ.

ພິ​ເສດ, ຊຸດ​ຮຽນ​ນີ້​ຍັງ​ໄດ້​ປະ​ກອບ​ສ່ວນ​ສ້າງ​ບົດ​ຮຽນ​ອັນ​ອຸ​ດົມ​ສົມ​ບູນ​ຂຶ້ນ​ອີກ​ກ້າວ​ໜຶ່ງ ໃຫ້​ແກ່​ໂຮງ​ຮຽນ ເປັນ​ຕົ້ນ​ແມ່ນ ​ບົດ​ຮຽນ​ໃນ​ການ​ນຳ​ພາ-ຊີ້​ນຳ​ຄຸ້ມ​ຄອງ​ຊຸດ​ຮຽນ, ຖັນ​ແຖວ​ຄູ-ອາ​ຈານ​ ກໍ​ໄດ້​ເຕີບ​ໃຫຍ່​ຂຶ້ນ​ທາງດ້ານຄວາມ​ຮູ້​ ກໍ​ຄື​ປະ​ສົບ​ການ, ພະ​ນັກ​ງານ-​ລັດ​ຖະ​ກອນສາ​ມາດ​ຖອດ​ຖອນ​ບົດ​ຮຽນ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ບໍ​ລິ​ຫານ. ສິ່ງ​ສຳ​ຄັນ​ເປັນ​ພິ​ເສດ ​ແມ່ນ​ໂຮງ​ຮຽນ​ການ​ເມືອງ ແລ​ະການ​ປົກ​ຄອງ​ ແຂວງໄຊຍະບູລີ ​ໄດ້​ມີ​ຜະ​ລິດ​ຕະ​ພັນ​ທີ່​ຮຽນ​ຈົບ​ທິດ​ສະ​ດີ​ການ​ເມືອງ ​ຂັ້ນ​ຕົ້ນ ​ເພີ່ມ​ຂຶ້ນ​ຕື່ມ ບວກ​ກັບ​ບັນ​ດາ​ຊຸດ​ຮຽນ​ຜ່ານ​ມາ​ພວກ​ເຮົາ​ມີ​ຜະ​ລິດ​ຕະ​ພັນ​ທີ່​ຮຽນ​ຈົບ​ທິດ​ສະ​ດີ​ການ​ເມືອງ ​ຂັ້ນ​ຕົ້ນ ​ທັງ​ໝົດ 1.841 ສ​ຫາຍ, ຍິງ 468 ສ​ະຫາຍ, ເຊິ່ງ​ເປັນ​ຜູ້​ທີ່​ໄດ້​​ປະ​ກອບ​ອາ​ວຸດ​ທາງ​ດ້ານ​ທິດ​ສະ​ດີ​ກຽມ​ພ້ອມ​ທີ່​ຈະ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາ​ມາດ​ ຂອງ​ຕົນ​ໄປ​ພັດ​ທະ​ນາ, ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ວຽກ​ງານ​ຕົວ​ຈິງ​ ຢູ່​ຮາກ​ຖານ, ຮັບ​ໃຊ້​ໜ້າ​ທີ່​ການ​ເມືອງ​ ຂອງ​ພັກ-​ລັດ, ຮັບ​ໃຊ້​ຊາດ, ຮັບ​ໃຊ້​ປະ​ຊາ​ຊົນ ແລະ​ຈະ​ກາຍ​ເປັນ​ພະ​ນັກ​ງານ​ນຳ​ພາ-ຄຸ້ມ​ຄອງ​ໄດ້​ໃນ​ສະ​ເພາະ​ໜ້າ ແລະ​ຍາວ​ນານ.

ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຫຼັກ​ສູດ​ ຂອງ​ຊຸດ​ຮຽນ​ທິດ​ສະ​ດີ​ການ​ເມືອງ ຂັ້ນ​ຕົ້ນ ​ຮຸ່ນ​ທີ VI ໄດ້​ໃຊ້​ເວ​ລາ​ຮຽນ 3 ເດືອນ, ມີ​ວິ​ຊາ​ຮຽນ​ທັງ​ໝົດ 11 ວິ​ຊາ, ແບ່ງ​ອອກ​ເປັນ 7 ກຸ່ມ​ວິ​ຊາ​ຮ​ຽນ​ ຄື: ກຸ່ມ​ວິ​ຊາປັດ​ຊະ​ຍາ​ມາກ​-ເລ​ນິນ, ກຸ່ມ​ວິ​ຊາເສດ​ຖະ​ສາດ​ການ​ເມືອງ​ມາກ-ເລ​ນິນ, ກຸ່ມ​ວິ​ຊາລັດ​ທິ​ສັງ​ຄົມ​ນິ​ຍົມ​ວິ​ທະ​ຍາ​, ການ​ເມືອງວິ​ທະ​ຍາ, ສັງ​ຄົມ​ສາດ, ແນວ​ຄິດ​ໄກ​ສອນ ພົມ​ວິ​ຫານ, ກຸ່ມ​ວິ​ຊາ​ພື້ນ​ຖານ​ການ​ຄຸ້ມ​ຄອງບໍ​ລິ​ຫານ​ລັດ, ທິດ​ສະ​ດີ​ລັດ ແລະກົດ​ໝາຍ, ເຕັກ​ນິກ​ບໍ​ລິ​ຫານ, ກຸ່ມ​ວິ​ຊາປະ​ຫວັດ​ສາດ​ພັກ ແລະ​ກໍ່​ສ້າງ​ພັກ ແລະ​ກຸ່ມ​ວິ​ຊາ​ພາ​ກ​ບັງ​ຄັບ. ໃຊ້​ເວ​ລ​າຮຽນ​ຕົວ​ຈິງ 487 ຊົ່ວ​ໂມງ, ຂຶ້ນ​ຫ້ອງ​ບັນ​ຍາຍ 204 ຊົ່ວ​ໂມງ, ສຳ​ມ​ະ​ນາ 77 ຊົ່ວ​ໂມງ, ແກ້​ຂໍ້​ຂ້ອງ​ໃຈ 42 ຊົ່ວໂມງ, ສອບ​ເສັງ​ປາກ​ເປົ່າ 28 ຊົ່ວ​ໂມງ​, ລາຍ​ງານ​ເພີ່ມ 28 ຊົ່ວ​ໂມງ, ​ທັດ​ສະ​ນະ​ສຶກ​ສາ​ທ້າຍ​ຊຸດ​ຮຽນ 7 ຊົ່ວ​ໂມງ​, ແນະ​ນຳ​ການ​ປ້ອງ​ກັນ​ບົດ​ປະ​ເມີນ​ຄວາມ​ຮັບ​ຮູ້​ຈົບ​ຂັ້ນ​ 3 ຊົ່ວ​ໂມງ, ປ້ອງ​ກັນ​ບົດ​ປະ​ເມີນ​ຄວາມ​ຮັບ​ຮູ້​ຈົບ​ຂັ້ນ​ຕົ້ນ 7 ຊົ່ວ​ໂມງ. ໃນ​ຊຸດ​ຮ​ຽນ​ນີ້ ໄດ້​ນຳໃຊ້ອາ​ຈານ​ສິດ​ສອນ​ທັງ​ໝົດ​ ຈຳ​ນວນ 23 ທ່ານ, ຍິງ 4 ທ່ານ.

