ໃນທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ພວມສືບຕໍ່ຜັນຂະຫຍາຍຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ເຂົ້າສູ່ລວງເລິກຢ່າງແຂງແຮງນັ້ນ, ຢູ່ທີ່ຫ້ອງຮັບແຂກ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໄດ້ມີພິທີຕ້ອນຮັບ ແລະພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ແຫ່ງ ສປ ຈີນ.

         ໃຫ້ກຽດຕ້ອນຮັບ ແລະນຳພາການພົບປະຝ່າຍລາວ ໂດຍ ທ່ານ ປທ ນາງ ຄຳຫຼ້າ ແກ້ວອຸ່ນຄຳ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍຄະນະຜູ້ແທນຈາກບັນດາກົມ, ຫ້ອງການ ແລະ ຄະນະວິຊາທີ່ກ່ຽວຂ້ອງ ລວມທັງໝົດ 12 ທ່ານ. ຝ່າຍຄະນະຜູ້ແທນຈາກ ສປ ຈີນ ນຳໂດຍ ສະຫາຍ ເອົາ ອີ້ເຊິນ (Ao Yishen), ຮອງຫົວໜ້າໂຮງຮຽນພັກ ແຂວງກຸ້ຍໂຈ (ສະຖາບັນການປົກຄອງແຂວງກຸ້ຍໂຈ), ປະທານຝ່າຍການສຶກສາ ພ້ອມດ້ວຍຄະນະຜູ້ແທນ ລວມ 4 ທ່ານ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້.

       ໃນວາລະກອງປະຊຸມ, ທ່ານ ປທ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາຢ້ຽມຢາມ ຂອງສະຫາຍ ເອົາ ອີ້ເຊິນ ແລະ ຄະນະ ເຊິ່ງຖືເປັນນິມິດໝາຍອັນດີງາມ ໃນການສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ສອງສະຖາບັນການສຶກສາຊັ້ນສູງທາງດ້ານການເມືອງ ຂອງ ລາວ ແລະ ຈີນ. ທ່ານໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືທີ່ນັບມື້ນັບແຕກດອກອອກຜົນ ແລະ ມີປະສິດທິຜົນ ລະຫວ່າງ ສມປຊ ແລະ ໂຮງຮຽນພັກ ແຂວງກຸ້ຍໂຈ.

         ໃນການພົບປະຄັ້ງນີ້ ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບຈຸດພິເສດ, ທີ່ຕັ້ງ ແລະ ພາລະບົດບາດ ຂອງຕົນຢ່າງລະອຽດ. ຝ່າຍລາວ ໄດ້ຍົກໃຫ້ເຫັນເຖິງບົດບາດ ຂອງ ສມປຊ ໃນຖານະເປັນໃຈກາງໃນການກໍ່ສ້າງ, ບຳລຸງພະນັກງານການນຳ-ຄຸ້ມຄອງ ຂອງພັກ ແລະ ລັດ, ພ້ອມທັງເປັນສູນຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ເພື່ອຮັບໃຊ້ແກ່ການຊີ້ນຳ-ນຳພາ ຂອງພັກປະຊາຊົນປະຕິວັດລາວ. ຝ່າຍຈີນ ໂດຍສະຫາຍ ເອົາ ອີ້ເຊິນ ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ພາລະບົດບາດ ຂອງໂຮງຮຽນພັກ ແຂວງກຸ້ຍໂຈ ໃນການສ້າງຊັບພະຍາກອນມະນຸດ ໃຫ້ແກ່ແຂວງ ແລະ ປະເທດຊາດ, ໂດຍສະເພາະ ແມ່ນການປູກຝັງອຸດົມການ, ທິດສະດີການເມືອງ ແລະ ຄວາມສາມາດໃນການບໍລິຫານຄຸ້ມຄອງລັດ ຕາມທິດສີສັນພິເສດ ຂອງຈີນ.

       ຈຸດສຸມສຳຄັນ ຂອງການປຶກສາຫາລືໃນຄັ້ງນີ້ ແມ່ນໄດ້ລົງເລິກແລກປ່ຽນບົດຮຽນ ກ່ຽວກັບ “ວຽກງານການຝຶກອົບຮົມສະມາຊິກພັກ ແລະ ພະນັກງານ” ຊຶ່ງທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນວ່າ ຄຸນນະພາບຂອງສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ແມ່ນປັດໄຈຕັດສິນ ຕໍ່ການພັດທະນາປະເທດຊາດ.

