ວັນທີ 19 ມີນາ ຢູ່ທີ່ສະຖບັນການເມືອງ ແລະ ການປົກຄອງແຫ່ງຊາດ,​ ກົມຄຸ້ມຄອງການຮຽນ-ການສອນ ໄດ້ໃຫ້ການຕ້ອນຮັບການມາຢ້ຽມຢາມຂອງກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ, ເຊິ່ງນໍາພາຄະນະໂດຍ ທ່ານ ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍຄະນະ 20 ກວ່າທ່ານ ແລະໃນວັນທີ 23 ມີນາ ໄດ້ຕອນຮັບຄະນະນັກສຶກສາ ທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ແຂວງໄຊສົມບູນ ຈໍານວນ 30 ກວ່າທ່ານ ເຊິ່ງນໍາພາໂດຍທ່ານ ປທ ຄົວຈັ້ງ ດຣາເຊັ້ງ ກໍາມະການພັກແຂວງ, ຫົວໜ້າໂຮງ ຮຽນການເມືອງ ແລະ ການປົກຄອງແຂວງໄຊສົມບູນ.

ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ

ທ່ານ ປອ ນ. ໄກສອນ ຈັນສີນາ ກຳມະການຄະນະພັກ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ແລະທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ໃຫ້ກຽດຕ້ອນຮັບ ທັງ 2 ຄະນະ, ເຊິ່ງທ່ານ ໄດ້ລາຍງານປະຫວັດຄວາມເປັນມາຂອງ ສມປຊ, ຫຼັກສູດການຮຽນ-ການສອນ ໃຫ້ທັງ 2 ພາກສ່ວນຮັບຮູ້ເຖິງພາລະບົດບົດ ແລະ ໜ້າທີ່ຂອງສະຖາບັນຕໍ່ການກໍ່ສ້າງ-ບຳລຸງຍົກລະດັບໃຫ້ພະນັກງານສະມາຊິກພັກ ທີ່ພວມດໍາລົງຕໍາແໜ່ງ ແລະກຽມດໍາລົງຕໍາແໜ່ງນຳພາ-ຄຸ້ມຄອງ ໃນທົ່ວລະບົບການຈັດຕັ້ງຂອງພັກ-ລັດທຸກລະດັບຂັ້ນ, ເຊິ່ງການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ໄດ້ມີແລກປ່ຽນຄໍາຄິດຄໍາເຫັນ ແລະໄດ້ເປີດກວ້າງ ປຶກສາຫາລືກ່ຽວກັບສະພາບການຈັດຕັ້ງປະຕິບັດໃນການກໍ່ສ້າງ-ບໍາລຸງພະນັກງານນໍາພາ-ຄຸ້ມຄອງຂອງພັກ-ລັດໃນແຕ່ລະໄລຍະ.

ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ

ໂອກາດດຽວກັນນັ້ນທັງ 2 ພາກສ່ວນພ້ອມດ້ວຍພະນັກງານ, ຄູ-ອາຈານ ສມປຊ ໄດ້ເຂົ້າຮ່ວມກິດຈະກໍາແຂ່ງຂັນກີລາເປຕັງສາມັກຄີຮ່ວມກັນເພື່ອຮັດແໜ້ນຄວາມສາມັກຄີ, ມິດຕະພາບໃຫ້ໜັກແໜ້ນກວ່າເກົ່າ.

ນັກສຶກສາ ທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ແຂວງໄຊສົມບູນ

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