ໃນວັນທີ 22 ມີນາ 2021 ເຊິ່ງເປັນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (22 ມີນາ 1955-22 ມີນາ 2021) ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາໂດຍ ສະຫາຍ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າ ສມປຊ ພ້ອມດ້ວຍ ຕາງໜ້າຄະນະກົມ, ຫ້ອງການ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະຄະນະໜ່ວຍພັກຮາກຖານ ນັກສຶກສາ ໄດ້ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ເພື່ອເປັນການສະແດງເຖິງຄວາມ ເຄົາລົບຮັກ ຄວາມກະຕັນຍູ, ຮູ້ບຸນຄຸນ ແລະຄຸນງາມຄວາມດີ ຂອງບັນພະບູລຸດລາວ ກໍຄື ຂອງພັກປະຊາຊົນ ປະຕິວັດລາວ ໃນເມື່ອກ່ອນ ເຊິ່ງຄຸນງາມ ຄວາມດີ ແລະຜົນງານໃຫຍ່ຫຼວງດັ່ງກ່າວ ແມ່ນໄດ້ຖືກຈາລຶກໄວ້ໃນປະຫວັດສາດ ແລະ ຊີວິດຈິດໃຈຂອງທົ່ວພັກທົ່ວລັດກໍຄືທົ່ວປວງຊົນລາວທັງຊາດຕະຫຼອດກາລະນານ.

           ໃນວັນດຽວກັນ, ໄດ້ມີພິທີມອບບັດສະມາຊິກພັກສົມບູນ ແລະໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ຊຶ່ງໃຫ້ກຽດເປັນປະທານຂອງ ສະຫາຍ ປທ ນ. ໃບຊ່ຽນ ມູນຕີວົງ ຄະນະປະຈຳພັກ ສມປຊ, ຫົວໜ້າກົມຈັດຕັ້ງ-ພະນັກງານ. ໃນພິທີ ສະຫາຍ ປທ ນ. ພອນໄຊ ລາດຊະວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານມະຕິຕົກລົງຂອງອົງຄະນະພັກ ສມປຊ ສະບັບເລກທີ 089/ອຄພ-ສມປຊ ລົງວັນທີ 23 ກຸມພາ 2021 ວ່າດ້ວຍມອບບັດສະມາຊິກພັກສົມບູນ ຄັ້ງທີ XIV ຈຳນວນ 46 ສະຫາຍ, ຍິງ13 ສະຫາຍ. ບັດສະມາຊິກພັກສົມບູນ ແມ່ນເອກະສານໜຶ່ງທີ່ຢັ້ງຢືນຖານະ ສະມາຊິກພັກ ຜູ້ທີ່ດີເດັ່ນ ໄດ້ສຳເລັດ, ເຮັດຫຼ້ອນໜ້າທີ່ການເມືອງ, ມີຄຸນງາມຄວາມດີ, ມີຄຸນສົມບັດ ສິນທຳປະຕິວັດ ແລະ ມີຄວາມບໍລິສຸດສັດຊື່ຕໍ່ຊາດ, ຕໍ່ປະຊົນ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກຢ່າງແທ້ຈິງ ແລະເພື່ອເປັນການຍ້ອງຍໍສັນລະເສີນ ຜົນງານທີ່ໄດ້ປະກອບສ່ວນເຂົ້າໃນ ວຽກງານຂອງພັກຢ່າງສະເໝີຕົ້ນສະເໝີປາຍ.

           ພ້ອມກັນນັ້ນ, ໃນພິທີຍັງໄດ້ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ເຊິ່ງມີ 3 ໜ່ວຍພັກຮາກຖານ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະເພດແຂງຄື: ໜ່ວຍພັກຮາກຖານກົມຈັດຕັ້ງ-ພະນັກງານ-ກົມກວດກາ, ໜ່ວຍພັກຮາກຖານ ເສດຖະສາດການເມືອງ-ລັດທິສັງຄົມນິຍົມວິທະຍາສາດ ແລະໜ່ວຍພັກຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະມີ 7 ໜ່ວຍພັກຮາກທີ່ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະເພດກາງ. ໃນນີ້, ມີ 4 ໜ່ວຍພັກຮາກຖານຄູ-ອາຈານ ແລະມີ 3 ໜ່ວຍພັກຮາກຖານຂອງນັກສຶກສາ.

           ກອງ​ປະ​ຊຸມ​ຄັ້ງນີ້ຍັງ​​ໄດ້​ຮັບ​ຟັງການ​ໂອ້ລົມ​ຂອງສະຫາຍ ປທ ນ. ໃບຊ່ຽນ ມູນຕີ ຊຶ່ງ​​ໄດ້​ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາສະມາຊິກພັກ, ບັນດາໜ່ວຍພັກຮາກຖານ ທີ່ໄດ້ຮັບໃບບັດສະມາຊິກພັກ ແລະບັນດາໜ່ວຍພັກທີ່ໄດ້ຮັບການຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັນແໜ້ນ ແລະໄດ້ໃຫ້ທິດຊີ້ນຳໃຫ້​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ຕົນເພີ່ມທະວີການການນຳພາ​ດ້ານການເມືອງ-ແນວຄິດ ຕໍ່ສະມາຊິກພັກ-ພະນັກງານ, ເພີ່ມທະວີຄວາມສາມັກພາຍໃນໜ່ວຍພັກ ຍົກສູງຫຼັກການລວມສູນປະຊາທິປະໄຕ, ກໍ່ສ້າງຂະຫຍາຍສະມາຊິກພັກໃຫ້ໄດ້ຄຸນນະພາບ ແລະພ້ອມກັນຈັດຕັ້ງແຜນການກໍ່ສ້າງໜ່ວຍພັກໃຫ້ໄດ້ຮັບຜົນດີຂຶ້ນເລື່ອຍໆໃນຕໍ່ໜ້າ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