ການ​ປະ​ເມີນ​ຜົນ​ການ​ຮຽນ​ແບ່ງ​ອອກ​ເປັນ 2 ຮູບ​ການ ​ຄື: ສອບ​ເສັງ​​ຊຽນ, ສອບ​ເສັງ​ປາກ​ເປົ່າ ແລະ​ຂຽນ​ບົດ​ປ​ະ​ເມີນ​ຄວາມ​ຮັບ​ຮູ້​ຈົບ​ຂັ້ນ​ຕົ້ນ ປັດ​ຈຸບັນ​ແມ່ນ​ປ້ອງ​ກັນ​ສຳ​ເລັດ 100% ​ໃນ​ວັນ​ທີ 28 ພະ​ຈິກ 2025 ແລະການຮຽນ- ການ​ສອນ ​ແມ່ນ​ການ​ຂຶ້ນ​ຫ້ອງ​ຮັບ​ຟັງ​ການ​ບັນ​ຍາຍ​ເນື້ອ​ໃນ​ບົດ​ຮຽນ ​ຈາກ​ຄູ-ອາ​ຈານ​ເປັນ​ຫຼັກ. ນອກ​ຈາກນັ້ນ ​ກໍ​ໄດ້​ປະ​ຕິ​ບັດ​ຕາມ​ຂອດ​ຮຽນ​ອື່ນໆ ​ເຊັ່ນ: ການ​ກຽມ​ສຳ​ມະ​ນາດ້ວຍ​ຕົນ​ເອງ ຫຼື​ ແບ່ງ​ເປັນ​ໜ່ວຍ​ຄົ້ນ​ຄວ້າ; ການ​ສຳ​ມະ​ນາ​ເປັນ​ຈຸ ຫຼື​ ສຳ​ມະ​ນາ​ລວມ​ຫ້ອງ, ການ​ທວນ​ຄືນ, ການ​ແກ້​ຂໍ້​ຂ້ອງ​ໃຈ, ການກວດ​ກາ ແລະ​ສອບ​ເສັງ​ຈົບ​ວິ​ຊາ, ການ​ເຄື່ອນ​ໄຫວ​ກິດ​ຈະ​ກຳ, ການ​ໄປ​ທັດ​ສະ​ນະ​ສຶກ​ສາ ແລະ​ຂຽນ​ບົດ​ປະ​ເມີນ​ຄວາມ​ຮັບ​ຮູ້​ຈົບ​ຂັ້ນ.

ສຳ​ລັບ​ອາ​ຈານ​ສອນ​ ແມ່ນ​ນຳໃຊ້​ອາ​ຈານປະ​ຈຳ​ຢູ່​ໂຮງ​ຮຽນ​ການ​ເມືອງ ແລະ​ການ​ປົກ​ຄອງ​ແຂວງ ​ເປັນ​ຕົ້ນ​ຕໍ ມີ​ຈຳ​ນວນ​ຊົ່ວ​ໂມງ​ສອນ 459 ຊົ່ວ​ໂມງ ກວມ​ເອົາ 94% ຂອງ​ຊົ່ວ​ໂມງ​ທັງ​ໝົດ.

ມີ​ອາ​ຈານ​ຮັບ​ເຊີນ​ຈາກ​ຄະ​ນະ​ປະ​ຈຳ​ພັກ​ແຂວງ, ບັນ​ດາ​ພະ​ແນກ​ການ​ແຂວງ ​ຊຶ່ງ​ມີ​ຊົ່ວ​ໂມງ​ສອນ 28 ຊົວ​ໂມງກວມ​ເອົາ 6% ຂອງ​ຊົວ​ໂມງ​ທັງ​ໝົດ. ສິ່ງ​ທີ່​ເປັນ​ໄມ້​ຫຼາ​ວັດ​ແທກ​ຜົນ​ສຳ​ເລັດ ​ຂອງ​ຊຸດ​ຮຽນ​ທິດ​ສະ​ດີ​ການ​ເມືອງ​ ຂັ້ນ​ຕົ້ນ​ ຄະ​ແນນ​ສອບ​ເສັງ 11 ວິ​ຊາ ສາ​ມາດ​ສະ​ເລ່ຍ ​ແລະ​ຈັດ​ປະ​ເພດ​ໄດ້​ ຄື: ເກຼດ A ຄະ​ແນນ​ສະ​ເລ່ຍ 4,0 ມີ 30 ສະ​ຫາຍ, ຍິງ 11 ສະ​ຫາຍ ​ເທົ່າ​ກັບ 64%; ເກຼດ B+ ຄະ​ແນນ​ສະ​ເລ່ຍ 3,5 ມີ 17 ສະ​ຫາຍ, ຍິງ​ 8 ສະ​ຫາຍ, ກວມ​ເອົາ 36%. ຕະ​ຫຼອດ​ໄລ​ຍະ​ການ​ສຶກ​ສາ​ຮ່ຳ​ຮຽນ​ມີ​ນັກ​ສືກ​ສາ​ຮຽນ​ດີ​ມີ​ວິ​ໄນ ​ໄດ້​ຕາມ​ມາດ​ຖານ​ທີ​່ໂຮຽ​ຮຽນ​ກຳ​ນົດ​ໄວ້​ໄດ້​ຮັບ​ຍ້ອງ​ຍໍ​ຈາກ​ທ່ານ​ເຈົ້າ​ແຂວງ​ ຈຳ​ນວນ 13 ສະ​ຫາຍ, ​ຍິງ 5 ສະ​ຫາຍ ແລະ​ໄດ້​ຮັບ​ຊົມ​ເຊີຍ​ຈາກ​ທ່ານ​ເຈົ້າ​ແຂວງ​ຈຳ​ນວນ 10 ສ​ະ​ຫາຍ, ​ຍິງ 3 ສ​ະຫາຍ ຊຶ່ງໃຫ້​ກຽດ​ມອບ​ໃບ​ຍ້ອງ​ຍໍ ໂດຍ​ແມ່ນ​ທ່ານ ປະ​ລິນ​ຍາ​ເອກ ສີ​ສອນ​ພັນ ​ບຸນ​ສີ ຮອງ​ເລ​ຂາ​ພັກ​ແຂວງ, ຜູ້​ຊີ້​ນຳ​ວຽກ​ງານ​ການ​ເມືອງ-ແນວ​ຄິດ, ວຽກພັກ-ພະ​ນັກ​ງານ ແລະ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ແລະ​ໃຫ້​ກຽດ​ມອບ​ໃບ​ຊົມ​ເຊີຍ​ ໂດຍ​ແມ່ນ​ທ່ານ ປະ​ລິນ​ຍາ​ເອກ ນາງ ໄມ​ພອນ ເຮີ.                      

