ໃນ​ຕອນ​ເຊົ້າ​ ຂອງວັນ​ທີ 17 ທັນ​ວາ ​2025 ນີ້ ​ຢູ່​ທີ່ໂຮງ​ຮຽນ​ການ​ເມືອງ ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ​ ໄດ້​ຕອນ​ຮັບ​ ສະ​ຫາຍ ຫງວຽນ ມິງ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມ ແຫ່ງ​ ສ​ສ ​ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະ ທີ​ເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ​ການ​ປົກ​ຄອງ​ແຂວງ​ໄຊ​ຍະ​​ບູ​ລີ ໂດຍ​ໃຫ້​ກຽດ​ຕ້ອນ​ຮັບ ໂດຍ ​ທ່ານ ເພັງ​ນິ​ລັນ ຄຳ​ພັນ​ເພັງ ເລ​ຂາຄະ​ນະ​ບໍ​ລິ​ຫານ​ງານ​ພັກແຂວງ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ ​ແຂວງໄຊຍະບູລີ ໃນ​ພິ​ທີ​ຕ້ອນ​ຮັບ​ນີ້​ໄດ້​ຈັດ​ຂຶ້ນ​ທີ່​ຫ້ອງ​ປະ​ຊຸມ​ນ້ອຍ ​ຂອງ​ໂຮງ​ຮຽນທິດ​ສະ​ດີ​ການ​ເມືອງ ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ.

ໃນ​ພິ​ທີ​ດັງ​ກ່າວ​ ທ່ານ ປ​ທ ນຸດ​ຈິ​ລາ ພົນ​ຈະ​ເລີນ ຫົວ​ໜ້າ​ໂຮງ​ຮຽນ​ການ​ເມືອງ ແລະ​ ການ​ປົກ​ຄອງ​ແຂວງ ​ກໍ​ໄດ້ລາຍ​ງານ​ສະ​ພາບ​ການ​ ຂອງ​ໂຮງ​ຮຽນ ​ຕໍ່​ສະ​ຫາຍ ຫງວຽນ ມິງ ເຕິມ ວ່າ: ​ໂຮງ​ຮຽນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຂວງ ໃນ​ເມື່ອ​ກ່ອນ​ແມ່ນ​ຂຶ້ນ​ກັບ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ. ໂດຍ​ປະ​ຕິ​ບັດ​ຕາມ​ມະ​ຕິ​ຕົກ​ລົງ ຂອງ​ກົມ​ການ​ເມືອງ ສູນ​ກາງ​ພັກ​ສະ​ບັບ​ເລກ​ທີ 65/ກມ​ສ​ພ, ລົງ​ວັນ​ທີ 21 ກໍ​ລະ​ກົດ 2003 ວ່າ​ດ້ວຍ​ການ​ໂອນ​ຄວາມ​ຮັບ​ຜິດ​ຊອບ ແລະ​ການ​ຊີ້​ນຳ​ບັນ​ດາ​ໂຮງ​ຮຽນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຂວງ, ນະ​ຄອນ​ຫຼວງ​ໃນ​ທົ່ວ​ປະ​ເທດ ຂຶ້ນ​ກັບ​ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຫ່ງ​ຊາດ ໃນ​ການ​ນຳ​ພາ-ຊີ້​ນຳ​ດ້ານ​ວິ​ຊາ​ການ, ສ່ວນ​ທາງ​ດ້ານ​ຊີ​ວິດ​ການ​ເມືອງ ​ແມ່ນ​ຂຶ້ນ​ກັບ​ແຂວງ.

