ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃນການສ້າງລັດແຫ່ງກົດໝາຍທີ່ເຂັ້ມແຂງ ແລະຍົກສູງຂີດຄວາມສາມາດໃນການຕອບສະໜອງຂໍ້ມູນຂ່າວສານ ທາງດ້ານທິດສະດີການເມືອງ-ການປົກຄອງ ໃຫ້ແກ່ບັນດານັກອ່ານ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ.
ໃນຕອນເຊົ້າຂອງວັນທີ 19 ທັນວາ 2025 ນີ້ໄດ້ມີພິທີມອບ-ຮັບປຶ້ມກົດໝາຍ ແລະລະບຽບການຕ່າງໆ ຢ່າງເປັນທາງການ ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ.
ໃນພິທີອັນມີຄວາມໝາຍສຳຄັນນີ້, ໃຫ້ກຽດກ່າວມອບໂດຍ ທ່ານ ບຸນລ້ອມ ດວງມະລາ, ຮອງຫົວໜ້າກົມໂຄ ສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ແລະກ່າວຮັບໂດຍ ທ່ານ ປທ ບຸນປັນ ສຸມຸນທອງ, ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ. ເຂົ້າຮ່ວມເປັນສັກຂີພິຍານມີບັນດາຄູ-ອາຈານ, ພະນັກງານວິຊາການຈາກທັງສອງພາກສ່ວນ. ການມອບ-ຮັບໃນຄັ້ງນີ້ ໂດຍແມ່ນ ທ່ານ ເພັງພາວັນ ອິນທະວົງ ນັກສຶກສາປະລິນຍາໂທຮຸ່ນທີ 21 ເປັນຜູ້ປະສານງານ ແລະຕິດຕໍ່ພົວພັນຂໍການຊ່ວຍເຫຼືອປຶ້ມດັ່ງກ່າວ ມາມອບໃຫ້ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກ ຄອງເພື່ອປະກອບເຂົ້າຫ້ອງສະໝຸດ.
ປຶ້ມທີ່ນຳມາມອບໃນຄັ້ງນີ້ຈໍານວນ 200 ຫົວ, ເຊິ່ງປະກອບມີ:
- ປຶ້ມປະມວນກົດໝາຍອາຍາ ແລະແພ່ງ.
- ບັນດາກົດໝາຍສ້າງຕັ້ງ ແລະການເຄື່ອນໄຫວຂອງກົນໄກລັດ.
- ປຶ້ມຄູ່ມືການໂຄສະນາເຜີຍແຜ່ກົດໝາຍ ແລະລະບຽບການຕ່າງໆ ທີ່ປະກາດໃຊ້ໃໝ່.
ທ່ານ ບຸນລ້ອມ ດວງມະລາ ໄດ້ກ່າວເນັ້ນໃນພິທີວ່າ: “ການມອບປຶ້ມໃນຄັ້ງນີ້ ບໍ່ແມ່ນພຽງແຕ່ການມອບທາງດ້ານວັດຖຸສິ່ງຂອງເທົ່ານັ້ນ, ແຕ່ມັນຫາກແມ່ນການສົ່ງຕໍ່ “ເຄື່ອງມືທາງປັນຍາ” ທີ່ສຳຄັນທີ່ສຸດໃນການບໍລິຫານລັດ. ໃນນາມກົມໂຄສະນາເຜີຍແຜ່ກົດໝາຍ, ພວກເຮົາຢາກໃຫ້ພະນັກງານທີ່ຄົ້ນຄ້ວາທາງດ້ານການເມືອງ-ການປົກຄອງ ໄດ້ກຳ ແໜ້ນບັນດາຫຼັກການທາງກົດໝາຍ ເພື່ອນຳໄປຮັບໃຊ້ແກ່ບັນດານັກອ່ານ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານໃນການວາງແຜນນະໂຍບາຍ ແລະການຄຸ້ມຄອງສັງຄົມໃຫ້ມີຄວາມຍຸຕິທຳ.”
