ໃນຕອນເຊົ້າ ວັນທີ 26 /06/2020 ຢູ່ທີ່ ສະໂມສອນໃຫຍ່ ສມປຊ, ຄະນະກວດກາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈຳປີຂຶ້ນ. ພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຄະນະບໍລິຫານງານພັກ ປະທານກວດກາພັກ, ມີຄະນະພັກ-ຄະນະນໍາ ສມປຊ ພ້ອມດ້ວຍ ສະມາຊິກພັກທົ່ວ ສມປຊ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ປອ ຄຳຫຼ້າ ລໍວານໄຊ ຮັກສາການຫົວໜ້າກົມກວດກາ ສມປຊ ຜ່ານບົດສະຫຼຸບວຽກງານກວດກາປະຈຳປີ 2019 ແລະ ທິດທາງແຜນການປະຈຳປີ 2020 ຊຶ່ງເນື້ອໃນໄດ້ຍົກໃຫ້ເຫັນ ກົມກວດກາ ສມປຊ ທີ່ຜ່ານມາໄດ້ກວດກາຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ, ເຮັດໃຫ້ວຽກງານກວດກາ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ບັນດາຂົງເຂດວຽກງານຂະແໜງການຕ່າງໆ ສມປຊ ໄດ້ມີຄວາມສະຫງົບໂດຍພື້ນຖານ, ພະນັກງານສະມາຊິກພັກ ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ປະກອບສ່ວນເຂົ້າໃນການກໍ່ສ້າງພັກ ໃຫ້ມີຄວາມປອດໃສເຂັ້ມແຂງ ທາງດ້ານການຈັດຕັ້ງ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃນທຸກການຈັດຕັ້ງປະຕິບັດວຽກງານກວດກາ. ໃນໜຶ່ງປີ ຜ່ານມາກົມກວດກາເນັ້ນໜັກໃສ່ ບັນຫາສຳຄັນເພື່ອເປັນການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນກັບສະມາຊິກພັກ, ພະນັກງານ, ຄູ-ອາຈານ-ການຈັດຕັ້ງພາຍໃນ ສມປຊ ແລະໄດ້ເປັນເຈົ້າການສົມທົບກັບພາກສ່ວນກ່ຽວ ຂ້ອງຄົ້ນຄວ້າ ແລະ ແກ້ໄຂບັນຫາຈາກຄຳຮ້ອງ, ຄຳສະເໜີຂອງບຸກຄົນ.
ພ້ອມກັນນັ້ນ, ທີ່ປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເອກະສານຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ:

1). ​ບົດສະຫຼຸບວຽກງານກວດກາທົ່ວປະເທດ ປະຈຳປີ 2019 ແລະ ທິດທາງແຜນການປະຈຳປີ 2020 ຂອງຄະນະກວດກາສູນ​ກາງ​ພັກ.

2). ຂໍ້ກຳນົດຂອງຄະນະ​ກວດກາ​ສູ​ນກາງ​ພັກ ວ່າດ້ວຍການຄົ້ນຄວ້າ, ແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ ແລະ ຄຳສະເໜີ.

3). ຄຳສັ່ງແນະນຳ ວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 01/ຄຕຟງ, ລົງວັນທີ 08 ມັງກອນ

4). ດຳລັດ ເລກທີ 127/ລບ ລົງວັນທີ 20.2.2020 ວ່າດ້ວຍ ຄວາມຮັບຜິດຊອບການຕ້ານການສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ານກໍ່ການຮ້າຍ.

5). ບົດ​ໂອ້​ລົມ​ຂອງ ທ່ານ ປອ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການ​ເມືອງ, ເລຂາທິການ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ປະ​ທານ​ຄະນະ​ກວດກາ​ສູນ​ກາ​ງພັກ ແລະ ອົງການ​ກວດກາ​ລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງຂັ້ນສູນກາງຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປີ 2019.

ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມກອງປະຊຸມຍັງ ໄດ້ປະກອບຄຳຄິດເຫັນຕີລາຄາກ່ຽວກັບວຽກງານກວດກາ ເພື່ອພ້ອມກັນປັບປຸງແກ້ໄຂທັນເວລາ, ຕີຖອຍດ້ານອ່ອນ ເສີມຂະຫຍາຍດ້ານດີ ຊຶ່ງໄດ້ມີການປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ເປັນເອກະພາບຕໍ່ທິດທາງໜ້າທີ່ຈຸດສຸມໃນແຕ່ລະດ້ານ ແນໃສ່ເຮັດໃຫ້ວຽກງານກວດກາ ມີຄວາມເຂັ້ມແຂງ ສະພາບແນວຄິດພະນັກງານ-ລັດຖະກອນມີຄວາມສະຫງົບ ແລະ ມີການຫັນປ່ຽນທີ່ດີຂຶ້ນກວ່າເກົ່າ 

      ໃນ​ຕອນ​ທ້າຍ​ປະທານກອງປະຊຸມ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຊຶ່ງທ່ານໄດ້ຮຽກຮ້ອງໃຫ້ບັນດາ ສະມາຊິພັກ, ພະນັກງານ, ຄູ-ອາຈານ ຫຼັກແຫຼ່ງຂອງ​ຫ້ອງ​ການ​, ບັນດາ​ກົມ, ຄະນະຕ່າງໆ ແລະ ສູນ ຕ້ອງ​ໄດ້ກຳເເໜ້ນ, ເຂົ້າໃຈຢ່າງເລິກເຊິ່ງ ​ແລະ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ເປັນ​ບ່ອນ​ອີງໃນ​ການ​ຊີ້​ນຳ-ນຳພາ​ຈັດ​ຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ  ເພື່ອ​ປະກອບສ່ວນໃນການປັບປຸງກໍ່ສ້າງພັກ-ພະນັກງານ, ການກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງເປັນການຍົກສູງບົດບາດການນຳພາຂອງພັກ, ຄວາມຮັບຜິດຊອບໃນການຄຸ້ມຄອງລັດດ້ວຍກົດໝາຍ ​​ແລະ ພ້ອມກັນນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ແລະ ເຮັດໃຫ້ການຕິດຕາມກວດກາ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ພາຍໃນສືບຕໍ່ຈັດຕັ້ງປະຕິບັດໄດ້ຢ່າງແຂງແຮງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