ໃນ​ວັນ​ທີ 16 ມັງ​ກອນ 2002 ໃນ​ໂອ​ກາດ ສະ​ຫາຍ ນົງ​ ດຶກ ​ແມັງ ເລ​ຂາ​ທິ​ການ​ໃຫຍ່ ພັກ​ກອມ​ມູ​ນິດຫວຽດ​ນາມ​ ທີ່​ມາ​ຢ້ຽມ​ຢາມ ແລະ​ເຮັດ​ວຽ​ກ ​ຢູ່​ແຂວງ​ໄຊ​ຍະ​ບູ​ລີ ແລະ​ໄດ້​ຕົກ​ລົງ​ຊ່ວຍ​ສ້​າງ​ໂຮງ​ຮຽນ​ການ​ເມືອງ​ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູລີ ໃນ​ມູນ​ຄ່າ 10 ຕື້​ດົງ ໂດຍມອບ​ໃຫ້​ທະ​ຫານ​ເຂດ 4 ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ສ ຫວຽດ​ນາມ ເປັນ​ຜູ້​ຮັບ​ຜິດ​ຊອບ ໃນ​ການ​ສຳ​ຫຼວດ​ອອກ​ແບບ ແລະ​ລົງ​ມື​ກໍ່​ສ້າງ ໃນ​ໄລ​ຍະ​ເວ​ລາການ​ກໍ່​ສ້າງ 6 ເດືອນ​ໂດຍ​ເລີ່ມ​ແຕ່ (ວັນ​ທີ 22 ພະ​ຈິກ 2002 ຫ​າ​ວັນ​ທີ 19 ພຶດ​ສະ​ພາ 2003 ) ແລະ​ມອບ​ໃຫ້​ອຳ​ນາດ​ການ​ປົກ​ຄອງແຂວງ​ໄຊ​ຍະ​ບູ​ລີ ຢ່າງເປັນ​ທາງ​ການ).

ສະ​ພາບ​ລວມ​ດ້ານ​ການ​ຈັດ​ຕັ້ງ ແລະ​ບຸກ​ຄະ​ລາ​ກອນ​ ຂອງໂຮງ​ຮຽນ​ການ​ເມືອງ ແລະ ການ​ປົກ​ຄອງ ແຂວງໄຊຍະບູລິີ ​ມີ​ຄະ​ນະ​ອຳ​ນວຍ​ການ​ຈຳ​ນວນ 5 ສະ​ຫາຍ, ຍິງ 2 ສະ​ຫາຍ; ມີ​ພະ​ນັກ​ງານ-ລັດ​ຖະ​ກອນ ​ທັງ​ໝົດ 24 ສະ​ຫາຍ, ຍິິງ 9 ສະ​ຫ​າຍ, ໃນ​ນີ້​ເປັນ​ຄູ​ສອນ 16 ສະ​ຫາຍ, ຍິງ 5 ສະ​ຫາຍ; ມີ​ລະ​ດັບ​ວິ​ຊາ​ສະ​ເພາະ ປະ​ລິນ​ຍາ​ເອກ 1 ສະ​ຫາຍ, ​ຍິງ 1 ສະ​ຫາຍ, ປະ​ລິນ​ຍາ​ໂທ 10 ສະ​ຫາຍ, ຍິງ 2 ສະ​ຫາຍ, ປະ​ລິນ​ຍາ​ຕີ​ມີ 8 ສະ​ຫາຍ, ​ຍິງ 3 ສະ​ຫາຍ, ຊັ້ນ​ສູງ​ 5 ສະ​ຫາຍ, ຍິງ 3 ສະ​ຫາຍ; ມີ​ລະ​ດັບ​ທິດ​ສະ​ດີ​ການ​ເມືອງ ​ຂັ້ນ​ສູງ 14 ສະ​ຫາຍ, ຍິງ 4 ສະ​ຫາຍ, ຂັ້ນ​ກາງ 5 ສະ​ຫາຍ, ຍິງ 3 ສະ​ຫາຍ, ຂັ້ນ​ຕົ້ນ​ມີ 1 ສະ​ຫາຍ, ປະ​ກອບ​ມີ 4 ຂະ​ແໜງ​ການ ​ຄື: ຂະ​ແໜງ​ຈັດ​ຕັ້ງ-ພະ​ນັກ​ງານ ແລະ​ຄຸ້ມ​ຄອງ​ບໍ​ລິ​ຫານ, ຂະ​ແໜງ​ຄຸ້ມ​ຄອງ​ການ​ຮຽນ​-ການ​ສອນ, ຂະ​ແໜງວິ​ຊາ​ການ ແລະຂະ​ແໜງ​ຂໍ້​ມູນ​ຂ່າວສານ.

ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ ຂອງໂຮງ​ຮຽນ​ການ​ເມືອງ ແລະ​ການ​ປົກ​ຄອງ ແຂວງ​ໄຊ​ຍະ​ບູ​ລີ​ ມິ​ຕຶກ​ອາ​ຄານ​ຈຳ​ນວນ 1 ຫຼັງ, ປະ​ກອບ​ມີ 21 ຫ້ອງ, ໃນ​ນັ້ນ​ມີ 4 ຫ້ອງ​ຮຽນ (ສາ​ມາດ​ຮອງ​ຮັບ​ນັກ​ສຶກ​ສາ​ໄດ້​ຫ້ອງ​ລະ 50 ຄົນ) ມີ 1 ຫ້ອງ​ສະ​ໝຸດ, ມີ 1 ຫ້ອງ​ປະ​ຊຸມ (ສາ​ມາດ​ຮອງ​ຮັບ​ຈຳ​ນວນ​ພົນ​ໄດ້ 50 ຄົນ) ແລະ​ມີ 15 ຫ້ອງ​ເຮັດ​ວຽກ. ສຳ​ລັບ​ຫໍ​ພັກ ແລະ​ຫ້ອງ​ອາ​ຫານນັກ​ສຶກ​ສາ ແມ່ນ​ຍັງ​ບໍ່​ທັນ​ມີ​ເປັນຂອງ​ຕົນ​ເອງ ເຊິ່ງ​ໄດ້​ນຳ​ໃຊ້​ຫໍ​ພັກ ແລະ​ຫ້ອງ​ອາ​ຫານ ​ຂອງ​ແຂວງ.

ຜົນ​ງານ​ການ​ເຄື່ອນ​ໄຫວວຽກ​ງານ ​ນັບ​ແຕ່​ປີ 2003 ມາເຖິງ​ປະ​​ຈຸ​ບັນ ໂຮງ​ຮຽນ​ການ​ເມືອງ ແລະ​ການ​ປົກ​ຄອງ​ແຂວງ ກໍ​ໄດ້​ນຳ​ໃຊ້​ຕຶກ​ອາ​ຄານ​ດັ່ງ​ກ່າວ​ນີ້ ​ເຂົ້​າ​ໃນ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຕາມ​ພາ​ລະ​ບົດ​ບາດ,ສິດ, ໜ້າ​ທີ ຂອງ​ຕົນ​ໃນ​ການ​ກໍ່​ສ້າງ-ບຳ​ລຸງ​ທາງ​ດ້ານ​ທິດ​ສະ​ດີ​ການ​ເມືອງ ​ໃຫ້​ແກ່​ພະ​ນັກ​ງານ​ນຳ​ພາ-ຄຸ້ມ​ຄອງ, ພະ​ນັກ​ງານ​ຫຼັກ​ແຫຼ່ງ ຂອງ​ແຂວງ, ຂອງ​ເມືອງ ​ຕະ​ຫຼອດ​ຮອດ​ຮາກ​ຖານ​ບ້ານ ໃນ​ຂອບ​ເຂດ​ທົ່ວ​ແຂວງ​ໄຊ​ຍະ​ບູ​ລີ ເຊິ່ງ​ໄດ້​ດຳ​ເນີນ​ຊຸດ​ຮຽນ​ລະ​ບົບ​ຕ່າງໆ​ດັ່ງ​ນີ້:

– ລະ​ບົບ​ຊັ້ນ​ກາງ (15 ເດືອນ): ໄດ້ 18 ຊຸດ ມີ​ຜູ້​ເຂົ້າ​ຮຽ​ນ​ທັງ​ໝົດ 932 ຄົນ​, ຍິງ 159 ຄົນ.

– ລະ​ບົບ​ຂັ້ນ​ກາງ (6 ເດືອນ): ໄດ້ 4 ຊຸດ​ ມີ​ຜູ້​ເຂົ້າ​ຮຽນ​ທັງ​ໝົດ 203 ຄົນ, ຍິງ 38 ຄົນ, ໃນ​ປັດຈຸ​ບັນ​ພວມ​ສືບ​ຕໍ່​ການ​ຮຽນ​-ການ​ສອນ ຮຸ່ນ​ທີ IV ມີ​ຜູ້​ເຂົ້າ​ຮຽນ 51 ຄົນ, ຍິງ 12 ຄົນ.

– ລະ​ບົບ​ຊັ້ນ​ຕົ້ນ (3 ເດືອນ) ໄດ້ 30 ຊຸດ ​ມີ​ຜູ້​ເຂົ້າ​ຮຽນ​ທັງ​ໝົດ 1.529 ຄົນ, ຍິງ 387 ຄົນ.

– ລະ​ບົ​ບ​ຂັ້ນ​ຕົ້ນ (3 ເດືອນ) ໄດ້ 6 ຊຸດ​ ມີ​ຜູ້​ເຂົ້າ​ຮຽນ​ທັງ​ຮຽນ​ທັງ 285 ຄົນ, ຍິງ 81 ຄົນ​.

– ລະ​ບົບ​ບຳ​ລຸງ 45 ວັນ ໄດ້ 9 ຊຸດ ມີ​ຜູ້​ເຂົ້າ​ຮຽນ​ທັງ​ໝົດ 464 ຄົນ, ຍິງ 167 ຄົນ.

– ລະ​ບົບ​ບຳ​ລຸງ 10 ວັນ​ໃຫ້​ເລ​ຂາ​ພັກ​ບ້ານ-ນາຍ​ບ້ານ​ ໄດ້ 15 ຊຸດ ​ມີ​ຜູ້​ເຂົ້າ​ຮຽນ​ທັງ​ໝົດ 490 ຄົນ, ຍິ​ງ 64 ຄົນ.

ໄປ​ຄຽງ​ຄູ່​ກັບ​ຜົນ​ງານ​ທີ່​ກ່າວ​ມາ​ຂ້າງ​ເທິງນັ້ນ ໂຮງ​ຮຽນ​ການ​ເມືອງ ແລະ​ການ​ປົກ​ຄອງ ​ແຂວງ​ໄຊຍະບູລີ ​ຍັງ​ພົບ​ຄວາມ​ຍຸ້ງ​ຍາກ​ຈຳ​ນວນ​ໜຶ່ງ​ເປັນ​ຕົ້ນ​ແມ່ນ:

  • ​ຫໍ​ພັກ​ ແລະ​ຫ້ອງ​ອາ​ຫານ​ນັກ​ສຶກ​ສາ ແມ່ນ​ຍັງ​ບໍ່​ທັນ​ມີ​ເປັນ​ຂອງ​ຕົນ​ເອງ ເຊິ່ງ​ໄດ້​ນຳ​ໃຊ້​ຫໍ​ພັກ ແລະ​ຫ້ອງ​ອາ​ຫານ​ ຂອງ​ແຂວງຢູ່.
  • ອຸ​ປະ​ກອນ​ຮັບ​ໃຊ້​ທີ່​ທັນ​ສະ​ໄໝ​ເຂົ້າໃນ​ວຽກ​ງານການ​ຮຽນ-ການ​ສອນ ​ຍັງ​ບໍ່​​ທັນພຽງ​ພໍ ໂດຍ​ສະ​ເພາະ​ແມ່ນ​ ຄອມ​ພິວ​ເຕີ, ໂປຼ​ເຈັກ​ເຕີ, ວິ​ດີ​ໂອ​ຄອນ​ເຟີ​ເຣັນ.
  • ລະ​ບົບ​ການ​ຄຸ້ມ​ຄອງ​ຫ້ອງ​ສະໝຸດ ​ຍັງ​ບໍ່​ສາ​ມາດ​ຕອບ​ສະ​ໜອງ​ໄດ້​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ, ພະ​ນັກ​ງານ​ທີ່​ຮັບ​ຜິດ​ຊອບ ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຝືກ​ອົບ​ຮົມ​ຢ່າງ​ເປັນ​ລະ​ບົບ.

ຂ່າວ/ພາບ: ປ​ຕ ວັດ​ທະ​ນາ ພັນ​ລັກ
ບັນ​ນາ​ທິ​ການ: ປ​ທ ວຽງ​ສະ​ຫວັນ ຈັນ​ທະ​ວິ​ໄຊ

ຂ່າວອື່ນໆ