ການມອບ-ຮັບປຶ້ມໃນຄັ້ງນີ້ ມີຄວາມໝາຍທາງການເມືອງຢ່າງເລິກເຊິ່ງໃນ 3 ປະເດັນຫຼັກ:
1). ການສ້າງຄວາມເຂັ້ມແຂງໃຫ້ແກ່ລັດແຫ່ງກົດໝາຍ (Rule of Law): ການທີ່ສູນຂໍ້ມູນຂ່າວສານການເມືອງ-ການປົກຄອງໄດ້ຮັບເອກະສານທາງກົດໝາຍທີ່ທັນສະໄໝ, ຈະຊ່ວຍໃຫ້ພະນັກງານນຳພາ-ຄຸ້ມຄອງ ໃນອະນາຄົດມີພື້ນ ຖານທິດສະດີທີ່ຕິດພັນກັບຕົວຈິງ, ສາມາດຈຳແນກໄດ້ ລະຫວ່າງ ແນວທາງການເມືອງ ແລະການຈັດຕັ້ງປະຕິບັດຕາມລະບຽບກົດໝາຍ.
2). ການຫັນເປັນທັນສະໄໝໃນການເຂົ້າເຖິງຂໍ້ມູນ: ພະແນກຫໍສະໝຸດຖືເປັນ “ຄັງປັນຍາ” ຂອງການສຶກສາ, ການເພີ່ມຊັບພະຍາກອນທາງດ້ານຂໍ້ມູນຂ່າວສານຄັ້ງນີ້ ຈະຊ່ວຍລົບລ້າງຊ່ອງຫວ່າງທາງດ້ານຂໍ້ມູນ, ເຮັດໃຫ້ການຄົ້ນຄວ້າວິທະຍາສາດການເມືອງມີຄວາມໜັກແໜ້ນ ແລະມີຫຼັກຖານອ້າງອີງທີ່ຊັດເຈນ.
3). ຈິດໃຈການບໍລິຫານຮັບໃຊ້ສັງຄົມ: ການປະສານງານໂດຍກົງ ຂອງນັກສຶກສາ ປທ ຮຸ່ນທີ 21 ສະແດງໃຫ້ເຫັນເຖິງບົດບາດຂອງ “ປັນຍາຊົນປະຕິວັດ” ທີ່ບໍ່ພຽງແຕ່ຮຽນທິດສະດີໃນຫ້ອງ, ແຕ່ຍັງມີຈິດອາສາໃນການສ້າງຜົນປະ ໂຫຍດໃຫ້ແກ່ສ່ວນລວມ ແລະສະຖາບັນການສຶກສາ.
ໃນຕອນທ້າຍຂອງພິທີ, ທ່ານ ປທ ບຸນປັນ ສຸມຸນທອງ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ກະຊວງຍຸ ຕິທຳ ແລະທ່ານ ເພັງພາວັນ ອິນທະວົງ ທີ່ໄດ້ເຫັນຄວາມສຳຄັນຂອງວຽກງານຂໍ້ມູນຂ່າວສານ. ທ່ານໄດ້ຢືນຢັນວ່າ: “ພວກເຮົາຈະນຳເອົາປຶ້ມທັງ 200 ຫົວນີ້ ເຂົ້າບັນຊີຫໍສະໝຸດຢ່າງເປັນລະບົບ ແລະຈະຊຸກຍູ້ໃຫ້ພະນັກງານ, ຄູ-ອາຈານ ກໍຄືນັກສຶກສາທຸກຮຸ່ນທຸກລະບົບ ໄດ້ເຂົ້າມານຳໃຊ້ໃຫ້ເກີດປະໂຫຍດສູງສຸດ ເພື່ອສ້າງບຸກຄະລາກອນການເມືອງທີ່ມີຄວາມຮູ້ຮອບດ້ານທັງດ້ານທິດສະດີມາກ-ເລນິນ ແລະກົດໝາຍແຫ່ງລັດ.”
ພິທີມອບ-ຮັບຄັ້ງນີ້ ໄດ້ປິດລົງດ້ວຍບັນຍາກາດອັນສະໜິດສະໜົມ ແລະເຕັມໄປດ້ວຍໄມຕີຈິດມິດຕະພາບ, ເຊິ່ງເປັນຂີດໝາຍໜຶ່ງທີ່ສຳຄັນໃນການຮ່ວມມື ລະຫວ່າງ ສອງອົງການຈັດຕັ້ງລັດຄືກັນ, ເປົ້າໝາຍດຽວກັນຄື: ການສ້າງປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ ແລະສັງຄົມມີຄວາມສາມັກຄີປອງດອງ.
ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
