ການເຝິກອົບຮົມການນໍາໃຊ້ອຸປະກອນ ແລະໂປຼແກຼມກອງປະຊຸມທາງໄກ, ໂປຼແກຼມຄຸ້ມຄອງຊັບສິນ ແລະໂປຼແກຼມຄຸ້ມຄອງເອກະສານຂາເຂົ້າ-ອອກ ແມ່ນເປັນການຮ່ວມມື ລະຫວ່າງ ຫ້ອງການສະ​ຖາ​ບັນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຫ່ງ​ຊາດ ​ແລະກົມດິຈິຕ໋ອນ ກະຊວງເຕັກໂນໂລຊີ ແລະການສື່ສານ, ໂດຍຜ່ານການເຫັນດີຈາກຄະນະພັກ-ຄະນະນຳຂອງສະຖາບັນ ໃຫ້ມີ​ການຈັດ​ຕັ້ງ​​ເຝິກອົບຮົມ​​ໃຫ້​ແກ່ພະນັກງານ, ຄູ-ອາຈານພາຍ​ໃນ​ ສມປຊ.

ພິທີດັ່ງກ່າວ, ຈັດເຝິກອົບຮົມເປັນເວລາ 4 ວັນ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດໃນວັນ​ທີ 29 ມີນາ ຫາ 1 ເມສາ 2021, ມີສຳມະນາກອນເຂົ້າຮ່ວມ 3 ໂປຼແກຼມຄື: ໂປຼແກຼມກອງປະຊຸມທາງໄກ (ມີຈຳນວນ 32 ທ່ານ, ຍິງ 4 ທ່ານ), ໂປຼແກຼມຄຸ້ມຄອງເອກະສານແບບອອນລາຍ (ມີຈຳນວນ 33 ທ່ານ, ຍິງ 23 ທ່ານ) ແລະໂປຼແກຼມຄຸ້ມຄອງຊັບສິນແບບອອນລາຍ (ມີຈຳນວນ 27 ທ່ານ, ຍິງ 7 ທ່ານ) ໂດຍການເປັນປະທານໃນພິທີ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ກຳມະການຄະນະພັກ, ຫົວໜ້າຫ້ອງການ, ທ່ານ ປທ ຄົມວິກິດ ສິມມະລິວົງ ຮອງຫົວໜ້າຫ້ອງການ.

          ໃນພິທີ ທ່ານ ຄອນສະຫວັນ ແພງບຸບຜາ ຮອງຫົວໜ້າພະແນກຊັບສິນ ແລະໄອທີ ໄດ້ຂຶ້ນຜ່ານບົດສະຫຼຸບການເຝິກອົບຮົມ ເຊິ່ງເນື້ອໃນໄດ້ສ່ອງແສງໃຫ້ເຫັນວ່າ: ການ​​ຈັດ​ຕັ້ງ​​ເຝິກອົບຮົມໄດ້ມີການ​​ຕິດ​ຕາມ, ກວດກາ​ການ​​ເຄື່ອນ​ໄຫວ ​ ແລະຊຸກຍູ້ສົ່ງເສີມໃຫ້​ຜູ້​ເຂົ້າ​ເຝິກອົບຮົມ​ໄດ້ເຂົ້າຮຽນຢ່າງ​ເຕັມເມັດເຕັມໜ່ວຍເປັນແຕ່ລະໄລຍະ. ​ຜ່ານຂະ​ບວນການ​ດັ່ງກ່າວນັ້ນ ​ຈຶ່ງ​ໄດ້​ຊ່ວຍໃຫ້ຜູ້​ເຂົ້າ​ເຝິກອົບຮົມ​ສ່ວນ​ຫຼາຍມີ​ແນວ​ຄິດ​ອຸ່ນ​ອ່ຽນ, ທຸ່ນທ່ຽງ, ​ເຊື່ອ​ໝັ້ນ​ຕໍ່​ການ​ຈັດ​ຕັ້ງ​ເປັນ​ຢ່າງ​ດີ, ​​ບຸກບືນ​ຮໍ່າຮຽນ ​ແລະ​ແລກປ່ຽນ​ຄວາມ​ຮູ້​, ປະສົບ​ການຢ່າງ​ກົງ​ໄປ​ກົງ​ມາ, ​ ທາງດ້ານວິທະຍາກອນກໍ່ໄດ້​ມີ​ການແນະນຳໃຫ້ຮູ້ກ່ຽວກັບໂປຼແກຼມ ແລະຂັ້ນຕອນການຕິດຕັ້ງແບບລະອຽດ, ອະທິບາຍຢ່າງລະອຽດກ່ຽວກັບຂັ້ນຕອນ ແລະວິທີການນຳໃຊ້ ພ້ອມທັງໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄຳຄິດເຫັນບາງບັນຫາ, ວິທີການຄຸ້ມຄອງ ແລະແກ້ໄຂໂປຼແກຼມຂັ້ນພື້ນຖານ. ສໍາລັບສຳມະນາກອນ​ຈຳນວນ​ຫຼາຍ​ແມ່ນ​ມີ​ຄວາມ​ຮັບຜິດຊອບ​ສູງ​ທີ່​ໄດ້​ຮັບ​ການມອບ​ໝາຍ​ຈາກຂັ້ນ​ເທິງ, ມີ​ຄວາມ​ດຸ​ໜັ່ນຂະຫຍັນ​ແທ້, ​ເອົາ​ໃຈ​ໃສ່​ຕັ້ງ​ໃຈ​ຮໍ່າຮຽນ ​ແລະກ້າສະ​ແດງ​ອອກພ້ອມ​ທັງ​ແລກ ປ່ຽນບົດຮຽນ​ໄປ​ນຳ.

          ເພື່ອເຮັດໃຫ້ຊຸດຝຶກອົບຮົມດັ່ງກ່າວນີ້ມີຜົນສຳເລັດຢ່າງມີປະສິດທິພາບ ແລະປະສິດທິຜົນສູງ, ຄະນະຫ້ອງການ ສມປຊ ໃນນາມເປັນຜູ້ຈັດຕັ້ງ ແລະຕິດຕາມ ໄດ້ເນັ້ນໜັກຜູ້ທີ່ສຳເລັດການເຝິກອົບຮົມພາຍໃນສະຖາບັນຈົ່ງນໍາເອົາຄວາມຮູ້ຄວາມສາມາດທີ່ໄດ້ຈາກການເຝິກອົບຮົມ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ໜ້າວຽກງານໃຫ້ມີຜົນສຳເລັດ ແລະປະສິດທິຜົນສູງ.

ຂ່າວ: ​ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