ຜົນ​ໄດ້​ຮັບ ຂອງ​ຊຸດ​ຮຽນໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ແຜນ​ໂຄງ​ການ​ຫຼັກ​ສູດ​ການ​ຮຽນ​-ການສອນ​ສຳ​ເລັດ​ຕາມ​ແຜນ​ການ​ທີ​ໄດ​້ກຳ​ນົດ​ໄວ້. ຜ່ານ​ການ​ປະ​ເມີນການຮຽນ ຂອງ​ນັກ​ສຶກ​ສາ ສາ​ມາດ​ຮຽນ​ຮູ້ ​ແລະ​ກຳ​ໄດ້​ດ້ານ​ທິດ​ສະ​ດີ, ສົມ​ທຽບ​ໃສ່​ພຶດ​ຕິ​ກຳ​ຕົວ​ຈິງ​​. ນອກ​ຈາກ​ຮຽນ​ພາກ​ທິດ​ສະ​ດີ​ໃນ​ຫ້ອງ​ຮຽນ​ແລ້ວ ນັກ​ສຶກ​ສາ​ຍັງ​ໄດ້​ໄປ​ທັດ​ສະ​ນະ​ສຶກ​ສາ​ຊອກ​ຮູ້​ກັບ​ພຶດ​ຕິ​ກຳ​ຕົວ​ຈິງ​ຢ້ຽມຢາມກອງ​ພັນ 609 ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ.

ໃນ​ຕອນ​ທ້າຍ​ ຂອງ​ພິ​ທີ​ປິດ​ຊຸດ​ຮຽນ​ນີ້ ​ທ່ານ​ປະ​ທານ​ກໍ​ໄດ້​ມີ​ຄຳ​ເຫັນ​​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ​ຂ້າ​ພະ​ເຈົ້າ​ກໍ​ໄດ້ເອົາ​ໃຈ​ໃສ່​ຕິດ​ຕາມ​ການ​ຈັດ​ຕັ້ງ​ການຮຽນ-ການ​ສອນ​ ແ​ລະ​ການ​ເຄືອນ​ໄຫວ ຂອງ​ຊຸດ​ຮຽນ​ຊຸດ​ນີ້ ເປັນ​ແຕ່​ລະ​ໄລ​ຍະ ແລະ​ຜ່ານ​ການ​ຕິດ​ຕາມ​ຮັບ​ຟັງ​ການ​ສະ​ຫຼຸບ​ການ​ຈັດ​ຕັ້ງ-ຄຸ້ມ​ຄອງ​ຊຸດ​ຮຽນ​ ຂອງ​ພວກ​ສະ​ຫາຍ​ທີ​່ໄດ້​ຜ່ານ​ມາ​ນັ້ນ ​ກໍ​ເຫັນ​ໄດ້​ວ່າ: ຄະ​ນະ​ພັກ-ຄະ​ນະ​ນຳ​ໂຮງ​ຮຽນ​ ພ້ອມ​ກັບ​ພະ​ນັກ​ງານ​ຄູ​ອາ​ຈານ ແລະ​ນັກ​ສືກ​ສາ​ ກໍ​ໄດ້​ເອົາ​ໃຈ​ໄສ່​ປະ​ຕິ​ບັດ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຄຸ້ມ​ຄອງ​​ຊຸດ​ຮຽນ​ຕາມ​ໂຄງ​ການ​ຫຼັກ​ສູດ​ທີ່​ສະ​ຖາ​ບັນການເມືອງ ແລະ ການປົກ​ຄອງ​ແຫ່ງ​ຊາດ​ ໄດ້​ກຳ​ໄວ້​ຢ່າງ​ມີ​ຜົນ​ສຳ​ເລັດ​ດີ​ພໍ​ສົມ​ຄວນ ​ເປັນ​ຖັນ​ແຖວ​ຄູ-​ອາ​ຈານ ​ກໍໄດ້​ຕັ້ງ​ໜ້າ​ຄົ້ນ​ຄວ້າ​ສິດ​ສອນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ ປະ​ຕິ​ບັດ​ທຸກ​ຂັ້ນ​ຕອນ​ບັນ​ດາ​ຂອດ​ຮຽນ​ຕາມ​ໂຄງ​ການ​ຫຼັກ​ສູດ​ທີ່​ກຳ​ນົດ​ໄວ​ຢ່າງ​ຄົບ​ຖ້ວນ, ​ນັກ​ສຶກ​ສາ​ກໍໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮຽນ-ການ​ສອນ​ຢ່າງ​ເປັນ​ປົກ​ກະ​ຕິ​, ຕັ້ງ​ໜ້າ​ປະ​ຕິ​ບັດ​ລະ​ບຽບ ຂອງ​ໂຮງ​ຮຽນ ​ລ​ະບຽບການ​ຄຸ້ມ​ຄອງ​ຊຸດ​ຮຽນ; ນອກ​ຈາກ​ນີ້ ​ນັກ​ສຶກ​ສາ​ຍັງ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ພື້ນ​ຖານ​ໂຄງ​ລ່າງ​ ຂອງ​ໂຮງ​ຮຽນ​ໃຫ້​ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​, ສະ​ຫຼະ​ເຫື່ອ​ແຮງ​ທືນ​ຮອນ​ສ່ວນ​ຕົວ ​ຂອງ​ຕົນ​ເອງ ​ເພື່ອ​ຊ່ວຍ​ເຫຼືອ​ດ້ານ​ວັດ​ຖຸ​ອຸ​ປະກອນ​ການ​ຮຽນ-ການ​ສອນ ແລະ​ການ​ເຄື່ອນ​ໄຫວ​ວຽກ​ງານ​ກິດ​ຈະ​ກຳ​ ຂອ​ງ​ໂຮງ​ຮຽນ​ໃຫ້​ມີ​ຄວາມ​ສະ​ດວກ ແລະ​ຂໍ​ເອົາ​ໂອ​ກາດ​ນີ້ ​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ສະຫາຍ ​ພະ​ນັກ​ງານ​ ຄູ-​ອາ​ຈານ​, ​ນັກ​ສຶກ​ສາ ແລະ​ການ​ຈັດ​ຕັ້ງ​ທຸກ​ພາກ​ສ່ວນ ​ທີ່​ໄດ້​ໃຫ້​ຄວາມ​ຮ່ວມ​ມື​ເຮັດ​ໃຫ້​ຊຸດ​ຮຽນ​ຊຸດ​ນີ້​ມີ​ຜົນ​ສຳ​ເລັດ​ໄປ​ດ້ວຍ​ດີ ​ຕາມ​ໂຄງ​ການ​ຫຼັກ​ສູດ​ທີ່​ໄດ້​ກຳ​ນົດ​ໄວ້.

ພາບ/ຂ່າວ: ປ​ຕ ວັດ​ທະ​ນາ ພັນ​ລັກ

ບັນ​ນາ​ທິ​ການ: ປ​ທ ວຽງ​ສະ​ຫວັນ​ ຈັນ​ທະ​ວິ​ໄຊ

ຂ່າວອື່ນໆ