ຂ່າວຫຼ້າສຸດ

ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ”

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຍົກສູງຄວາມຮູ້ຄວາມສາມາດ ໃນການນຳໃຊ້ ອຸປະກອນແລະ ໂປຼແກຼມກອງປະຊຸມທາງໄກ, ໂປຼແກຼມຄຸ້ມຄອງຊັບສິນ ແລະໂປຼແກຼມຄຸ້ມຄອງເອກະສານຂາເຂົ້າ-ອອກ ໃຫ້ແກ່ພະນັກງານ-ຄູອາຈານ

ການເຝິກອົບຮົມການນໍາໃຊ້ອຸປະກອນ ແລະໂປຼແກຼມກອງປະຊຸມທາງໄກ, ໂປຼແກຼມຄຸ້ມຄອງຊັບສິນ ແລະໂປຼແກຼມຄຸ້ມຄອງເອກະສານຂາເຂົ້າ-ອອກ ແມ່ນເປັນການຮ່ວມມື ລະຫວ່າງ ຫ້ອງການສະ​ຖາ​ບັນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຫ່ງ​ຊາດ ​ແລະກົມດິຈິຕ໋ອນ ກະຊວງເຕັກໂນໂລຊີ ແລະການສື່ສານ, ໂດຍຜ່ານການເຫັນດີຈາກຄະນະພັກ-ຄະນະນຳຂອງສະຖາບັນ ໃຫ້ມີ​ການຈັດ​ຕັ້ງ​​ເຝິກອົບຮົມ​​ໃຫ້​ແກ່ພະນັກງານ, ຄູ-ອາຈານພາຍ​ໃນ​ ສມປຊ. ພິທີດັ່ງກ່າວ, ຈັດເຝິກອົບຮົມເປັນເວລາ 4 ວັນ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດໃນວັນ​ທີ 29 ມີນາ ຫາ 1 ເມສາ 2021, ມີສຳມະນາກອນເຂົ້າຮ່ວມ 3 ໂປຼແກຼມຄື: ໂປຼແກຼມກອງປະຊຸມທາງໄກ…

ທະນາຄານແຫ່ງສປປລາວ ສາຂາພາກເໜືອ ແຂວງຊຽງຂວາງ ລົງເຜີຍແຜ່ກົດໝາຍ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ

ໃນວັນທີ 24 ມີນາ 2021 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຈັດກອງປະຊຸມເຜີແຜ່ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ກຽດເປັນປະທານຂອງສະຫາຍ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີທ່ານ ເພັດສະລາດ ວົງພະຈັນ ຮອງຫົວໜ້າທະນາຄານແຫ່ງ ສປປລາວ ສາຂາພາກເໜືອ ແຂວງຊຽງຂວາງ, ມີພະນັກງານ-ຄູອາຈານ, ແລະນັກສຶກສາຮຸ່ນທີ XVII ເຂົ້າຮວ່ມ. ໃນພິທີດັ່ງກ່າວ ທ່ານ ວຽງວິໄລ ສຸດທິຈັກ ຫົວໜ້າຂະແໜງເສດຖະກິດ…

ກົມຄຸ້ມຄອງການຮຽນ-ການສອນ ສມປຊ ຕ້ອນຮັບ 2 ພາກສ່ວນມາພົບປະແລກປ່ຽນບົດຮຽນ

ວັນທີ 19 ມີນາ ຢູ່ທີ່ສະຖບັນການເມືອງ ແລະ ການປົກຄອງແຫ່ງຊາດ,​ ກົມຄຸ້ມຄອງການຮຽນ-ການສອນ ໄດ້ໃຫ້ການຕ້ອນຮັບການມາຢ້ຽມຢາມຂອງກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ, ເຊິ່ງນໍາພາຄະນະໂດຍ ທ່ານ ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍຄະນະ 20 ກວ່າທ່ານ ແລະໃນວັນທີ 23 ມີນາ ໄດ້ຕອນຮັບຄະນະນັກສຶກສາ ທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ແຂວງໄຊສົມບູນ ຈໍານວນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມອບບັດສະມາຊິກພັກສົມບູນ ແລະ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

           ໃນວັນທີ 22 ມີນາ 2021 ເຊິ່ງເປັນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (22 ມີນາ 1955-22 ມີນາ 2021) ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາໂດຍ ສະຫາຍ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າ ສມປຊ ພ້ອມດ້ວຍ ຕາງໜ້າຄະນະກົມ, ຫ້ອງການ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ,…

ຂ່າວອື່ນໆ