ວັນທີ 29 ມັງກອນ 2021 ນີ້ ເວລາ 10:00 ໂມງ, ການນໍາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນ ເຂົ້າອວຍພອນ ການນໍາໂຮງຮງນທິດສະດີການເມືອງກອງທັບ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ (20/1/1949-20/1/2021) ເຊິ່ງນຳໂດຍ ທ່ານ ປທ ນາງ ໃບຊ່ຽນ ມູນຕີວົງ ຄະນະປະຈຳພັກ ສມປຊ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ມີຜູ້ຕາງໜ້າໃນຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ ແລະພະນັກງານ, ຄູ-ອາຈານ ເຂົ້າຮ່ວມ. ໂດຍການຕ້ອນຮັບການເຂົ້າອວຍພອນຄັ້ງນີ້ຂອງ ທ່ານ ພົຈ ປອ​ ຄຳຜາຍ​ ສະພັງເໜືອ ເລຂາຄະນະພັກ ຫົວໜ້າການເມືອງໂຮງຮງນທິດສະດີການເມືອງກອງທັບພ້ອມດ້ວຍຄະນະ.

ໂຮງຮງນທິດສະດີການເມືອງກອງທັບ

          ໃນເວລາ 14:00 ຂອງວັນດຽວກັນ ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າ ສມປຊ ພ້ອມດ້ວຍຄະນະ 3 ອົງການຈັດຕັ້ງມະຫາຊົນ ໄດ້ນຳເອົາກະຕ່າຂອງຂວັນອວຍພອນ ຄະນະນໍາວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຊຶ່ງໃຫ້ການຕ້ອນຮັບຂອງທ່ານ ພັອ ປອ​ ວິລະພັນ ດວງມະນີ ຮອງຫົວໜ້າການທະຫານ, ​ຫົວໜ້າກົມຄົ້ນຄວ້າວິທະຍາສາດການທະຫານ-​ການເມືອງ ພ້ອມດ້ວຍຄະນະ.

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

     ໃນໂອກາດນີ້, ຄະນະນໍາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນໍາເອົາຄໍາອວຍພອນ ແລະອາລົມຈິດແຫ່ງຄວາມເປັນຫ່ວງເປັນໄຍ ຂອງຄະນະພັກ,​ ຄະນະນໍາ, ພະນັກງານຄູ-ອາຈານ ທົ່ວ ສມປຊ ມາຍັງກໍາລັງປ້ອງກັນຊາດ ທີ່ເຮັດໜ້າທີ່ປ້ອງກັນເຂດນໍ້າແດນດິນທີ່ເປັນອານາເຂດອໍານາດອະທິປະໄຕຂອງຊາດ ໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນກໍາລັງປ້ອງກັນຊາດທີ່ເຮັດໜ້າທີ່ກໍ່ສ້າງ, ບໍາລຸງພະນັກງານໃນຖັນແຖວຂອງກອງທັບ ໃຫ້ມີພະລານາໄມທີ່ສົມບູນ,​ ມີສຸຂະພາບແຂງແຮງ ສາມາດແບກຫາບພາລະໜ້າທີ່ອັນໜັກໜ່ວງ ແລະມີກຽດສະຫງ່າ ທີ່ພັກ-ລັດ ແລະປະຊາຊົນມອບໝາຍ ໃຫ້ມີຜົນສໍາເລັດທຸກປະການ.  ພ້ອມດຽວກັນນີ້, ຜູ້ຕາງໜ້າຄະນະພັກ, ຄະນະນໍາທັງສອງພາກສວ່ນ ກໍໄດ້ຂອບອົກ ຂອບໃຈ ທີ່ຄະນະພັກ, ຄະນະນໍາ ສມປຊ ໄດ້ນໍາເອົາຄໍາອວຍພອນ ແລະຄວາມເປັນຫ່ວງເປັນໄຍຂອງພະນັກງານຄູ-ອາຈານ ທົ່ວ ສມປຊ ມາຍັງພະນັກງານ-ນັກຮົບໃນກໍາລັງປ້ອງກັນຊາດ ໃນເທື່ອນີ້ ແລະຈະນໍາເອົາຄວາມປາຖະໜາດີອັນນີ້ ໄປຍັງອ້າຍນ້ອງທົ່ວກອງທັບ ເພື່ອໃຫ້ມີກໍາລັງໃຈ ໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ແລະປະຊາຊົນມອບໝາຍໃຫ້ ໃຫ້ມີຄວາມໝັ້ນຄົງ ແລະເຂັ້ມແຂງຂຶ້້ນຢ່າງບໍ່ຢຸດຢັ້ງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