ດັ່ງນັ້ນ, ກອງປະຊຸມຈຶ່ງໄດ້ມີການປຶກສາຫາລືກັນຢ່າງກວ້າງຂວາງ ກ່ຽວກັບການຮ່ວມມືໃນອະນາຄົດ ໂດຍສະເພາະແມ່ນ:

  1. ການສຳຫຼວດຄວາມຕ້ອງການ : ທັງສອງຝ່າຍໄດ້ປຶກສາຫາລື ກ່ຽວກັບວິທີການ ແລະ ແຜນການໃນການສຳຫຼວດຄວາມຕ້ອງການຕົວຈິງ ຂອງພະນັກງານ-ລັດຖະກອນ ກ່ຽວກັບການຝຶກອົບຮົມຮ່ວມກັນ. ການສຳຫຼວດນີ້ ຈະເປັນພື້ນຖານສຳຄັນ ໃຫ້ແກ່ການອອກແບບຫຼັກສູດການຮຽນ-ການສອນ ໃຫ້ສອດຄ່ອງກັບສະພາບການປ່ຽນແປງໃໝ່ ແລະ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່.
  2. ການຍົກລະດັບຫຼັກສູດ: ແລກປ່ຽນປະສົບການໃນການສ້າງເນື້ອໃນຫຼັກສູດ ທີ່ປະສົມປະສານ ລະຫວ່າງ ທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ (ສຳລັບຝ່າຍລາວ) ແລະ ສີຈິ້ນຜິງ (ສຳລັບຝ່າຍຈີນ) ເຂົ້າກັບພຶດຕິກຳຕົວຈິງ ໃນການພັດທະນາເສດຖະກິດ-ສັງຄົມ.

       ການພົບປະຄັ້ງນີ້ ບໍ່ພຽງແຕ່ເປັນການແລກປ່ຽນທາງວິຊາການເທົ່ານັ້ນ, ແຕ່ຍັງມີຄວາມໝາຍທາງການເມືອງຢ່າງເລິກເຊິ່ງ ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ລະຫວ່າງ ສອງພັກ ຊຶ່ງວ່າໂຮງຮຽນພັກ ແຂວງກຸ້ຍໂຈ ມາຢ້ຽມຢາມ ແລະ ເຮັດວຽກກັບ ສມປຊ ໃນຄັ້ງນີ້ ແມ່ນເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນໃນການຮຽນຮູ້ເຊິ່ງກັນ ແລະ ກັນ. ໃນມູມອງຂອງນັກວິເຄາະ ແລະ ຜູ້ເຂົ້າຮ່ວມ, ການຮ່ວມມືດ້ານການກໍ່ສ້າງພະນັກງານ ແມ່ນຮູບແບບການຮ່ວມມືທີ່ຍືນຍົງທີ່ສຸດ ເພາະເປັນການສ້າງ “ຄົນ” ທີ່ຈະໄປສືບຕໍ່ສ້າງສາປະເທດຊາດ. ການຖອດຖອນບົດຮຽນຈາກ ໂຮງຮຽນພັກ ແຂວງກຸ້ຍໂຈ ຊຶ່ງເປັນແຂວງທີ່ມີບົດຮຽນອຸດົມສົມບູນ ໃນການແກ້ໄຂຄວາມທຸກຍາກ ແລະ ການພັດທະນາເຕັກໂນໂລຊີ (Big Data) ຈະເປັນປະໂຫຍດຢ່າງມະຫາສານ ໃຫ້ແກ່ ສມປຊ ໃນການນຳມາປັບໃຊ້ເຂົ້າໃນການສິດສອນ. ຜ່ານການປຶກສາຫາລື, ທັງສອງຝ່າຍ ໄດ້ເຫັນດີທີ່ຈະສືບຕໍ່ສ້າງກົນໄກການພົວພັນປະສານງານ ໃຫ້ມີຄວາມຕໍ່ເນື່ອງ ໂດຍຈະມີການແລກປ່ຽນຄະນະຜູ້ແທນ, ການສົ່ງພະນັກງານຄູ-ອາຈານ ໄປຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ, ລວມເຖິງການຈັດກອງປະຊຸມສຳມະນາວິທະຍາສາດຮ່ວມກັນ ໃນຫົວຂໍ້ທີ່ທັງສອງຝ່າຍໃຫ້ຄວາມສົນໃຈ.

         ຕອນທ້າຍຂອງພິທີ, ທ່ານ ປທ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ແລະ ສະຫາຍ ເອົາ ອີ້ເຊິນ ໄດ້ຕາງໜ້າໃຫ້ແກ່ສອງຄະນະ ມອບຂອງທີ່ລະນຶກ ໃຫ້ແກ່ກັນ ແລະ ກັນ ເພື່ອເປັນສັນຍາລັກແຫ່ງຄວາມສາມັກຄີ ແລະ ມິດຕະພາບ, ພ້ອມທັງຖ່າຍຮູບລວມຮ່ວມກັນ ດ້ວຍບັນຍາກາດທີ່ເຕັມໄປດ້ວຍຮອຍຍິ້ມ ແລະ ຄວາມສະໜິດສະໜົມ. ການພົບປະຄັ້ງນີ້ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ, ເປັນການປູພື້ນຖານອັນໜັກແໜ້ນ ໃຫ້ແກ່ການຮ່ວມມືໃນຂົງເຂດການສຶກສາການເມືອງ ແລະ ການກໍ່ສ້າງພັກ ລະຫວ່າງ ສມປຊ ແລະ ແຂວງກຸ້ຍໂຈ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ ປະກອບສ່ວນເຂົ້າໃນການເສີມຂະຫຍາຍຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ

   ບັນ​ນາ​ທິ​ການ: ປ​ທ ວຽງ​ສະ​ຫວັນ​ ຈັນ​ທະ​ວິ​ໄຊ

ຂ່າວອື່ນໆ